ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອັງກິດ ແລະ ຢູໂຣບ ບັນລຸຂໍ້ຕົກລົງການຄ້າ ຫຼັງຈາກການຕໍ່ລອງ ຫຼາຍເດືອນ


ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ ຈັດກອງປະຊຸມຖະແຫຼງຂ່າວ ຢູ່ຫ້ອງການນາຍົກລັດຖະມົນຕີ ກ່ຽວກັບ ຜົນຂອງການເຈລະຈາ Brexit. ນະຄອນຫຼວງ ລອນດອນ. 24 ທັນວາ, 2020. (Paul Grover /Pool via Reuters)
ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ ຈັດກອງປະຊຸມຖະແຫຼງຂ່າວ ຢູ່ຫ້ອງການນາຍົກລັດຖະມົນຕີ ກ່ຽວກັບ ຜົນຂອງການເຈລະຈາ Brexit. ນະຄອນຫຼວງ ລອນດອນ. 24 ທັນວາ, 2020. (Paul Grover /Pool via Reuters)

ເວລາທີ່ຄົນ ອັງກິດ ລົງຄະແນນສຽງເພື່ອອອກຈາກ ສະຫະພາບ ຢູໂຣບ ໃນປີ 2016 ຫຼັງຈາກເປັນສະມາຊິກມາໄດ້ 47 ປີ ແລ້ວນັ້ນ, ຜູ້ທີ່ສະໜັບສະໜູນໃຫ້ ສະຫະຣາຊະອານາຈັກ ອອກຈາກ ສະ ຫະພາບ ຢູໂຣບ ດັ່ງກ່າວໄດ້ເວົ້າວ່າ ການເຮັດຂໍ້ຕົກລົງການຄ້າເສລີກັບ ສະຫະພາບ ຢູໂຣບ ຈະເປັນເລື່ອງງ່າຍ ແລະ “ເປັນນຶ່ງໃນສິ່ງທີ່ງ່າຍທີ່ສຸດໃນປະຫວັດສາດມະນຸດ.”

ມັນບໍ່ໄດ້ອອກມາຄືແນວນັ້ນ.

ແຕ່ໃນວັນພະຫັດວານນີ້, ຫຼັງຈາກການເຈລະຈາ 4 ປີດ້ວຍຄວາມໂມໂຫ ແລະ ອາລົມບໍ່ດີ ແລະ ທ່າມກາງການກ່າວຫາ ກ່ຽວກັບ ການຂົ່ມເຫັງ, ການເພີ້ຝັນ ແລະ ເຈຕະນາບໍ່ບໍລິສຸດນັ້ນ, ມັນກໍໄດ້ມີການສະເຫຼີມສະຫຼອງບາງຢ່າງໃນບຸນວັນພັກ ຫຼັງຈາກລັດຖະບານ ລອນດອນ ແລະ ບຣັສໂຊລສ໌ ໃນທີ່ສຸດໄດ້ເຮັດຂໍ້ຕົກລົງທີ່ຈະຈຳກັດຄວາມເສຍຫາຍທາງເສດຖະກິດ ຈາກການບໍ່ມີຂໍ້ຕົກລົງໃດໆນັ້ນຕໍ່ທັງຊາວ ອັງກິດ ແລະ ຢູໂຣບ.

ທັງສອງຝ່າຍໄດ້ປະນີປະນອມກັນ ແລະ ໄດ້ຖອຍອອກຈາກສິ່ງທີ່ຖືກກ່າວຢໍ້າດັ່ງກັບ “ເສັ້ນສີແດງ” ເພື່ອບັນລຸຂໍ້ຕົກລົງ. ອັງກິດ ໄດ້ອອກຈາກສະຫະພາບ ຢູໂຣບ ຢ່າງເປັນທາງການໃນເດືອນມັງກອນທີ່ຜ່ານມາ ແຕ່ໄດ້ມີໄລຍະເວລາການປ່ຽນແປງນຶ່ງປີສຳລັບການຄ້າເສລີ ແລະ ການເຄື່ອນໄຫວຢ່າງເສລີຂອງປະຊາຊົນ ທີ່ຈະສືບຕໍ່ໄປຢ່າງບໍ່ມີບັນຫາຈົນຮອດວັນທີ 31 ທັນວານີ້.

ບັນດານັກຂຽນສະໜັບສະໜູນ ເບຣັກຊິດ ໄດ້ປະກາດໃນທັນທີວ່າ “ສຸກສັນວັນ Brexmas” ແລະ ໄດ້ຍົກຍ້ອງນາຍົກລັດຖະມົນຕີ ບໍຣິສ ຈອນສັນ ສຳລັບການເຮັດໃນສິ່ງທີ່ທ່ານໄດ້ກ່າວວ່າທ່ານຈະເຮັດ. “ສົງຄາມໄດ້ຈົບລົງແລ້ວ,” ກ່າວໂດຍທ່ານ ໄນເຈລ ຟາຣາຈ໌, ຜູ້ນຳພັກ ເບຣັກຊິດ.

ທ່ານໄດ້ກ່າວຕື່ມວ່າ: “ມັນບໍ່ສົມບູນ, ແຕ່ສະຫວັນເອີຍ, ມັນກໍຍັງເປັນຄວາມກ້າວໜ້າ.”

ສະກຸນເງິນ ປອນ ໄດ້ຂະຫຍາຍຕົວພໍປານກາງ ຍ້ອນຂ່າວ ກ່ຽວກັບ ຂໍ້ຕົກລົງນັ້ນ, ແຕ່ຫຼັງຈາກນັ້ນກໍໄດ້ຫຼຸດລົງຄືນ.

ທ່ານ ຈອນສັນ ໄດ້ປະກາດຂໍ້ຕົກລົງ, ດ້ວຍການຄາດການມູນຄ່າໂດຍລວມ 900 ຕື້ໂດລານັ້ນ, ເປັນຂໍ້ຕົກລົງການຄ້າທີ່ໃຫຍ່ທີ່ສຸດທີ່ເຄີຍເຊັນໂດຍສະຫະພາບ ຢູໂຣບ. ເຈົ້າໜ້າທີ່ຫ້ອງການນາຍົກລັດ ຖະມົນຕີ ດາວນິງ ສຕຣີດ “Downing Street” ໄດ້ກ່າວວ່າ ການໃຫ້ຄຳສັນຍາທຸກຢ່າງຕໍ່ສາທາລະ ນະຊົນ ອັງກິດ ໃນລະຫວ່າງການລົງປະຊາມະຕິ ແລະ ການເລືອກຕັ້ງທົ່ວໄປໃນປີກາຍນີ້ ແມ່ນໄດ້ບັນລຸໂດຍຂໍ້ຕົກລົງນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG