ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກລົບ ຊາວເຄີດ ຈັບສະມາຊິກ ລັດອິສລາມ ອັງກິດ 2 ຄົນ ທີ່ຕັດຫົວ ຊາວຕາເວັນຕົກ


ທ້າວຈີຮາດ ຈອນ "Jihadi John" ກຳລັງໂຊມີດຂອງລາວ ໃນຮູບທີ່ຖ່າຍ ເມື່ອວັນທີ 26ຽ ກຸມພາ ປີ 2015.
ທ້າວຈີຮາດ ຈອນ "Jihadi John" ກຳລັງໂຊມີດຂອງລາວ ໃນຮູບທີ່ຖ່າຍ ເມື່ອວັນທີ 26ຽ ກຸມພາ ປີ 2015.

ພວກນັກລົບຊາວເຄີດ ທີ່ໄດ້ຮັບການໜຸນຫລັງຈາກສະຫະລັດຈັບສະມາຊິກຂອງກຸ່ມ
ລັດອິສລາມ 2 ຄົນ ທີ່ພວມຫຼົບໜີກົດໝາຍ ອັນເປັນສ່ວນນຶ່ງ ຂອງພວກກໍ່ການຮ້າຍ
ທັງໝົດ 4 ຄົນທີ່ຮູ້ກັນດີວ່າ ເປັນພວກທີ່ທຳການທໍລະມານ ແລະຕັດຫົວຊາວຕາເວັນ
ຕົກ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດ.

ເຈົ້າໜ້າທີ່ເປີດເຜີຍວ່າ ບຸກຄົນທັງ 2 ກໍໄດ້ແກ່ທ້າວອາເລັກຊານດາ ໂກຕີ ແລະທ້າວ
ແອລ ຊາຟີ ແອລຊິກ.

ທ້າວໂກຕີ ເບິ່ງຄືວ່າມີສ່ວນພົວພັນ ໃນການປະຫານຊີວິດຂອງກຸ່ມລັດອິສລາມ ແລະ
ເປັນຜູ້ໃຊ້ວິທີທໍລະມານ ທີ່ໂຫດຮ້າຍທີ່ສຸດ ຮວມທັງໃຊ້ໄຟຟ້າຊັອດ ແລະໃຫ້ນັກໂທດ
ນອນປິ່ນໜ້າຂຶ້ນແລ້ວເອົານ້ຳຮ່າຍໃສ່ດັງ ອີງຕາມກະຊວງການຕ່າງປະເທດ.

ນອກນັ້ນແລ້ວ ທາງກະຊວງການຕ່າງປະເທດ ຍັງກ່າວອີກວ່າ ທ້າວແອລຊິກ ແມ່ນມີ
ຊື່ສຽງບໍ່ດີ ໃນການເອົານ້ຳ ຮ່າຍໃສ່ດັງພວກນັກໂທດ ການທຳທ່າ ເອົາໄປປະຫານຊີ
ວິດ ແລະການມັດໃສ່ໄມ້ກາງແຂນ ໃນຂະນະທີ່ຮັບໜ້າທີ່ເປັນຜູ້ກຳກັບນັກໂທດຂອງ
ກຸ່ມລັດອິສລາມ.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ກຳລັງປະຊາທິປະໄຕໃນຊີເຣຍ ຈັບບຸກຄົນທັງ 2 ໄດ້ຢູ່
ພາກຕາເວັນອອກຂອງຊີເຣຍ ໃນເດືອນມັງກອນຜ່ານມານີ້.

ພວກຜູ້ຊາຍທີ່ເຈົ້າໜ້າທີ່ຕ້ອງການໂຕທັງ 2 ແມ່ນສ່ວນນຶ່ງ ຂອງສະມາຊິກກຸ່ມກໍ່ການ
ຮ້າຍລັດອິສລາມ 4 ຄົນທີ່ມີຊື່ວ່າ “The Beatles” ຍ້ອນພວກເຂົາເຈົ້າປາກເວົ້າມີນ້ຳ
ສຽງສຳນຽງເປັນຄົນອັງກິດ. ພວກເຂົາມີຫ້ອງການຢູ່ເມືອງຣັກກາທີ່ມີການປະກາດໃຫ້
ເປັນເມືອງຫຼວງຂອງກຸ່ມລັດອິສລາມ ຢູ່ໃນຊີເຣຍ.“

ບຸກຄົນທັງ 4 ແມ່ນມີຊື່ສຽງບໍ່ດີ ຍ້ອນຕັດຫົວໂຕປະກັນຊາວຕາເວັນຕົກ ແລະນຳວີດີ
ໂອອອກເຜີຍແຜ່ທາງສື່ສັງຄົມ.

ຫົວໜ້າຂອງພວກເຂົາ ມີຊື່ວ່າທ້າວ “Jihad John” ຊຶ່ງຖືກຂ້າຕາຍ ໃນການໂຈມຕີ
ທາງອາກາດຂອງພວກແນວໂຮມໃນປີ 2015. ສ່ວນສະມາຊິກຄົນທີ 4 ທ້າວ Aine
Davis ແມ່ນຖືກຄຸກຢູ່ເທີກີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG