ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ຄົນອັງກິດ ທີ່ຕິດເຊື້ອອີໂບລາ ເດີນທາງໄປຮອດ ໂຮງໝໍ ທີ່ລອນດອນ (ວີດີໂອ/ສະໄລດ໌)


ຕຳຫຼວດ ຕິດຕາມລົດໂຮງໝໍ ກອງທັບອັງກິດ ທີ່ບັນທຸກ ຜູ້ຊາຍຄົນອັງກິດ ທີ່ຕິດເຊື້ອໄວຣັສ ອີໂບລາ ຢູ່ Sierra Leone ທີ່ຖານທັບອາກາດ Northolt ນອກລອນດອນ ວັນທີ 24, 2014.

ພົນລະ​ເມືອງ​ອັງກິດ ທີ່​ຕິດ​ເຊື້ອ​ໄວຣັສອີ​ໂບລາ ຄົນ​ທຳ​ອິດ ​ໄດ້​
ເດີນທາງ​ໄປ​ຮອດ​ໂຮງໝໍ​ທີ່​ລອນ​ດອນ​ແລ້ວ ​ເພື່ອ​ຮັບ​ການ​ປິ່ນ
ປົວ.

ພະນັກງານ​ຮັກສາ​ສຸຂະພາບ​ຊາຍ ທີ່​ບໍ່​ບອອກ​ຊື່​ໃຫ້​ຮູ້ ​ໄດ້​ຕິດ​
ເຊື້ອ​ໄວຣັສ ອີ​ໂບລາ​ ຢູ່ Sierra Leone.

ຜູ້ກ່ຽວ ໄດ້​ຖືກ​ອົບ​ພະຍົບ ​ອອກ​ຈາກ​ປະ​ເທດ​ໃນ​ອາ​ຟຣິກາ​ຕາ​
ເວັນ​ຕົກ​ແຫ່ງ​ນັ້ນ ໃນ​ວັນ​ອາທິດ​ວານ​ນີ້ ​ແລະໄດ້​ຖືກ​ຈັດ​ສົ່ງ​ໂດຍ
​ເຮືອບິນ​ທະຫານ​ທີ່​ປະກອບ​ອຸບປະກອນ​ພິ​ເສດ ​ໄປ​ຍັງ​ຖານ​
ທັບ​ອາກາດ​ແຫ່ງ​ນຶ່ງ​ຂອງ​ອັງກິດ. ຈາກ​ຖານ​ທັບ​ອາກາດ​ດັ່ງກ່າວ ຜູ້ກ່ຽວ​ໄດ້​ຖືກ​ສົ່ງ​ໄປ​ນຳ​ລົດໂຮງໝໍ​ທະຫານພິ​ເສດ ​ໄປ​ຍັງ​ຫ້ອງ​ຢູ່​ໂດດດ່ຽວ​ສຳລັບ​ປິ່ນປົວ​ພວກ​ຕິດ​ເຊື້ອ​ໄວຣັສອີ​ໂບລາຢູ່​ໂຮງໝໍ Royal Free Hospital ທີ່​ລອນ​ດອນ.

​ໃນ​ຂະນະ​ດຽວ​ກັນ ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ພະນັກງານ​ຮັກສາ​ສຸກຂະພາບ​ຂອງ​
ຕົນ​ຄົນນຶ່ງ​ທີ່ Sierra Leone ​ໄດ້​ຕິດ​ເຊື້ອ​ໄວຣັສນີ້​ເຊັ່ນ​ກັນ. ອົງການ WHO ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ຕົນ​ກຳລັງ​ດຳເນີນ​ງານ​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ ພະນັກງານ​ຄົນ​ນີ້​ໄດ້​ຮັບ​ການ​ຮັກສາ​ປິ່ນປົວຢ່າງດີ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້ ຮວມທັງ​ທາງ​ເລືອກ​ເອົາ​ການ​ຍົກຍ້າຍ​ໄປ​ປິ່ນ
ປົວ​ຢູ່​ໃນ​ສູນ​ການ​ແພດ​ແຫ່ງ​ອື່ນ​ໄດ້ ຖ້າ​ຈຳ​ເປັນ.

ອົງການ​ WHO ​ບໍ່​ໄດ້​ບອກ​ສັນຊາດ​ຂອງພະນັກງານ​ຄົນນີ້​ໃຫ້​ຮູ້ ​ແຕ່​ລາຍ​ງານ​ສື່​ມວນ​ຊົນ​ເວົ້າ​ວ່າ ພະນັກງານ​ຄົນ​ນີ້​ເປັນ​ຊາວ Senegal.

ອົງການ​ອະນາ​ໄມ​ໂລກ ​ແຈ້ງ​ໃຫ້​ຊາບ​ວ່າ ມີ​ປະຊາຊົນ 1427 ຄົນ​ແລ້ວທີ່​ໄດ້​ເສຍ​ຊີວິດ​ໄປ​ຍ້ອນ​ເຊື້ອ​ໄວຣັສອີ​ໂບລາ ​ໃນ​ລະຫວ່າງ​ການລະບາດ​ຂອງ​ໂຣກດັ່ງກ່າວ​ໃນ​ປັດຈຸບັນ ​ແລະ​ກ່າວ​ຕື່ມ​ວ່າ ມາ​ຮອດ​ມື້​ວັນ​ສຸກ​ແລ້ວ​ນີ້​ ​ແມ່ນ​ໄດ້​ມີ​ຄົນ​ຕິດ​ເຊື້ອ​ອີ​ໂບລາ​ 2615 ຄົນ ທີ່​ໄດ້​ຮັບ​ການ​ຢືນຢັນ ​ໃນປະ​ເທດ ກີ​ນີ ​ໄລບີ​ເຣຍ Sierra Leone ​ແລະ​ໄນ​ຈີ​ເຣຍ.

ebola25august14
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG