ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ຕຽມພ້ອມ ຮັບມືກັບ ໄພນໍ້າຖ້ວມ ຮອບສອງ (ວີດີໂອ)


Britain Flood Crisis
please wait
Embed

No media source currently available

0:00 0:00:39 0:00

ສະພາບນໍ້າຖ້ວມ ໃນອັງກິດ

ຫົວເມືອງຕ່າງໆ ແຄມແມ່​ນໍ້າ Thames ຂອງ​ອັງກິດ ທີ່ຖືກນໍ້າ
ຖ້ວມນັ້ນ ​ໄດ້​ພາກັນກະກຽມ ໃນວັນຈັນວານ​ນີ້ ເພື່ອຮັບມືກັບ
ໄພນໍ້າ​ຖ້ວມ​ຄັ້ງ​ໃໝ່ ​ໃນ​ອີກໄລຍະ​ຫລາຍ​ມື້​ຕໍ່ໜ້າ​ ໂດຍທີ່​ທາງ
ເຈົ້າໜ້າທີ່ໄດ້​ອອກຕໍາ​ເຕືອນ​ຕື່ມອີກ 14 ຄັ້ງ ໃນຂະນະ​ທີ່​ແມ່ນໍ້າ
​ໄດ້ລົ້ນຝັ່ງຂຶ້ນຖ້ວມ​ ປະມານ 30 ກິ​ໂລ​ແມັດ ຢູ່ທາງເໜືອຂອງ
​ກຸງ​ລອນ​ດອນ.

​ຄໍາເຕືອນຄັ້ງໃໝ່ ໄດ້ປະກາດໃຫ້ຊາບ ໃນຂະນະທີ່​ນາຍົກລັດຖະ
ມົນຕີ David Cameron ​ໄດ້​ອອກໄປຢ້ຽມຢາມ​ບາງ​ເຂດ ​ທີ່​ໄດ້
​ຮັບຜົນ​ກະທົບ​ຈາກ​ໄພນໍ້າຖ້ວມເປັນ​ຄັ້ງ​ທີ 2 ​ພາຍໃນເວລາ 3 ມື້​.​

ພວກນັກພະຍາກອນອາກາດກ່າວ​ວ່າ ຝົນ​ຕົກຮອບ​ໃໝ່​ໃນ​ສັບປະດາ​ນີ້ຄາດ​ວ່າ​ ຈະ​ເຮັດໃຫ້​
ບ້ານ​ເຮືອນ​ອີກ​ພັນ​ຫຼັງຕົກ​ຢູ່​ໃນ​ຄວາມ​ສ່ຽງ ໃນຂະນະທີ່​ລະດັບ​ຂອງ​ນໍ້າ​ໄດ້​ສູງຂຶ້ນກາຍ​ລະດັບ
​ນໍ້າ​ຖ້ວມທີ່ຮ້າຍແຮງເປັນປະຫວັດການໃນປີ 2003 ຢູ່ໃນບໍລິເວນສ່ວນໃຫຍ່ຂອງ ຂົງເຂດ.

ລົມພາຍຸແລະຄື້ນ​ຟອງທະເລ ​ໄດ້ສ້າງຄວາມເສຍຫາຍ​ຕໍ່​ອັງກິດ​ນັບ​ຕັ້ງ​ແຕ່​ເດືອນ​ທັນວາ​
ແລ້ວ​ນີ້ເປັນຕົ້ນມາ ຊຶ່ງ​ໄດ້​ພາໃຫ້ເກີດນໍ້າຖ້ວມ​ຕໍ່ປະຊາຄົມຕ່າງໆ ທໍາລາຍ​ຖະໜົນ​ຫົນທາງ
​ແລະ​ໂຄງ​ລ່າງ​ພື້ນຖານ ພ້ອມນີ້​ຍັງໄດ້​ຕັດຂາດ​ ການ​ເຊື່ອມ​ຕໍ່​ໂດຍທາງ​ລົດ​ໄຟ ລະ​ຫວ່າງ
​ເມືອງ Plymouth ​ໃນພາກຕາເວັນຕົກສຽງໃຕ້ຂອງປະເທດ ກັບ​ເຂດອື່ນໆຂອງ​ອັງກິດ.
ພວກນັກພະຍາກອນອາກາດ ​ໄດ້ເອີ້ນລະດູ​ໜາວ​ຂອງ​ອັງກິດ​ນີ້​ວ່າ ​ເປັນ​ປີ​ທີ່​ປຽກຊຸ່ມ​ທີ່​ສຸດ
​ໃນ​ຮອບ 250 ປີ.

ລາຍງານຂ່າວ​ທາງ​ໂທລະ​ພາບ​ ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ ​ພວກ​ທະຫານ​
ຂອງ​ອັງກິດ​ແລະ​ພົນ​ລະ​ເຮື​ອນ ​ໄດ້​ພາກັນເອົາ​ກະສອບຊາຍຈໍານວນ​ຫຼວງ​ຫຼາຍ ​ສ້າງຄູກັ້ນ
ນໍ້າຂຶ້ນທີ່ Datchet ກ່ອນ​ທີ່​ນໍ້າ​ຈະ​ລົ້ນຝັ່ງຂຶ້ນ​ມາຖ້ວມ ​ປະຊາ​ຄົມ​ຂອງ​ພວກ​ເຂົາ​ເຈົ້າ​ນັ້ນ.

ລາຍງານ: ອາກາດຮ້າຍແຮງກະທົບ ຫຼາຍໆເຂດຂອງຢູໂຣບ ແລະເອເຊຍ
ເມື່ອຕົ້ນເດືອນກຸມພາ:


Severe Winter Conditions Hit Parts of Europe, US, Asia
please wait

No media source currently available

0:00 0:03:00 0:00
ລິງໂດຍກົງ
XS
SM
MD
LG