ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອັງກິດ ຈະບໍ່ລົງນາມ ໃນຂໍ້ຕົກລົງ ການຄ້າ ກັບ ສຫລ ທີ່ບໍ່ເປັນປະໂຫຍດ ຕໍ່ຕົນ


ທ່ານ ລຽມ ຟັອກສ ລັດຖະມົນຕີການຄ້າ ຂອງອັງກິດ ເດີນ
ທາງໄປຮອດ ກອງປະຊຸມຍ່ອຍ ຄະນະກຳມະການ Brexit ຢູ່ສຳນັກງານນາຍົກລັດຖະມົນຕີ ທີ່ຖະໜົນ ດາວນິ້ງ ໃນນະ
ຄອນຫຼວງ ລອນດອນ ຂອງອັງກິດ, ວັນທີ 2 ພຶດສະພາ 2018.
ທ່ານ ລຽມ ຟັອກສ ລັດຖະມົນຕີການຄ້າ ຂອງອັງກິດ ເດີນ ທາງໄປຮອດ ກອງປະຊຸມຍ່ອຍ ຄະນະກຳມະການ Brexit ຢູ່ສຳນັກງານນາຍົກລັດຖະມົນຕີ ທີ່ຖະໜົນ ດາວນິ້ງ ໃນນະ ຄອນຫຼວງ ລອນດອນ ຂອງອັງກິດ, ວັນທີ 2 ພຶດສະພາ 2018.

ອັງກິດຈະບໍ່ເຊັນຂໍ້ຕົກລົງການຄ້າ ກັບ ສະຫະລັດ ອັນທີ່ຈະບໍ່ເປັນຜົນປະໂຫຽດ ທີ່ດີ
ທີ່ສຸດ ສຳລັບປະເທດຂອງຕົນ ຕາມຄຳເວົ້າຂອງທ່ານ ລຽມ ຟັອກສ ລັດຖະມົນຕີ
ການຄ້າ ທີ່ກ່າວໃນ ວັນເສົາວານນີ້ ຫລັງຈາກພວກເຈົ້າໜ້າທີ່ຂອງສະຫະພາບ ຢູໂຣບ
ໄດ້ຈົ່ມວ່າ ຕໍ່ອົງການການຄ້າໂລກ ກ່ຽວກັບການເກັບພາສີຂາເຂົ້າຂອງ ສະຫະລັດ ຕໍ່
ເຫຼັກກ້າ ແລະອາລູມີນຽມແລ້ວ.

ທ່ານ ຟັອກສ ໄດ້ກ່າວ ໃນວັນເສົາວານນີ້ ໃນການໃຫ້ສຳພາດກັບວິທະຍຸ ບີບີຊີ ວ່າ
“ຖ້າພວກເຮົາຕົກລົງກັນບໍ່ໄດ້ ໂດຍທີ່ພວກເຮົາບໍ່ເຊື່ອວ່າ ມັນຈະໃຫ້ປະໂຫຽດແກ່
ສະຫະຣາດຊະອານາຈັກອັງກິດແລ້ວ ພວກເຮົາກໍຈະບໍ່ເຊັນຂໍ້ຕົກລົງການຄ້າໃດໆ.”

ຄຳເຫັນຂອງທ່ານ ຟັອກສ ໄດ້ມີຂຶ້ນນຶ່ງມື້ ລຸນຫຼັງການຍື່ນຄຳຕໍ່ວ່າ ຂອງພວກເຈົ້າໜ້າທີ່
ສະຫະພາບຢູໂຣບ ຕໍ່ອົງການ WTO ຊຶ່ງເປັນອັນທຳອິດ ໃນຈຳນວນບົດບາດຕໍ່ຕ້ານ
ຫຼາຍໆອັນ ຊຶ່ງລວມເຖິງ ອັນອາດຈະເປັນພາສີສິນຄ້າ ຕໍ່ ສຫຣ ກໍເປັນໄດ້. ທ່ານ ຟັອກສ
ກ່າວວ່າ ພາສີສິນຄ້າແມ່ນ “ຜິດກົດໝາຍ” ແລະວ່າ ນຍ ອັງກິດ ທ່ານນາງ ເທຣີຊາ ເມ
ຈະຍົກເລື້ອງນີ້ຂຶ້ນມາ ໃນກອງປະຊຸມກຸ່ມເຈັດປະເທດ ຫຼື ຈີແຊເວິນ ໃນອາທິດໜ້າ ທີ່
ປະເທດ ການາດາ.

ຄວາມເຄັ່ງຕຶງດ້ານການຄ້າ ຂ້າມມະຫາສະໝຸດອັດແລນຕິກ ກັບທະວີບອາເມລິກາເໜືອ
ໄດ້ທະວີຂຶ້ນ ເວລາ ສະຫະລັດ ຕັ້ງອັດຕາພາສີຂຶ້ນມາ ໃນວັນສຸກແລ້ວນີ້ 25 ເປີເຊັນໃສ່
ເຫຼັກກ້າ ແລະ 10 ເປີເຊັນ ໃສ່ອາລູມີນຽມ ທີ່ນຳເຂົ້າມາ ໃນ ສະຫະລັດ ຈາກສະຫະພາບ
ຢູໂຣບ ການາດາ ແລະເມັກຊິກໂກ. ນອກນັ້ນ ສະຫະລັດ ຍັງໄດ້ເຈລະຈາເລື້ອງໂຄຕ້າ ຫຼື
ຂໍ້ຈຳກັດດ້ານປະລິມານໃສ່ພວກປະເທດຕ່າງໆ ເຊັ່ນເກົາຫຼີໃຕ້ ອາກຊັງຕີນາ
ອັອສເຕຣເລຍ ແລະບຣາຊິລ ນຳ ແທນທີ່ຈະຂຶ້ນພາສີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG