ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຖານ​ທັບ​ເຮືອ ອັງ​ກິດ ຢູ່ ​ເຂດເອ​ເຊຍ ຕາ​ເວັນ​ອອກ​ສຽງ​ໃຕ້ ຈະ​ສ້າງຄວາມ​ເປັນ​ສັດ​ຕູ ກັບ​ຈີນ


ທະ​ຫານ​ເຮືອ​ຄົນ​ນຶ່ງ ຢືນ​ຢູ່​ເທິງ​ກຳ​ປັ່ນ​ລົບ HMS Albion ຂອງ​ອັງ​ກິດ ​ເວ​ລາ​ກຳ​ປັ່ນ​ດັ່ງ​ກ່າວ ​ເດີນ​ທາງ​ໄປ​ຮອດ​ ​ທ່າ​ເຮືອຮາ​ຣູ​ມິ ​ໃນ​ນະ​ຄອນ​ໂຕ​ກຽວ ປະ​ເທດ​ຍີ່​ປຸ່ນ ເມື່ອ​ວັນ​ທີ 3 ສິງ​ຫາ 2018.
ທະ​ຫານ​ເຮືອ​ຄົນ​ນຶ່ງ ຢືນ​ຢູ່​ເທິງ​ກຳ​ປັ່ນ​ລົບ HMS Albion ຂອງ​ອັງ​ກິດ ​ເວ​ລາ​ກຳ​ປັ່ນ​ດັ່ງ​ກ່າວ ​ເດີນ​ທາງ​ໄປ​ຮອດ​ ​ທ່າ​ເຮືອຮາ​ຣູ​ມິ ​ໃນ​ນະ​ຄອນ​ໂຕ​ກຽວ ປະ​ເທດ​ຍີ່​ປຸ່ນ ເມື່ອ​ວັນ​ທີ 3 ສິງ​ຫາ 2018.

ກຳ​ປັ່ນ​ລົບທີ່​ສາ​ມາດ​ຍົກ​ພົນ​ຂຶ້ນ​ບົກຂອງ​ອັງ​ກິດ ໄດ້ແລ່ນ​ຜ່ານ​ທະ​ເລ​ຈີນ​ໃຕ້ ເມື່ອ​ເດືອນ​ສິງ​ຫາ​ປີ​ກາຍ ແລະ​ຈີນ ຊຶ່ງ​ເປັນ​ມະ​ຫາ​ອຳ​ນາດ ​ທາງ​ທະ​ຫານ​ທີ່​ເຂັ້ມ​ແຂງ​ສຸດ​ໃນ​ເອ​ເຊຍ ທີ່​ອ້າງ​ເອົາ​ກຳ​ມະ​ສິດ​ເກືອບ​ທັງ​ໝົດ ​ໃນ​ທະ​ເລ​ຈີ​ນ​ໃຕ້​ນັ້ນ ໄດ້​ຂັບໄລ່​ກຳ​ປັ່ນ​ລຳ​ດັ່ງ​ກ່າວ. ມາ​ບັດ​ນີ້ ອັງ​ກິດ ຊຶ່ງ​ຄັ້ງ​ນຶ່ງ​ມາ​ແລ້ວ​ເຄີຍ​ເປັນ​ປະ​ເທດ​ມະຫາ​ອຳ​ນາດ​ອາ​ນາ​ນິ​ຄົມ​ມີ​ຖານ​ທັບ​ຢູ່​ໃນ​ເອ​ເຊຍຕ້ອງ​ການ​ຢາກ​ຈະ​ສ້າງ​ຕັ້ງ​ຖານ​ທັບ​ໃໝ່​ຂຶ້ນ​ໃນ​ຂົງ​ເຂດ ອີງ​ຕາມ​ລາຍ​ງານ​ຂ່າວ ​ທີ່​ອ້າງ​ຄຳ​ເວົ້າ ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອັງ​ກິດ.

ຖານ​ທັບ​ຂອງ​ອັງ​ກິດ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ບ່ອນ​ທີ່ ໔ ປະ​ເທດ​ທີ່ມີ​ການ​ຂັດ​ແຍ້ງ ​ໃນ​ການ​ອ້າງ​ກຳ​ມະ​ສິດ​ທາງ​ທະ​ເລ​ກັບ​ຈີນ ຈະ​ອຳ​ນວຍ​ໃຫ້ມີ​ການນຳໃຊ້ກຳ​ປັ່ນລົບໄດ້​ໄວ​ຂຶ້ນຕໍ່​ການ​ປະ​ຕິ​ບັດ​ງານ​ໃດໆ​ກໍ​ຕາມໃນ​ອະ​ນາ​ຄົດ ຄື​ກັນ​ກັບ​ທີ່​ເກີດ​ຂຶ້ນ​ເມື່ອ​ວັນ​ທີ ໓໑ ສິງ​ຫາ​ຜ່ານ​ມາ.

ແຜນ​ທີ່ ສະ​ແດງ​ໃຫ້​ເຫັນ ການ​ອ້າງ​ກຳ​ມະ​ສິດ ຂອງ 6 ປະ​ເທດໃນ​ເອ​ເຊຍ ເອົາ​ໝູ່​ເກາະ Spratly ແລະ Paracel ຢູ່​ທະ​ເລ​ຈີນ​ໃຕ້
ແຜນ​ທີ່ ສະ​ແດງ​ໃຫ້​ເຫັນ ການ​ອ້າງ​ກຳ​ມະ​ສິດ ຂອງ 6 ປະ​ເທດໃນ​ເອ​ເຊຍ ເອົາ​ໝູ່​ເກາະ Spratly ແລະ Paracel ຢູ່​ທະ​ເລ​ຈີນ​ໃຕ້

ພວກ​ນັກ​ຊ່ຽວ​ຊານ​ທາງ​ດ້ານ​ກາ​ນ​ເມືອງເຂດເອ​ເຊຍ ​ກ່າວ​ວ່າ ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ​ທີ່​ປະ​ເທດ​ຕ່າງໆຈະ​ປ່ອຍ​ໃຫ້​ອັງ​ກິດ ​ທ້າ​ທາຍຕໍ່​ອິດ​ທິ​ພົນ​ຈີນ ແລະ​ໄດ້​ຮັບ​ການ​ທ້າ​ທາຍ​ຕອບ ໃນ​ທະ​ເລ​ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ໂດຍ​ຊ່ວຍ​ໃຫ້​ກຳ​ປັ່ນ​ລົບ ​ຂອງ​ອັງ​ກິດ ຮ່ວມ​ກັບ​ກຳ​ປັ່ນ​ລົບ​ຂອງ​ອາ​ເມ​ຣິ​ກັນທີ່​ເປັນ​ພັນ​ທະ​ມິດ ທຳ​ການ​ຊ້ອມ​ລົບ​ທາງ​ທະ​ເລເປັນ​ບາງ​ຄັ້ງ​ບາງ​ຄາວ. ພວກ​ນັກ​ຊ່ຽວ​ຊານ​ກ່າວ​ວ່າ ອັງ​ກິດ​ພຽງ​ປະ​ເທດ​ດຽວ​ແມ່ນ​ບໍ່​ມີ​ເງິນ​ພຽງ​ພໍ ແລະ​ອາດ​ມີ​ຄວາມ​ຮູ້​ສຶກ​ເປັນ​ຫ່ວງ​ໃນ​ເລື້ອງ​ຄວາມ​ສຳ​ພັນ ​ກັບ​ອະ​ດີດ​ອາ​ນາ​ນິ​ຄົມ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້.

ທ່ານ​ເອ​ດົວ​ໂດ ອາ​ຣາ​ຣາ​ລ ຜູ້​ຊ່ວຍ​ສາ​ສະ​ດາ​ຈານ ທີ່​ສະ​ຖາ​ບັນ​ນະ​ໂຍ​ບາຍ​ສາ​ທາ​ລະ​ນະ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລແຫ່ງ​ຊາດ​ສິງ​ກະ​ໂປ ​ກ່າວ​ວ່າ “ພວກ​ເຂົາ​ເຈົ້າຕ້ອງ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ສະ​ຫະ​ລັດ ຖ້າ​ບໍ່​ດັ່ງ​ນັ້ນ​ແລ້ວ ມັນ​ກໍ​ບໍ່​ມີ​ຄວາມ​ໝາຍຫຍັງ. ພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້​ຮ່ວມ​ສົມ​ທົບ​ກັບ​ສະ​ຫະ​ລັດ ໃນ​ອັນ​ທີ່​ເອີ້ນ​ວ່າ ການ​ປະ​ຕິ​ບັດ​ງານ​ອິດ​ສະ​ຫຼະ​ພາບ​ໃນ​ການ​ເດີນ​ເຮືອ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອັງ​ກິດ ທ່ານ​ແກວິນ ວິ​ລ​ລຽມ​ສັນ ກ່າວ​ຕໍ່​ໜັງ​ສື​ພິມເຕ​ເລກ​ຣາບ (Telegraph) ໃນ​ເດືອນ​ທັນ​ວາ​ຜ່ານ​ມານີ້​ວ່າ ປະ​ເທດ​ຂອງ​ທ່ານ​ພວມຊອກ​ຫາ​ຖານ​ທັບ​ໃໝ່ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG