ສານຮົງກົງແຫ່ງນຶ່ງ ໄດ້ມີຄຳເຫັນ ວ່າ ນາຍທະນາຄານ ຊາວອັງກິດ
ຜູ້ຖືກກ່າວຫາ ຂ້າຜູ້ຍິງຊາວອິນໂດເນເຊຍ ສອງຄົນ ແມ່ນມີ
ສະພາບດີ ທີ່ຈະໃຫ້ການດຳເນີນຄະດີ ຫຼັງຈາກ ທີ່ໄດ້ຜ່ານການ
ກວດສອບ ຂອງຈິດຕະແພດແລ້ວ.
ຜູ້ພິພາກສາ ຍັງໄດ້ເລື່ອນການໄຕ່ສວນໃນຂັ້ນຕົ້ນ ຄະດີຄວາມ
ຂອງ ທ່ານ Rurik Jutting ໄປຈົນກວ່າ ວັນທີ 6 ເດືອນ ກໍລະກົດ
ເພື່ອທີ່ຈະໃຫ້ບັນດາໄອຍະການ ມີເວລາຫຼາຍຂຶ້ນຕື່ມ ໃນການ
ກວດສອບຫຼັກຖານ.
ທ່ານ Jutting ຜູ້ທີ່ໄດ້ເຮັດວຽກ ໃຫ້ ບໍລິສັດ Bank of America ຢູ່
ໃນຮົງກົງ ຖືກຈັບກຸມ ເມື່ອຕົ້ນເດືອນນີ້ ຫຼັງຈາກທີ່ເຈົ້າໜ້າທີ່ຕຳຫລວດ ພົບສົບຂອງຜູ້ຍິງ
ສອງຄົນ ຢູ່ໃນເຮືອນພັກ ຂອງລາວ. ສົບນຶ່ງ ຖືກຍັດເຂົ້າໄວ້ໃນຫີບເດີນທາງ ຢູ່ລະບຽງ
ຂອງລາວ.
ທ່ານ Jutting ຍັງບໍ່ທັນ ໃຫ້ການຮັບສາລະພາບໃດໆຕໍ່ສານ. ລາວ ຈະຍັງຢູ່ໃນການຄຸ້ມຄອງ ຂອງເຈົ້າໜ້າທີ່ ຈົນກວ່າ ການດຳເນີນຄະດີ ຂອງລາວ ຕໍ່ໄປໃນເດືອນກໍລະກົດເສຍກ່ອນ.