ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ການຕ່າງປະເທດ ອັງກິດ ຢາກໃຫ້ ສປຊ ຊີ້ນຳຊາວ ໂຣຮິງຢາ ເລື່ອງການເດີນທາງກັບຄືນບ້ານ


ອົບພະຍົບ ໂຣຮິງຢາ ບຽດກັນ ໃນຂະນະທີ່ເຂົາເຈົ້າລຽນແຖວ
ຮັບເອົາຜ້າຫົ່ມ ຢູ່ສູນອົບພະຍົບ ບາລູຄາລີ, ໃກ້ກັບເມືອງ ຄັອກສ ບາຊາ, ປະເທດ ບັງກລາແດັສ. 11 ທັນວາ, 2017.
ອົບພະຍົບ ໂຣຮິງຢາ ບຽດກັນ ໃນຂະນະທີ່ເຂົາເຈົ້າລຽນແຖວ ຮັບເອົາຜ້າຫົ່ມ ຢູ່ສູນອົບພະຍົບ ບາລູຄາລີ, ໃກ້ກັບເມືອງ ຄັອກສ ບາຊາ, ປະເທດ ບັງກລາແດັສ. 11 ທັນວາ, 2017.

ລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ ບໍຣິສ ຈອນສັນ "Boris Johnson" ກ່າວ
ວ່າ ສປຊ ຕ້ອງໃຫ້ຄຳຊີ້ ນຳເຖິງການເດີນທາງກັບປະເທດ ມຽນມາ ຂອງອົບພະຍົບ
ຊາວ ໂຣຮິງຢາ ເພາະວ່າ ຫຼາຍຄົນມີຄວາມຢ້ານກົວ ທີ່ຈະເດີນທາງກັບໄປບ້ານຂອງ
ເຂົາເຈົ້າດ້ວຍຕົນເອງ.

ທ່ານ ຈອນສັນ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນອາທິດວານນີ້ ຫຼັງຈາກການພົບປະ
ກັບທ່ານນາງ ອອງ ຊານ ຊູ ຈີ, ຜູ້ນຳຂອງປະເທດທີ່ຮູ້ຈັກກັນໃນອະດີດວ່າ ພະມ້າ ນັ້ນ .

ທ່ານ ຈອນສັນ ກ່າວວ່າ “ຂ້າພະເຈົ້າໄດ້ເຫັນຄວາມຢ້ານກົວທັງໃນສູນອົບພະຍົບທີ່
ປະເທດ ບັງກລາແດັສ ແລະ ໃນບັນດາຊາວບ້ານທີ່ຍັງເຫຼືອຢູ່. ບັນດາເຈົ້າໜ້າທີ່ ພະມ້າ
ຕ້ອງເຮັດວຽກຢ່າງໜັກກັບອົງການສາກົນຕ່າງໆ ເພື່ອເອົາຊະນະຄວາມແຕກຕື່ນອັນ
ແທ້ຈິງ ທີ່ປະຊາຊົນຮູ້ສຶກ ກ່ຽວກັບ ການກັບຄືນໄປ ມ່ຽນມ້າ.

ການປາບປາມຊົນກຸ່ມນ້ອຍ ໂຣຮິງຢາ ໂດຍກອງທັບຂອງ ມຽນມາ ໄດ້ເຮັດໃຫ້ເຂົາເຈົ້າ
ຫຼາຍຮ້ອຍພັນຄົນຫຼົບໜີໄປສູນອົບພະຍົບໃນປະເທດ ບັງກລາແດັສ ທີ່ຢູ່ໃກ້ຄຽງ. ສຳ
ລັບຄົນທີ່ຍັງເຫຼືອຢູ່ໃນໝູ່ບ້ານທີ່ຖືກທຳລາຍຂອງເຂົາເຈົ້ານັ້ນ ເຂົາເຈົ້າຍັງມີຄວາມຢ້ານ
ກົວ ສຳລັບຊີວິດຂອງເຂົາເຈົ້າຢູ່.

ທ່ານ ຈອນສັນ, ໄດ້ຍ່າງສັງເກດໝູ່ບ້ານຕ່າງໆທີ່ຖືກໂຈມຕີໂດຍກອງກຳລັງ ພະມ້າ,
ພ້ອມກັບສູນອົບພະຍົບ.

ທ່ານກ່າວວ່າ “ຂ້າພະເຈົ້າບໍ່ເຄີຍເຫັນຫຍັງແນວນີ້ມາກ່ອນ ໃນຊີວິດຂອງຂ້າພະເຈົ້າ.
ໝູ່ບ້ານຫຼາຍຮ້ອຍແຫ່ງໄດ້ຖືກໄຟຈູດເຜົາ. ມັນເຫັນໄດ້ຢ່າງຊັດເຈນວ່າ ສິ່ງທີ່ຕ້ອງການ
ເຮັດໃນຕອນນີ້ ກໍແມ່ນ ການນຳພາທີ່ສັນຕິຈຳນວນນຶ່ງ ເຮັດວຽກກັບອົງການຕ່າງໆ
ຂອງ ສະຫະປະຊາຊາດ ເພື່ອເອົາຄົນພວກນີ້ກັບຄືນບ້ານຂອງເຂົາເຈົ້າ.”

ຜູ້ນຳຂອງ ມຽນມາ ທີ່ໄດ້ຮັບລາງວັນ ໂນແບລ ຂະແໜງສັນຕິພາບ ທ່ານນາງ ອອງ ຊານ
ຊູ ຈີ ໄດ້ມີອຳນາດຮ່ວມ ທີ່ບໍ່ໝັ້ນຄົງກັບກອງທັບ ພະມ້າ ທີ່ແຂງແກ່ນ. ທ່ານນາງ ແລະ
ພາບພົດຂອງເພິ່ນ ວ່າເປັນແມ່ຍິງແຫ່ງປະຊາທິປະໄຕ ແລະ ສັນຕິພາບ ໄດ້ຖືກວິພາກ
ວິຈານທົ່ວໂລກ ສຳລັບຄວາມບໍ່ເຕັມໃຈ ທີ່ຈະອອກມາເວົ້າຄັດຄ້ານ ການປາບປາມທີ່
ຮຸນແຮງຕໍ່ຊາວ ໂຣຮິງຢາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG