ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ພົບປະກັບ ບັນດາຜູ້ນໍາ ຝ່າຍຄ້ານຊີເຣຍ (ສະໄລດ໌)


ລັດຖະມົນຕີການຕ່າວປະເທດ ອັງກິດ ທ່ານ William Hague ຕ້ອນຮັບບັນດາພວກ​ຜູ້ນຳ​ຝ່າຍ​ຄ້ານ​ຊີ​ເຣຍ ທີ່​ກຸງ​ລອນດອນ ​
ໃນ ວັນ​ສຸກມື້​ນີ້
ລັດຖະມົນຕີການຕ່າວປະເທດ ອັງກິດ ທ່ານ William Hague ຕ້ອນຮັບບັນດາພວກ​ຜູ້ນຳ​ຝ່າຍ​ຄ້ານ​ຊີ​ເຣຍ ທີ່​ກຸງ​ລອນດອນ ​ ໃນ ວັນ​ສຸກມື້​ນີ້
ອັງກິດກໍາລັງ​ປະຊຸມ​ກັບພວກ​ຜູ້ນຳ​ຝ່າຍ​ຄ້ານ​ຊີ​ເຣຍ ທີ່​ກຸງ​ລອນ
​ດອນ ​ໃນ ວັນ​ສຸກມື້​ນີ້ ​ໂດຍກ່າ​ວວ່າ ຕົນ​ຢາກ​ຮູ້​ລາຍ​ລະ​ອຽດ​
ເພີ້​ມ​ເຕີມ​ ກ່ຽວ​ກັບ ແຜນການ​ຂອງ​ພວກຝ່າຍ​ຄ້ານ ກ່ອນທີ່​ຕົນ
​ຈະ​ສາມາດ​ຮັບ​ຮູ້​ກຸ່ມ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ.

ລັດຖະມົນຕີ​ການ​ຕ່າງປະ​ເທດອັງກິດ ທ່ານ William Hague
ກ່າວ​ຕໍ່ ອົງການ​ຂ່າວ BBC ກ່ອນໜ້າ​ການ​ສົນທະນາ​ກັບຜູ້​ນໍາ​
ຝ່າຍ​ຄ້ານຄົນ​ໃໝ່​ຂອງ​ຊີ​ເຣຍ ອາຈານ​ໃຫຍ່ສາສະໜາ​ອິສລາມ
Mouaz al-Khatib ​ແລະ​ບັນດາ​ຜູ້​ນໍາ​ຝ່າຍ​ຄ້ານ​ອື່ນໆ ນັ້ນວ່າ
ທ່ານ​ຕ້ອງການ​ຢາກ​ຮູ້ເພີ້​ມ​ເຕີມອີກວ່າ ບັນດາ​ກຸ່ມ​ເຫລົ່າ​ນີ້ ​ໄດ້​
ຮັບ​ການ​ສະ​ໜັບສະ​ໜຸນ​ຫລາຍປານໃດ ຢູ່​ໃນຊີ​ເຣຍ. ທ່ານ​ກ່າວ
ຕື່ມວ່າ ທ່ານ​ຍັງ​ຢາກຮູ້​ກ່ຽວ​ກັບ​ກັບ​ວ່າ​ພວກ ຊົນກຸ່ມ​ນ້ອຍຊາວ
Kurd ຈະ​ຮ່ວມ​ຢູ່​ໃນ​ລັດຖະບານ​ຝ່າຍ​ຄ້ານ​ຢ່າ​ງໃດ ​ແລະ​ເຂົາ​
ເຈົ້າມີແຜນ​ທີ່ຈະ​ແຕ່ງ​ຕັ້ງໃຜ ​ເພື່ອ​ເຂົ້າຮັບ​ຕຳ​ແໜ່​ງຢູ່​ໃນ​ລັດຖະບານ​ດັ່ງກ່າວ.

ທ່ານ Hague ກ່າວ​ວ່າ ອັງກິດອາດ​ຈະ​ຕັດສິນ​ໃຈກ່ຽວ​ກັບ​ວ່າ ຈະ​ຮັບ​ຮູ້​ກຸ່ມຝ່າຍ​ຄ້ານ​ຢ່າງເປັນ​ທາງ​ການຫລີືບໍ່ “​ໃນ​ບໍ່​ເທົ່າໃດ​ວັນ​ຂ້າງ​ໜ້າ​ນີ້.”

ການ​ສົນທະນາ​ທີ່ກຸງ​ລອນ​ດອນ ​ມີຂື້ນ​ນຶ່ງ​ມື້​ລຸ​ນຫລັງທີ່​ລັດ​ຖະ​ມົນ​ຕີການ​ຕ່າງປະ​ເທດເທີ​ກີ ທ່ານ Ahmet Davutoglu ​ໄດ້​ປະກາດ​ຮັບ​ຮູ້​ແນວ ​ໂຮມ​ແຫ່ງ​ຊາດ​ຊີ​ເຣຍຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ພະຫັດ​ວານ​ນີ້ “​ເປັນ​ຜູ້ ຕາງໜ້າຜູ້​ດຽວ​ທໍ່​ນັ້ນ​ທີ່​ຖືກຕ້ອງ​ຂອງ​ປະຊາຊົນ​ຊີ​ເຣຍ.”
​ໃນ​ວັນ​ພຸດຜ່ານ​ມາ ຝຣັ່ງ ຊຶ່ງ​ເປັນ​ປະ​ເທດ​ມະຫາ​ອໍານາດ​ຕາ​ເວັນ​ຕົກປະ​ເທດ​ທຳ​ອິດ ​ກໍ​ໄດ້​ຮັບ​ຮູ້ກຸ່ມ​ແນວ​ໂຮມ​ຝ່າຍ​ຄ້ານ​ຊີ​ເຣຍທີ່​ຕັ້ງຂຶ້ນມາ​ໃໝ່​ໆ.

ເບິ່ງປະມວນພາບຫລ້າສຸດກ່ຽວກັບສະພາບການຢູ່ຊີເຣຍ

ກ່ຽວຂ້ອງກັນ

XS
SM
MD
LG