ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຈົ້າໜ້າທີ່ອັງກິດ ມີ 'ຄວາມເປັນຫ່ວງ ຢ່າງ ເລິກເຊິ່ງ' ສຳລັບສະພາບການ ໄພແຫ້ງແລ້ງ


ພວກແມ່ຍິງໂຊມາເລຍ ພາຍກະໂລ່ງນ້ຳ ຈາກນ້ຳສ້າງຕື້ນໆ ທີ່ໄດ້ຂຸດໄວ້ ຢູ່ໃນດິນຊາຍ ຕາມພື້ນດິນຂອງແມ່ນ້ຳ jerry Shabelle ທີ່ແຫ້ງລົງ ໃນໂຊມາເລຍ ຢູ່ທີ່ຂົງເຂດ Shabelle ຂອງໂໍຊມາເລຍ, ວັນທີ 19 ມີນາ 2016.
ພວກແມ່ຍິງໂຊມາເລຍ ພາຍກະໂລ່ງນ້ຳ ຈາກນ້ຳສ້າງຕື້ນໆ ທີ່ໄດ້ຂຸດໄວ້ ຢູ່ໃນດິນຊາຍ ຕາມພື້ນດິນຂອງແມ່ນ້ຳ jerry Shabelle ທີ່ແຫ້ງລົງ ໃນໂຊມາເລຍ ຢູ່ທີ່ຂົງເຂດ Shabelle ຂອງໂໍຊມາເລຍ, ວັນທີ 19 ມີນາ 2016.

ເລຂາທິການ ຂອງອົງການເພື່ອການພັດທະນາສາກົນຂອງອັງກິດ ກ່າວວ່າ ທ່ານນາງ
ມີ “ຄວາມເປັນຫ່ວງຢ່າງເລິກເຊິ່ງ” ໃນສະພາບການແຫ້ງແລ້ງ ທີ່ກຳລັງຮ້າຍແຮງຂຶ້ນ ຢູ່ໃນປະເທດໂຊມາເລຍ.

ໃນການສິ້ນສຸດ ຂອງການເດີນທາງຢ້ຽມຢາມນະຄອນຫຼວງ Mogadishu ໃນວັນເສົາ ວານນີ້ ທ່ານນາງ Priti Patel ໄດ້ກ່າວວ່າ ໄພແຫ້ງແລ້ງ ກຳລັງສົ່ງຜົນກະທົບຕໍ່ປະຊາ
ຊົນ ຫຼາຍລ້ານຄົນ ແລະ ອັງກິດ ວາງແຜນວ່າ ຈະເພີ້ມການຊ່ອຍເຫຼືອແກ່ໂຊມາເລີຍ.

ທ່ານນາງ Patel ໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ “ປະຊາຊົນຫຼາຍລ້ານຄົນ ຂອງໂຊມາເລຍ ປັດຈຸບັນນີ້ ດຳລົງຊີວິດຢູ່ໃນສະພາບທີ່ໝົດຄວາມຫວັງ ໃນຂະນະ
ທີ່ ໄພແຫ້ງແລ້ງຂົ່ມຂູ່ ຕໍ່ຊີວິດ ແລະ ຄວາມໝັ້ນຄົງ ເຊິ່ງເປັນເຫດຜົນ ທີ່ອັງກິດຈະ
ເພີ້ມການຊ່ອຍເຫຼືອ ເພື່ອຊ່ອຍຊີວິດພວກຄົນ ແລະ ສະໜອງອາຫາພື້ນຖານ ນ້ຳສະອາດ ແລະ ໂພສະນາການ.”

ຖະແຫລງການນີ້ກ່າວອີກວ່າ “ການສ້າງຄວາມປອດໄພ ຄວາມທຸ່ນທ່ຽງ ແລະ ຄວາມຈະເລີນຮຸ່ງເຮືອງ ໃຫ້ແກ່ໂຊມາເລຍ ນັ້ນ ແມ່ນເປັນບູລິມະສິດ ລະດັບສູງ ສຳລັບອັງກິດ ແລະ ໃນຂະນະດຽວກັນ ຄວາມກ້າວໜ້າທີ່ຍິ່ງໃຫຍ່ ໄດ້ເກີດຂຶ້ນ
ແລ້ວ ແຕ່ຄວາມທ້າທາຍທີ່ສຳຄັນ ກໍຍັງມີຢູ່.”

ທ່ານນາງ Patel ປະກາດວ່າ ລອນດອນ ຈະສະໜອງທຶນຊ່ອຍເຫຼືອ ຈຳນວນຫຼາຍ ລ້ານໂດລາ ໃນການຊ່ອຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ໂດຍໄພແຫ້ງແລ້ງ. ທ່ານນາງໄດ້ກ່າວວ່າ ທຶນດັ່ງກ່າວຈະຖືກນຳສົ່ງ ໂດຍຜ່ານສາມອົງການ ຂອງສະຫະ ປະຊາຊາດ ດັ່ງຕໍ່ໄປນີ້: ອົງການອາຫານໂລກ ກອງທຶນເພື່ອເດັກນ້ອຍ ແລະ ອົງການ ເພື່ອອາຫານ ແລະການກະສິກຳ.

ເມື່ອສອງສາມມື້ຜ່ານມາ ປະຊາຄົມນາໆຊາດ ໄດ້ຮຽກຮ້ອງຂໍທຶນຈຳນວນ 864 ລ້ານ ໂດລາ ເພື່ອຊ່ອຍເຫຼືອ ຊາວໂຊມາເລຍ 3 ລ້ານ 9 ແສນຄົນ ຜູ້ທີ່ຕ້ອງການ ການຊ່ອຍ
ເຫຼືອ ເພື່ອຊ່ອຍຮັກສາຊີວິດ ຂອງພວກເຂົາເຈົ້າຢ່າງຮີບດ່ວນ ດັ່ງທີ່ຖະແຫລງການ ໄດ້ກ່າວໄປ.

ການເລື່ອນຂອງລະດູຝົນ ແລະ ການຂາດແຄນນ້ຳຝົນ ເປັນສາເຫດຂອງໄພແຫ້ງ ແລ້ງດັ່ງກ່າວ.

ລັດຖະບານໂຊມາເລຍ ໄດ້ເຕືອນເຖິງໄພອຶດຫິວທີ່ອາດເປັນໄປໄດ້ ໃນພາກສ່ວນ
ຕ່າງໆ ຂອງປະເທດນີ້ ຖ້າຫາກ ການນຳສົ່ງການຊ່ອຍເຫຼືອດ້ານມະນຸດສະທຳ ທີ່ ຕ້ອງການຢ່າງຮີບດ່ວນນັ້ນ ແມ່ນບໍ່ໄດ້ຖືກສົ່ງໄປຍັງຂົງເຂດ ຢູ່ໃນພາກຕາເວັນອອກ ສຽງເໜືອ ແລະ ພາກກາງ ຂອງໂຊມາເລຍ ພາກຕາເວັນຕົກສຽງໃຕ້ ແລະ ເຂດດິນ
ແດນ ຂອງໂຊມາເລຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG