ທ່ານ William Hague ລັດຖະມົນຕີຕ່າງປະເທດອັງກິດເວົ້າວ່າ
ທ່ານເຊື່ອວ່າຄວນຈະມີການຕອບໂຕ້ທີ່ເຂັ້ມແຂງເດັດດ່ຽວຕໍ່ການ
ໃຊ້ອາວຸດເຄມີ ໃນຊີເຣຍ ເຖິງແມ່ນສະ ພາແຫ່ງຊາດອັງກິດໄດ້
ອອກສຽງປະຕິເສດຕໍ່ການເຂົ້າຮ່ວມປະຕິບັດການທາງທະຫານ
ຕ້ານລັດຖະບານຂອງທ່ານ Assad ກໍຕາມ.
ທ່ານ Hague ເວົ້າໃນວັນອາທິດມື້ນີ້ວ່າ ການໃຊ້ອາວຸດເຄມີ ໃນສັດຕະ ວັດທີ 21 ນີ້ ຖືວ່າເປັນສິ່ງຊົ່ວຮ້າຍທີ່ສຸດ ທີ່ພວກເຮົາຕ້ອງຢືນຢັດຕໍ່ຕ້ານມັນໃຫ້ໄດ້.
ນັກການທູດສູງສຸດຂອງອັງກິດເວົ້າອີກວ່າ ທ່ານສະໜັບສະໜຸນ
ການໂຈມຕີທາງອາກາດ ພາຍໃຕ້ການນໍາພາຂອງສະຫະລັດ ທີ່ຄາດວ່າຈະມີຂຶ້ນນັ້ນເພື່ອ
ຍຸຕິລັດຖະບານຂອງປະທານາທິບໍດີ Bashar al-Assad ບໍ່ໃຫ້ໃຊ້ແກັສພິດດັ່ງກ່າວອີກຕໍ່ໄປ.
ທ່ານ Hague ເວົ້າວ່າ ສິ່ງທີ່ສະຫະລັດໄດ້ຊີ້ແຈງມານັ້ນ ກໍແມ່ນ ການ ຕອບໂຕ້ທີ່ໄດ້ສັດ ສ່ວນ ມີຂອບເຂດຈໍາກັດ ຕໍ່ການໃຊ້ອາວຸດເຄມີ ເພື່ອ ພະຍາຍາມຂັດຂວາງການໃຊ້ອາ ວຸດເຄມີ.
ທ່ານ ຈອນ ແຄຣີ ລັດຖະມົນຕີຕ່າງປະເທດສະຫະລັດ ທີ່ໄດ້ພົບປະກັບ ບັນດາເຈົ້າໜ້າທີ່ສັນນິບາດຊາດອາຫຣັບໃນວັນອາທິດມື້ນີ້ ທີ່ປາຣີ ກ່ອນຈະເດີນທາງຕໍ່ໄປຍັງລອນດອນ ເວົ້າວ່າ ການສະໜັບສະໜຸນຈາກນານາ ຊາດ ກໍາລັງເຕີບໃຫຍ່ຂຶ້ນໄປນັບມື້ ເພື່ອນໍາເອົາລັດຖະບານຊີເຣຍ ມາຮັບ ຜິດຊອບຕໍ່ເຫດການໂຈມຕີດັ່ງກ່າວ ຊຶ່ງທ່ານ ແຄຣີ ເວົ້າວ່າ:
“ມັນເຕີບໂຕຂຶ້ນເລື້ອຍໆ ບໍ່ແມ່ນຫຼຸດລົງ ໃນແງ່ຄວາມຮູ້ສຶກໂກດແຄ້ນຂອງໂລກ ຕໍ່ສິ່ງທີ່ໄດ້ເກີດຂຶ້ນນັ້ນ.”
ທ່ານ ແຄຣີ ໃຫ້ຄວາມເຫັນເຊັ່ນນີ້ ໃນລະຫວ່າງໃຫ້ສໍາພາດນັກຂ່າວເມື່ອວັນເສົາວານນີ້ ທີ່ປາຣີ ກັບລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານ Laurent Fabius.
ກ່ອນໜ້າ ນັ້ນໃນມື້ດຽວກັນ ທ່ານ ແຄຣີ ກໍໄດ້ພົບປະກັບບັນດາລັດຖະມົນຕີຕ່າງປະເທດຂອງສະຫະພາບຢູໂຣບ ທີ່ປະເທດ Lithuania ໃນຄວາມ ພະຍາຍາມເພື່ອລະດົມເອົາ ການສະໜັບສະໜຸນຕື່ມອີກ ຂະນະທີ່ສະຫະລັດພິຈາລະນາໃຊ້ກໍາລັງທະຫານໂຈມຕີຊີເຣຍນັ້ນ.
ຫຼັງຈາກ ກອງປະຊຸມ ທ່ານນາງ Catherine Ashton ຫົວໜ້ານະໂຍບາຍຕ່າງປະເທດ
ຂອງສະຫະພາບຢູໂຣບ ໄດ້ອ່ານຖະແຫຼງການສະບັບນຶ່ງຕາງໜ້າກຸ່ມ ຮຽກຮ້ອງໃຫ້ມີການ
ຕອບໂຕ້ທີ່ເຂັ້ມແຂງ ແລະແຈ້ງຂາວ ຕໍ່ການໂຈມຕີໃນຊີເຣຍ ແຕ່ບໍ່ໄດ້ລະບຸເຖິງການໃຊ້
ກໍາລັງທະຫານແບບໃດ.
ເບິ່ງວີດີໂອ:
.