ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ນາຍົກອັງກິດ ໄປຢ້ຽມຢາມ ອັຟການິສຖານ ໂດຍບໍ່ໄດ້ ປະກາດລ່ວງໜ້າ


ນາຍົກອັງກິດ ທ່ານ David Cameron ຈັບມືກັບປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani.

ນາຍົກລັດຖະມົນຕີອັງກິດທ່ານ David Cameron ​ໄດ້​ໄປ
ຢ້ຽມຢາມ ອັຟກາ​ນິສຖານ ໂດຍ​ບໍ່​ໄດ້​ປະກາດ​ໃຫ້ຊາບລ່ວງ​
ໜ້າ ​ເພື່ອ​ສົນທະນາ​ຫາລືກັບບັນດາ​ຜູ້ນຳລັດຖະບານສາມັກ
ຄີຊາດຊຸດໃໝ່ ຂອງປະເທດດັ່ງກ່າວ.

ທ່ານ Cameron ​ໄດ້​ພົບ​ປະ​ກັບ ປະທາ​ນາ​ທິບໍດີ Ashraf
Ghani ຢູ່​ທໍາ​ນຽບ ປະທາ​ນາ​ມິ​ບໍດີ ໃນ​ນະຄອນຫລວງ​ຄາ​ບູລ
​ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້​ເພື່ອ​ໂອ້ລົມ​ກັນ.

​ໃນ​ລະຫວ່າງ​ກອງ​ ປະ​ຊຸມຖະແຫຼງຂ່າວ ຫລັງ​ຈາກ​ການ​ພົບ​
ປະກັນ​ແລ້ວ​ນັ້ນ ທ່ານ Cameron ກ່າວ​ວ່າ ອັງກິດຈະສືບຕໍ່
ໃຫ້ການ​ສະໜັບສະໜຸນ ໃນດ້ານການພັດທະນາ​ກຳລັງ​ທະຫານ​ອັ​ຟກາ​ນິສຖານ ​ເຖິງ​ແມ່ນ​ວ່າຕົນ​ພວກ​ນຳເອົາ​ກຳລັງສູ້ລົບ ທັງ​ໝົດ ກັບຄືນ​ປະເທດ ພາຍ​ໃນ​ທ້າຍ​ປີ​ນີ້ກໍຕາມ.

ປັດຈຸບັນ​ນີ້ ອັງກິດມີທະຫານ​ເກືອບ 3,000 ຄົນ ຢູ່​ໃນອັຟການິສຖານ ອັນ​ເປັນ​ພາກ​ສ່ວນ
ນຶ່ງ ຂອງກໍ​າລັງ​ອົງການ NATO.

ທ່ານ Cameron ກ່າວ​ວ່າ “ອັງກິດໄດ້​ຮັບການສູນເສຍຢ່າງໜັກ ໃນການ​ຊ່ວຍ​ເຫລືອ ​
ເພື່ອນຳ​ມາ​ເອົາສະຖຽນລະພາບມາສູ່​ປະ​ເທດ​ດັ່ງກ່າວ. ​ແຕ່​ນີ້​ເປັນ​ບ່ອນ​ທີ່ ກຸ່ມ al-Qaida

​ໄດ້ເຝິກແອບພວກ​ກໍ່​ການ​ຮ້າຍ. ນີ້​ເປັນ​ບ່ອນວາງແຜນຢ່າງລັບໆ ໃນການໂຈມຕີເມື່ອວັນ
ທີ 11ກັນຍາ ​ແລະ​ການວາງ​ແຜນອື່ນໆອີກ​ທີ່​ນັບ​ບໍ່​ຖ້ວນ. ​ແລະການທີ່ອັ​ຟກາ​ນິສຖານໄດ້
ປອດຈາກກຸ່ມກໍ່ການຮ້າຍ al-Qaida ແມ່ນນອນ ຢູ່ໃນ​ຜົນ​ປະ​ໂຫຍ​ດແຫ່ງຊາດຂອງ​ປະ​
ເທດ​ເຮົາ ​ພ້ອມ​ດ້ວຍອັຟກາ​ນິສຖານ. ​ແລະ ບັດ​ນີ້ ​ເປັນເວລາ 13 ປີ​ມາ ອັ​ຟກາ​ນິສຖານ
ແມ່ນສາມາດ ແລະຈະ​ຕ້ອງ​ກຳກັບ ນຳເລື່ອງຄວາມ​ປອດ​ໄພ​ຂອງ​ຕົນ​ເອງ.”

ການ​ຢ້ຽມຢາມ​ຂອງຜູ້ນຳ​ອັງ​ກິດ​ ​ໄດ້​ມີຂື້ນ​ບໍ່ເທົ່າໃດມື້ ​ຫລັງ​ຈາກ​ການສາບານ​ໂຕ ເຂົ້າຮັບ
ຕຳແໜ່ງ ຂອງ​ທ່ານ Ghani ໃນວັນຈັນຜ່ານມາ. ຄູ່​ແຂ່ງຂັນ​ ໃນການ ເລືອກຂອງ​ທ່ານ ຄື
ທ່ານ Abdullah Abdullah ​ກໍໄດ້​ຖືກ​ສາບານ​ໂຕ​ເຂົ້າຮັບ ຕຳແໜ່ງຫົວໜ້າ​ຄະນະບໍລິຫານ​
ໃນ​ການຄອງອໍານາດຮ່ວມກັນ ທີ່​ໄດ້​ບັນລຸ​ການ​ຕົກລົງ​ ຫລັງ​ຈາກ​ໄດ້ເກີດວິກິດການລຸນຫລັງ
ການເລືອກຕັ້ງເປັນເວລາຫລາຍໆ​ເດືອນ​.

As International Troops Dwindle, Fight in Afghanistan Continues
please wait

No media source currently available

0:00 0:01:38 0:00

ທ່ານ Cameron ​ໄດ້​ຍ້ອງຍໍ​ສັນລະ​ເສີນ ທ່ານ Ghani ​ແລະ​ທ່ານ Abdullah ທີ່​ປະຕິບັດ
​ງານ​ຮ່ວມ​ກັນ ​ເພື່ອ​ປະກອບລັດຖະບານສາມັກຄີຊາດ ​ແຕ່​ໄດ້​ກ່າວ​ວ່າ ວຽກ​ການ​ຍັງ​ບໍ່​ທັນ
​ເສັດ​ສີ້​ນ​ເທຶ່ອ.

ທ່ານ Ghani ​ໄດ້​ສະ​ແດງ​ຄວາມ​ໄວ້ອາ​ໄລ ໃຫ້​ແກ່ທະຫານອົງການ NATO ທີ່​ໄດ້ເສຍຊີ
ວິດໃນການ​ສູ້​ລົບ ຢູ່​ອັ​ຟກນິສຖານ ​ໂດຍ​ກ່າວ​ວ່າ ການ​ເລື​ອກຕັ້ງ​ຂອງ​ປະ​ເທດ​ຫວ່າງ​ມໍ່ໆ​ມາ
​ນີ້ ​ແລະ​ການສ້າງຕັ້ງ​ລັດຖະບານ​ສາມັກຄີຊາດທີ່ຕິດຕາມ​ມາ ແມ່ນ​ເປັນໝາກ​ຜົນ​ຂອງການ
​ເສຍ​ສະລະດັ່ງກ່າວ. ທ່ານກ່າວ​ວ່າ ບັນຫາ​ທີ່ ອັ​ຟກາ​ນິສຖານປະ​ເຊີນ​ໜ້າ​ນັ້ນ ແມ່ນບໍ່​ສາ
ມາດ​ຕໍ່ສູ້ແຕ່​ພຽງ​ເຂົາ​ເຈົ້າຕາມລຳພັງຜູ້ ດຽວໄດ້.

​ໃນ​ ວັນ​ອັງຄານ​ທີ່​ຜ່ານ​ມານີ້ ບັນດາ​ເຈົ້າ​ໜ້າ​ທີ່​ອັຟການິສຖານ ​ແລະ​ສະຫະລັດ ​ໄດ້​ເຊັນ​ຂໍ້​
ຕົກລົງ​ຄວາ​ມ​ປອດ​ໄພສອງ​ຝ່າຍ ທີ່​ຈະ​ອະນຸຍາດ​ໃຫ້ ທະຫານສະຫະ ລັດ ​ແລະ​ພົນລະ​
ເຮືອນ​ເກືອບ 10,000 ຄົນ ​ແລະ​ກຳລັງ NATO ອີກ 2,000 ຄົນ ​ຢູ່ໃນອັຟການິສຖານໄດ້
ຕໍ່ໄປ ຫລັງ​ຈາກກຳນົດ​ເສັ້ນ​ຕາຍ ທີ່ຕັ້ງໄວ້​ໃນ​ວັນ​ທີ 31 ​ເດືອນ​ທັນ​ວາ ​ເພື່ອ​ໃຫ້​ທະຫານ​
ນາໆຊາດ​ຖອນ​ອອກໄປນັ້ນ.

ຂໍ້ຕົກລົງດັ່ງກ່າວອະນຸຍາດ​ ໃຫ້ກຳລັງປະສົມນາໆ​ຊາດ ສືບຕໍ່ທຳການເຝິກ​ແອບ ກຳລັງ
​ຮັກສາ​ຄວາມ​ປອດ​ໄພອັຟກາ​ນິສຖານ ​ແລະ​ປະ​ຕິ​ບັດ​ງານ​ໂຈມຕີກຸ່ມກໍ່ການ ຮ້າຍ al-Qadai ຢູ່​ໃນປະ​ເທດໄດ້.

BRITAIN AFGHANISTAN CNPK
please wait

No media source currently available

0:00 0:02:01 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG