ຫລາຍພັນຄົນພາກັນຢືນລຽນ ຢູ່ເລາະຕາມຖະໜົນ ໃນໃຈກາງ
ນະຄອນຫລວງລອນດອນໃນວັນພຸດມື້ນີ້ ເພື່ອເບິ່ງພິທີແຫ່ສົ່ງ
ສະການອະດີດນາຍົກລັດຖະມົນຕີອັງກິດ ທ່ານນາງ Margaret
Thatcher.
ຂະບວນແຫ່ໄດ້ນໍາ ຫີບສົບຂອງ ທ່ານນາງ Thatcher ທີ່ປົກ
ຄຸມດ້ວຍທຸງຊາດ ຂອງປະເທດອັງກິດ ແລະບັນທຸກໂດຍລົດມ້າ
ໄປຍັງໂບດ St Paul ບ່ອນທີ່ບັນດາຜູ້ນໍາຂອງໂລກ ແລະແຂກ
ຜູ້ມີກຽດຈາກ 170 ປະເທດ ພາກັນລໍຖ້າຢູ່.
ພະລາຊີນີ Elizabeth ແລະພະສະຫວາມີ ເຈົ້າຊາຍ Philip
ຊົງຮ່ວມຢູ່ໃນບັນດາແຂກ 2,300 ຄົນ ທີ່ໄປເຕົ້າໂຮມກັນຢູ່ທີ່ນັ້ນ
ເພື່ອປະກອບສ່ວນໃນພິທີສົ່ງສະການທີ່ເຄ່ງຂຶມ ແລະຂ້ອນຂ້າງ
ລຽບງ່າຍ.
ບັນດາແຂກອຶ່ນໆ ແມ່ນມີໂຮມທັງ ນາຍົກລັດຖະມົນຕີອັງກິດ ທ່ານ David Cameron
ພ້ອມທັງບັນດານາຍົກລັດຖະມົນຕີຈາກ 11 ປະເທດ.
ອະດີດລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Henry Kissingerແລະອະດີດຮອງ
ປະທານາທິບໍດີສະຫະລັດ ທ່ານ Dick Cheney ກໍໄດ້ເຂົ້າຮ່ວມນໍາ.
ຕໍາຫລວດຫລາຍກວ່າ 4000 ຄົນໄດ້ອອກປະຕິບັດງານ ໃນກຸງລອນດອນ ອັນເປັນພາກ
ສ່ວນຂອງການປະຕິບັດງານຮັກສາຄວາມປອດໄພ ທີ່ສືບເນື່ອງມາ ຈາກການວາງລະເບີດໂຈມຕີ ທີ່ນະຄອນບອສຕັນ ໃນວັນຈັນທີ່ຜ່ານມາ.
ທ່ານນາງ Thatcher ໄດ້ເສຍຊີວິດຍ້ອນລົມສາລະບາດ ເມື່ອເກົ້າມື້ກ່ອນ ລວມ ອາຍຸໄດ້ 87 ປີ. ທ່ານນາງເປັນນາຍົກລັດຖະມົນຕີຜູ້ຍິງຄົນທໍາອິດແລະຄົນດຽວ ຂອງອັງກິດ ແລະໄດ້ກາຍມາເປັນ
ຜູ້ນຶ່ງ ໃນບັນດາຜູ້ນໍາທີ່ມີອິດທິພົນທີ່ສຸດ ໃນຢຸກສະໄໝໃໝ່ ຂອງປະເທດ ໃນລະຫວ່າງທີ່ດໍາລົງຕໍາແໜ່ງຢູ່ ຈາກປີ 1979 ຫາ 1990.
ເບິ່ງວີດິໂອຍາວ: