ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເອກວາດໍ ກ່າວປ້ອງກັນ ທີ່ໃຫ້ນາຍ Assange ລີ້ໄພ


ປະທານາທິບໍດີເອກວາດໍ ທ່ານ Rafael Correa ໃຫ້ສຳພາດທີ່ເມືອງ Loja ປະເທດເອກວາດໍ (17 ສິງຫາ 2012) Ecuador,
ປະທານາທິບໍດີເອກວາດໍ ທ່ານ Rafael Correa ໃຫ້ສຳພາດທີ່ເມືອງ Loja ປະເທດເອກວາດໍ (17 ສິງຫາ 2012) Ecuador,
ປະທານາທິບໍດີເອກວາດໍ ທ່ານ Rafael Correa ກ່າວວ່າ ເຫດ
ຜົນສຳຄັນທີ່ປະເທດຂອງທ່ານໃຫ້ບ່ອນລີ້ໄພແກ່ຜູ້ກໍ່ຕັ້ງເວັບໄຊທ໌
WikiLeaks ນາຍ Julian Assange ກໍຄືບໍ່ມີຜູ້ໃດສາມາດຄໍ້າ
ປະກັນໄດ້ວ່າ ນາຍ Assange ຈະບໍ່ຖືກສົ່ງໂຕໄປໃຫ້ປະເທດທີ
ສາມ.

ນາຍ Assange ໄດ້ເຂົ້າໄປລີ້ຢູ່ໃນສະຖານທູດເອກວາດໍທີ່ກຸງ
ລອນດອນມາຕັ້ງ ແຕ່ເດືອນມິຖຸນາ. ຊາວອັອສເຕຣຍຄົນນີ້ໄດ້
ເຂົ້າໄປຫຼົບໄພຢູ່ທີ່ນັ້ນ ຫຼັງຈາກໄດ້ເສຍໄຊໃນການຕໍ່ສູ້ທາງກົດ
ໝາຍກ່ຽວກັບການສົ່ງໂຕລາວໃຫ້ສະວີເດັນ ທີ່ຕ້ອງການຢາກ
ສອບປາກຄຳລາວໃນການກ່າວຫາພົວພັນກັບການລວນລາມ
ທາງເພດ ທີ່ລາວໄດ້ປະຕິເສດໄປແລ້ວນັ້ນ.

ນາຍ Assange ຢ້ານວ່າ ສະວີເດັນອາດຈະສົ່ງໂຕລາວໃຫ້ສະຫະລັດເພື່ອປະເຊີນກັບ
ຂໍ້ຫາທີ່ເປັນໄປໄດ້ກ່ຽວກັບການພິມເຜີຍແຜ່ໃນປີ 2010 ເອກກະສານລັບຈຳນວນຫຼາຍ
ຮ້ອຍພັນໜ້າ ຮວມທັງ ໂທລະເລກການທູດ ຂອງກະຊວງການຕ່າງປະເທດສະຫະລັດ
ກ່ຽວກັບສົງຄາມຢູ່ໃນອີຣັກແລະອັຟການິສຖານ.
XS
SM
MD
LG