ພວກໄປປ່ອນບັດໃນອັງກິດໄດ້ເຮັດໃຫ້ເຫັນວ່າ ພັກນິຍົມແນວທາງເດີມ ຂອງທ່ານນາງ Theresa May ນາຍົກລັດຖະມົນຕີມີຄວາມຖອຍຫລັງຫລາຍ ຢູ່ໃນການເລືອກຕັ້ງແບບ
ຮີບດ່ວນທີ່ທ່ານນາງໄດ້ຮຽກຮ້ອງໃຫ້ຮວບຮວມເອົາການສະໜັບສະໜຸນ ກ່ອນການເຈ
ລະຈາເພື່ອຖອນອັງກິດອອກຈາກສະຫະພາບຢູໂຣບ.
ການລອງສ່ຽງຂອງທ່ານນາງ May ໃນການ ຮຽກຮ້ອງໃຫ້ມີການເລືອກຕັ້ງກ່ອນກໍານົດ
ໄດ້ເຮັດໃຫ້ເປັນໄພຢ້ອນກັບຄືນມາຫາພັກຂອງທ່ານນາງຢ່າງໜ້າເຫລືອເຊື່ອ ໂດຍທີ່
ພັກຂອງທ່ານນາງໄດ້ສູນເສຍຄວາມເປັນສຽງສ່ວນຫລາຍໃນສະພາ.
ຜົນການເລືອກຕັ້ງ ໄດ້ເຮັດໃຫ້ທ່ານນາງ May ທີ່ໄດ້ຮຽກຮ້ອງໃຫ້ມີການເລືອກຕັ້ງແບບ
ຮີບດ່ວນຂຶ້ນ ສາມປີກ່ອນຮອດກໍານົດ ດ້ວຍຄວາມຫວັງວ່າ ຈະເພີ້ມການໄດ້ຮັບສຽງສ່ວນ
ຫລາຍຂອງທ່ານນາງ ແລະເພີ້ມທະວີຄວາມເຂັ້ມແຂງໃຫ້ແກ່ຝ່າຍອັງກິດ ໃນການເຈລະ
ຈາເພື່ອຖອນອັງກິດອອກຈາກສະຫະພາບຢູໂຣບ ກັບ EU. ທ່ານນາງຖືກກົດດັນໃຫ້ລາ
ອອກຈາກຕໍາແໜ່ງນາຍົກລັດຖະມົນຕີ.
636 ບ່ອນນັ່ງໃນຈໍານວນບ່ອນນັ່ງທັງໝົດ 650 ບ່ອນຂອງສະພາຕ່ຳທີ່ີເອີ້ນວ່າ House
of Commons ນັ້ນໄດ້ປະກາດຜົນອອກມາແລ້ວ ຊຶ່ງພັກນິຍົມແນວທາງເດີມໄດ້ 310
ບ່ອນນັ່ງ ແລະ ພັກກໍາມະກອນ ໄດ້ 258 ບ່ອນນັ່ງ. ເຖິງແມ່ນວ່າພັກນິຍົມແນວທາງເດີມ
ຈະໄດ້ ໄຊຊະນະໃນຈໍານວນບ່ອນນັ່ງທີ່ຍັງເຫລືອນັ້ນ ພັກດັ່ງກ່າວກໍຍັງບໍ່ມີຈໍານວນບ່ອນ
ນັ່ງຮອດ 326 ບ່ອນທີ່ຕ້ອງມີເພື່ອຈະໄດ້ເປັນພັກທີ່ມີສຽງສ່ວນຫລາຍໂດຍສົມບູນແບບ.
ກ່ອນໜ້ານັ້ນ ພັກນິຍົມແນວທາງເດີມມີ 330 ບ່ອນນັ່ງ ແລະພັກກໍາມະກອນມີ 229
ບ່ອນນັ່ງ.
ໃນດ້ານການແລກປ່ຽນເງິນຕາຕ່າງປະເທດນັ້ນ ສະກຸນເງິນປອນຂອງອັງກິດຫລຸດໄປ 2
ເຊັນໃນທັນທີທັນໃດເມື່ອແລກກັບເງິນໂດລາສະຫະລັດ ຫລັງຈາກມີການປະກາດຜົນ
ການຢັ່ງຫາງສຽງເພື່ອຫາການສະໜັບສະໜຸນໃນການເອົາອັງກິດອອກຈາກສະຫະພາບ
ຢູໂຣບ.
ຖ້າຫາກທ່ານນາງ May ຖືກບັງຄັບໃຫ້ລົງຈາກຕໍາແໜ່ງນາຍົກລັດຖະມົນຕີ ພາຍຫລັງ
ທີ່ໄດ້ເຮັດໜ້າທີ່ມາເປັນເວລາ 11 ເດືອນນັ້ນກໍຈະເຮັດໃຫ້ອາຍຸການດໍາລົງຕໍາແໜ່ງຂອງ
ທ່ານນາງໃນນາມເປັນນາຍົກລັດຖະມົນຕີຂອງອັງກິດ ທີ່ສັ້ນທີ່ສຸດໃນປະຫວັດສາດນັບ
ແຕ່ຊຸມ 1920 ເປັນຕົ້ນມາ.
ຕອນທີ່ທ່ານນາງ May ໄດ້ຮຽກຮ້ອງໃຫ້ມີການເລືອກຕັ້ງນັ້ນ ພັກນິຍົມແນວທາງເດີມ
ຂອງທ່ານນາງມີຄະແນນນໍາໜ້າຕັ້ງຫລວງຫລາຍ ໃນການຢັ່ງຫາງສຽງປະຊາຊົນ ພ້ອມໆ
ກັບການເປັນພັກທີ່ມີສຽງສ່ວນຫລາຍ ທີ່ບໍ່ມີຄະແນນນໍາໜ້າຫລາຍປານໃດຢູ່ໃນສະພາ.