ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບໍ​ລິ​ສັດຢາສູບ​ຍັກ​ໃຫຍ່​​ ຕົກລົງ​ຈ່າຍ​ເງິນ​ຄ່າ​ປັບ​ໃໝ 630 ລ້ານ​ໂດ​ລາ ໃນ​ຂໍ້​ຫາ​ລະ​ເມີການ​ລົງ​ໂທດ​ຂອງ ​ສຫລ ​ຕໍ່​ເກົາຫຼີ​ເໜືອ


ທ່ານ Brian Nelson, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຮັບ​ຜິດ​ຊອບ​ດ້ານ​ການກໍ່​ການ​ຮ້າຍ ແລະ​ສອດ​ແນມດ​້ານ​ການ​ເງິນ ແລະ ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳ​ຂອງ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ທ່ານ Matthew Graves ກ່າວ​ຄຳ​ປາ​ໄສ​ຢູ່​ກະ​ຊວງຍຸ​ຕິ​ທຳ​ໃນ​ນະ​ຄອ​ນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 25 ເມ​ສາ, 2023
ທ່ານ Brian Nelson, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຮັບ​ຜິດ​ຊອບ​ດ້ານ​ການກໍ່​ການ​ຮ້າຍ ແລະ​ສອດ​ແນມດ​້ານ​ການ​ເງິນ ແລະ ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳ​ຂອງ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ທ່ານ Matthew Graves ກ່າວ​ຄຳ​ປາ​ໄສ​ຢູ່​ກະ​ຊວງຍຸ​ຕິ​ທຳ​ໃນ​ນະ​ຄອ​ນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 25 ເມ​ສາ, 2023

ໃນ​ການ​ລົງ​ໂທດ​ຄັ້ງໃຫຍ່​ທີ່​ສຸດ​ນັ້ນ, ບໍ​ລິ​ສັດຢາສູບ​ຍັກ​ໃຫຍ່​ຂອງຊາວ​ອັງກິດ-​ອາ​ເມ​ຣິ​ກັນ ​ໄດ້​ຕົກລົງ​ຈ່າຍ​ເງິນ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ສະຫະລັດ​ເກືອບຮອດ 630 ລ້ານ​ໂດ​ລາ ​ຊຶ່ງ​ເປັນ​ຄ່າ​ປັບ​ໃໝ​ໃນ​ຂໍ້​ຫາ​ລະ​ເມີດ​ມາດ​ຕະການ​ລົງ​ໂທດ​ຂອງ​ສະຫະລັດ​ຕໍ່​ເກົາຫຼີ​ເໜືອ.

ການລົງໂທດຢ່າງ​ໜັກແມ່ນສ່ວນນຶ່ງຂອງ "ຂໍ້ຕົກລົງໃນການດໍາເນີນຄະດີທີ່ຖືກເລື່ອນເວລາ" ທີ່ບໍລິສັດໄດ້ເຊັນກັບກະ​ຊວງຍຸຕິທໍາ, ອີງ​ຕາມ​ພວກເຈົ້າຫນ້າທີ່ ປະກາດໃນວັນອັງຄານວານນີ້.

​ໃນ​ຂະນະ​ດຽວ​ກັນ, ບໍລິສັດແບດ (BAT) ທີ່ເປັນສາ​ຂາ ແລະ​ມີ​ສຳນັກງານຕັ້ງ​ຢູ່​ສິງກະ​ໂປໄດ້​ຮັບ​ສາລະພາບ​ວ່າ​ ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ສົມ​ຮູ້​ຮ່ວມ​ຄິດ​ໃນ​ການ​ສໍ້​ໂກງ​ທະນາຄານ ​ແລະສົມ​ຮູ້​ຮ່ວມ​ຄິດ ໃນ​ການ​ລະ​ເມີດ​ມາດ​ຕະການ​ລົງ​ໂທດ​ຂອງ​ສະຫະລັດ.

ການ​ຈ່າຍ​ເງິນ​ດັ່ງກ່າວ ​ໄດ້​ປິດ​ການ​ສືບສວນ​ທີ່​ແກ່ຍາວ​ມາ​ເປັນ​ເວລາ​ດົນ​ນານ​ຂອງ​ສະຫະລັດ ກ່ຽວ​ກັບ​ການ​ລະ​ເມີດຂອງບໍ​ລິ​ສັດ BAT ​ຕໍ່​ມາດ​ຕະ​ການ​ລົງ​ໂທດ​ຂອງ​ສະຫະລັດຕໍ່​ເກົາຫລີ​ເໜືອ ທີ່​ຢູ່​ໃນ​ຂໍ້ກ່າວ​ຫານັ້ນລົງ.

ໃນປີ 2007, ບໍລິສັດໄດ້ແຍກ​ເອົ​າຂາຍໄປເກົາຫຼີເໜືອຂອງຕົນ ແກ່ບໍລິສັດ​ຂອງ ບຸກ​ຄົນທີສາມ ໂດຍປະກາດວ່າ ຕົນບໍ່ໄດ້ເຮັດທຸລະກິດ ໃນປະເທດນັ້ນອີກຕໍ່ໄປ ແລ້ວ.

ແຕ່​ໃນ​ຄວາມ​ເປັນ​ຈິງ, ບໍ​ລິ​ສັດ BAT ໄດ້​ສືບ​ຕໍ່​ເຮັດ​ທຸ​ລະ​ກິດ​ຢູ່​ໃນ​ເກົາ​ຫຼີ​ເຫນືອ​ ໂດຍ​ຜ່ານ​ການ​ບໍ​ລິ​ສັດຂອງ​ບຸກ​ຄົນ​ທີ​ສາມ​ທີ່​ໄດ້​ຮັບ​ການ​ຄວບ​ຄຸມ​ໂດຍ​ບໍ​ລິ​ສັດ​ຍ່ອຍ​ຂອງ​ຕົນ​ໃນ​ສິງ​ກະ​ໂປ, ອີງ​ຕາມ​ເອ​ກະ​ສານຂອງ​ສານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG