ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາອັງກິດ ກ່າວວ່າ ປ. Putin ບາງທີ ອາດເປັນຜູ້ ອະນຸມັດ ການຄາດຕະກຳ ອະດີດສອດແນມ ຣັດເຊຍ


Marina Litvinenko Reacts to British Report on Husband's Death
please wait

No media source currently available

0:00 0:00:57 0:00

ນາງ Marina Litvinenko ອ່ານຄຳຖະແຫຼງ ກ່ຽວກັບ ການເສຍຊີວິດ ຂອງສາມີນາງ (ວັນທີ​ 21 ມັງກອນ 2016)

ຫົວໜ້າ​ສືບສວນ​ຂອງ​ລັດຖະບານ​ອັງກິດ​ ກ່າວ​ວ່າ ປະທານາທິບໍ
ດີຣັດ​ເຊຍ ທ່ານ Vladimir Putin ອາດ​ເປັນ​ຜູ້ໃຫ້ການ​ອະນຸມັດ
​ດ້ວຍ​ຕົວ​ເອງ​ ຕໍ່​ການລອບ​ສັງຫານທ່ານ Alexander Litvinen-
ko ນັກ​ສືບ​ຣັດ​ເຊຍທີ່​ໄດ້​ກາຍ​ເປັນ​ຜູ້​ຕໍ່ຕ້ານ​ລັດຖະບານ​ທີ່​ຂໍລີ້​ໄພ
​ຢູ່​ໃນ​ປະ​ເທດ​ອັງກິດ​ຫລັງ​ຈາກ​ຜູ້ກ່ຽວ​ໄດ້​ຕຳ​ໜິຕິຕຽນ​ປະທານາທິ
ບໍດີ Putin ​ແລະ​ກ່າວ​ບັນ​ລະ​ຍາຍ​ເຖິງ​ທ່ານ Putin ​ຫລາຍໆ​ຢ່າງ
ຮວມທັງ​ເປັນຜູ້ທີ່​ມັກ​ມີ​ເພດ​ສຳພັນ​ກັບ​ເດັກນ້ອຍ​ນຳ​ດ້ວຍ.

ທ່ານ Robert Owen ຜູ້​ພິພາກສາ​ເບ້ຍ​ບຳນານ​ທີ່​ຮັບ​ໜ້າ​ທີ່​ເປັນ
​ປະທານການສືບສວນໃນ​ວັນ​ພະຫັດ​ວານ​ນີ້ປະກາດ​ວ່າການ​ສືບ
ສວນ​ເປັນ​ເວລາ​ນຶ່ງ​ປີ​ເຕັມ​ຂອງ​ທ່ານ​ ​ໃຫ້ການ​ຢືນຢັນ​ວ່າ​ຣັດ​ເຊຍ​
ເປັນ​ຜູ້​ຮັບຜິດຊອບ ຕໍ່​ການ​ວາງຢາເບື່ອ​ທ່ານ Litvinenko ​ໃນ​ປີ​ 2006​ ຊຶ່ງ​ໄດ້​ກະທຳ​ໂດຍ
​ສາຍ​ລັບ​ຂອງຣັດ​ເຊຍສອງ​ຄົນ​ທີ່​ໂຮງ​ແຮມ Millennium ​ໃນ​ເຂດ​ໃຈກາງ​ກຸງ​ລອນ​ດອນ​ ບໍ່
ເທົ່າ​ໃດ​ແມັດຫ່າງ​ຈາກ​ສະຖານທູດ​ສະຫະລັດ.

​ເກືອບ​ເກົ້າປີ​ມາ​ແລ້ວ​ຫລັງ​ຈາກ​ສາມີ​ຂອງ​ນາງ​ໄດ້​ເຖິງ​ແກ່​ຊີວິດ​ນາງ Marina Litvinenko
​ໄດ້​ຮຽກຮ້ອງ​ຢາກ​ຮູ້​ຄຳ​ຕອບ​ກ່ຽວ​ກັບ​ເລື້ອງນີ້.​ ວັນ​ພະຫັດ​ວານ​ນີ້ ໄດ້​ຊ່ອຍ​ບັນ​ເທົາ​ຄວາມ​ຮູ້
ສຶກ​ຂອງ​ນາງ ທີ່ໄດ້ແກ້ແຄ້ນເປັນບາງສ່ວນ.​ ​ໃນ​ການ​ຖະ​ແຫຼງຕໍ່​ພວກ​ນັກ​ຂ່າວ​ຢູ່​ນອກສານ
ທີ່​ນະຄອນ​ລອນ​ດອນ​ນັ້ນ ນາງ​ກ່າວ​ວ່າ ​ແນ່ນອນ​ນາງ​ຮູ້ສຶກມີຄວາມ​ພໍ​ໃຈ ​ກ່ຽວ​ກັບ​ຜົນ​ຂອງ​
ມັນ.​ ນາງ​ເວົ້າວ່າ ຄຳ​ເວົ້າທີ່​ສາມີ​ຂອງ​ຂ້ອຍ ​ໄດ້ກ່າວ​ເວລາ​ລາວ​ຕາຍ ຢູ່​ທີ່​ຕຽງ​ນັ້ນ ກໍຄືລາວ​ໄດ້ກ່າວ​ຫາ​ທ່ານ Putin ວ່າ ​ເປັນ​ຜູ້​ຄາດຕະກຳ​ລາວ ​ແມ່ນໄດ້​ພິ​ສູດ​ວ່າ ຖືກຕ້ອງ​ໂດຍສານ​
ຂອງ​ອັງກິດ ທີ່​ມີ​ມາດຕະຖານ​ໃນຄວາມ​ເປັນ​ອິດສະຫຼະ​ແລະ​ຄວາມ​ຍຸຕິ​ທຳສູງນັ້ນ.

ທີ່​ມົສກູ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ​ນາງ Maria Zakharova ກ່າວ​ວ່າ ພວກ​ເຮົາ​ຮູ້ສຶກ​ເສຍ​ໃ​ຈທີ່​ວ່າ ​ຄະດີ​ທາງ​ອາຍາ​ຢ່າງ​ຈະ​ແຈ້ງ​ ໄດ້ຖືກ​ຫັນປ່ຽນ​ໃຫ້ກາຍ​ເປັນ​ຄະ ດີການ​ເມືອງ ​ແລະ​ໄດ້​ສ້າງຄວາມ​ມືດ​ມົນ​ໃຫ້​ແກ່​ບັນຍາກາດ​ຕໍ່​ຄວາມ​ສຳພັນ​ສອງ​ຝ່າຍ.

ທີ່ກຸງວໍຊິງຕັນ ໂຄສົກຂອງທຳນຽບຂາວທ່ານ Josh Earnest ກ່າວວ່າ ຄະດີນີ້ສະແດງໃຫ້ ເຫັນວ່າຣັດເຊຍເຕັມໃຈທີ່ຈະບໍ່ເຄົາລົບກົດໝາຍຂັ້ນພື້ນຖານກ່ຽວກັບສິດທິມະນຸດແລະສິດ ເສລີພາບໃນການປາກເວົ້າ ແລະຄວາມເປັນຫ່ວງກ່ຽວກັບສະພາບທາງດ້ານການເມືອງ ຢູ່ ໃນຣັດເຊຍເວລານີ້​ເບິ່ງຄືວ່າ ຈະຂະຫຍາຍໄປກວມເອົາ ຢ່າງໜ້ອຍ ກໍໃນບາງໂອກາດ ໄກ ອອກ ໄປກວ່າຊາຍແດນຣັດເຊຍ.

ທ່ານກ່າວວ່າ ທຳນຽບຂາວບໍ່ໄດ້ປະຕິເສດເຖິງຄວາມເປັນໄປໄດ້ ໃນການເອົາບາດກ້າວທີ່ ມີສ່ວນກ່ຽວຂ້ອງໃນອະນາຄົດ ເພື່ອແກ້ໄຂຄວາມວິຕົກກັງວົນບາງຢ່າງ​ທີ່ໄດ້ເກີດຂຶ້ນຍ້ອນ ການພົບເຫັນຂອງຄະນະສືບສວນດັ່ງກ່າວນີ້.

British Home Secretary Reacts to Litvinenko Inquiry
please wait

No media source currently available

0:00 0:00:20 0:00

XS
SM
MD
LG