ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກນິຍົມແນວທາງເດີມ ໄດ້ຮັບໄຊຊະນະ ໃນການປ່ອນບັດ ເລືອກຕັ້ງສະພາ ຢູ່ອັງກິດ


ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ໂບກມື ໃນຂະນະທີ່ເດີນທາງອອກຈາກ ຫ້ອງການພັກນິຍົມແນວທາງ ເດີມ.
ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ໂບກມື ໃນຂະນະທີ່ເດີນທາງອອກຈາກ ຫ້ອງການພັກນິຍົມແນວທາງ ເດີມ.

ພັກ​ນິຍົມ​ແນວທາງ​ເດີມອັງກິດ​ທີ່​ນຳ​ໂດຍ ນາຍົກລັດຖະມົນຕີ
David Cameron ​ໄດ້​ຊົມ​ຊື່ນ​ກັບ​ບັນຍາກາດ ​ໄຊຊະນະ ​
ຂອງ​ການ​ລົ​ງຄະ​ແນນ​ສຽງ ທົ່ວ​ປະ​ເທດ ​ໃນວັນ​ພະຫັດວານ​ນີ້.

​ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້ ສື່​ມວນ​ຊົນ​ອັງ​ກິດ ​ໄດ້​ທຳນາຍ​ວ່າ ພັກ​
ນິຍົມ​ແນວທາງ ​ເດີມ ຈະ​ໄດ້​ໄຊຊະນະບ່ອນ​ນັ່ງ​ສ່ວນ​ໃຫຍ່ຢູ່​ໃນ​
ສະພາ ​ແຕ່​ວ່າ ການ​ນັບ​ຄະ​ແນນ​ສຽງ​ຍັງ​ບໍ່​ທັນ​ສີ້​ນສຸດ​ເທຶ່ອ.

ພັກ Scottish ​ແຫ່ງ​ຊາດ ​ໄດ້​ເປັນ​ພັກ​ນຶ່ງ​ທີ່​ຕຶ່ນຕົກ​ໃຈ​ຢ່າງ​ໃຫຍ່
​ໃນຄໍ່່າຄຶນ ​ໃນ​ຂະນະ​ທີ່​ໄດ້ຊະນະ ພັກ​ແຮງ​ງານ ​ແລະ​ຊະນະ
​ຫລາຍ​ກວ່າ 50 ບ່ອນນັ່ງ ​ເຮັດ​ໃຫ້ Scotland ​ເກືອບ​ເປັນ​ພັກ​ດຽວ​ຂອງ​ປະ​ເທດ.

​ໃນ​ຂະນະ​ດຽວ​ກັນ ພັກ​ແຮງ​ງານ​ໄດ້ສ້າງ​ຄວາມ​ລົ້ມເຫ​ລວບໍ່​ກ້າວ​ໄປ​ໄກຢູ່​ໃນ​ອັງ​ກິດ ​ແລະ
Wales. ຜູ້ນຳພັກ​ແຮງ​ງານ ທ່ານ Ed Miliband ​ຮ້ອງການ​ຢັ່ງສຽງ​ໃນ​ວັນ​ພະຫັດ​ວານ​ນີ້​
ວ່າ “​ເປັນ​ການ​ຜິດ​ຫວັງ​ທີ່​ສຸດ ​ແລະ​ເປັນ​ຄືນ​ທີ່​ລຳບາກ​ສຳລັບພັກ​ແຮ​ງງານ” ​ແລະ​ກ່າວວ່າ
ການ​ສູນ​ເສຍໃນ Scotland ​ໄດ້​ເນື່ອງ​ມາ​ຈາກ "ການ​ຊອກ​ຫາ​ຄວາມ​ເປັນ​ຊາດ​ນິຍົມ"
ທີ່​ຄອບ​ງຳພັກ​ແຮງ​ງານ.

ນາຍົກລັດຖະມົນຕີ Cameron ​ໄດ້​ໂຄສະ​ນາ​ຫາ​ສຽງ​ໂດຍ​ໃຫ້​ຄຳ​ໝັ້ນ​ສັນຍາ ທີ່ຈະ​ລົງ​
ປະຊາ​ມະຕິ​ວ່າ ອັງກິດ ເປັນ​ປະ​ເທດ​ໃຫຍ່ອັນ​ດັບຫ້າ​ດ້ານ​ເສດ​ຖະ​ກິດໂລກ ສົມ​ຄວນ​ທີ່​
ຈະຢູ່​ຮວມກຸ່ມ 28 ປະ​ເທດສະຫະພາບ​ໂຣບ ຫລືບໍ່?

ບັນດາ​ນັກວິ​ເຄາະ​ ສື່​ມວນ​ຊົນ​ຈຳນວນ​ນຶ່ງ ​ສົງ​ໄສ​ແລ້ວວ່າ ການ​ໄດ້ຮັບ​ໄຊຊະນະ​ຂອງ
ພັກ​ນິຍົມ​ແນວທາງເດີມ ຈະ​ມີ​ຂຶ້ນ​ກ່ອນ​ການ​ລົງ​ປະຊາ​ມະຕິຂອງບັນດາຜູ້​ປ່ອນ​ບັດ ​ໃນ​
ອັງກິດ ພາຍ​ໃນ​ສອງ​ປີ.

ບັນດາ​ນັກວິ​ເຄາະ​ຍັງ​ກ່າວ​ວ່າ ລັດ​ຖະບານ​ພັກ​ນິຍົມແນວທາງເດີມ ຈະ​ຕ້ອງ​ຊອກ​ຫາ​
ຊ່ອງ​ທາງຕົກລົງ​ກັນ​ກັບ Scotland ​ແລະ ການ​ຮຽກຮ້ອງ​ເປັນ​ເອກ​ກະລາດ​ຂອງເຂົາ​ເຈົ້າ.

Britain Election
please wait
Embed

No media source currently available

0:00 0:02:01 0:00

XS
SM
MD
LG