ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອັງກິດ ຕື່ນຂຶ້ນມາ ສູ່ສະພາບໂຕຈິງ ໃນການເດີນທາງ ຕາມລຳພັງ


ຜູ້ຊາຍຄົນນຶ່ງ ຊື້ໜັງສືພິມ ນຶ່ງມື້ຫລັງຈາກອັງກິດ ລົງຄະແນນສຽງ ຖອນໂຕອອກຈາກອີຢູ.
ຜູ້ຊາຍຄົນນຶ່ງ ຊື້ໜັງສືພິມ ນຶ່ງມື້ຫລັງຈາກອັງກິດ ລົງຄະແນນສຽງ ຖອນໂຕອອກຈາກອີຢູ.

ບາງ​ຄົນ​ຢູ່​ໃນ​ປະ​ເທດ​ອັງກິດ ​ໄດ້​ປຽບທຽບ​ຕອນ​ເຊົ້າວັນ​ເສົາມື້ນີ້ ​ໃສ່​ການ​ຕື່ນ​ມາຈາກ​ການ ​ເມົາຄ້າງ ຫລັງ​ຈາກ​ໄດ້​ມີ​ການ​ຕັດສິນ​ໃຈ ​ໃນ​ການ​ລົງ​ປະຊາ​ມະຕິ ​ເພື່ອຖອນ​ໂຕ​ອອກ​ຈາກ ​ສະຫະພາບ​ຢູ​ໂຣບທີ່​ໄດ້​ກໍ່​ໃຫ້​ເກີດ​ໃນ​ອັນ​ທີ່​ພວກ​ນັກ​ວິ​ເຄາະບາງ​ຄົນ​ເອີ້ນວ່າ​ເກີດແຜ່ນດິນ ​ໄຫວ​ທາງ​ດ້ານ​ການ​ເງິນ​ແລະ​ດ້ານ​ການ​ເມືອງ.

ດ້ວຍ​ການ​ຢັ່ງ​ຫາງ​ສຽງ​ກ່ອນ​ໜ້າການ​ປ່ອນ​ບັດ​ໃນ​ວັນ​ພະຫັດ​ຜ່ານ​ມາ ສະ​ແດງ​ໃຫ້​ເຫັນ​ວ່າ ກຸ່ມ​ທີ່​ຢາກ​ໃຫ້​ອັງກິດ​ຢູ່​ໃນ​ສະຫະພາບ​ຢູ​ໂຣບຕໍ່​ໄປມີ​ຄະ​ແນນ​ນຳໜ້າແຕ່​ຜົນ​ການ​ປ່ອນ​ບັດ​ໃນ​ວັນ​ສຸກ​ວານ​ນີ້ເຮັດ​ໃຫ້​ຫຼາຍໆ​ຄົນ​ເກີດ​ຄວາມປະຫລາດ​ໃຈ ຮວມທັງ​ພວກ​ທີ່​ລົງ​ຄະ​ແນນ​ສຽງ​ໃຫ້​ອັງກິດ​ຖອນ​ໂຕ​ອອກ​ຈາກ​ສະຫະພາບ​ຢູ​ໂຣບນຳ.

ສື່​ສັງຄົມ​ໄດ້​ກະຈາຍ​ຂ່າວ​ຢ່າງ​ວ່ອງ​ໄວ​ ທີ່​ໄດ້​ສະທ້ອນ​ໃຫ້​ເຫັນ ​ທັງ​ຄວາມ​ຢາກຮ້າຍ ​ແລະ​ຄວາມເປັນ​ຫ່ວງຕາມ​ທີ່ໄດ້​ຄາດ​ການ​ກັນ​ໄວ້ ຈາກ​ພວກ​ທີ່​ລົງ​ຄະ​ແນນ​ສຽງໃຫ້​ອັງກິດ​ຢູ່​ໃນ​ສະຫະພາບ​ຢູ​ໂຣບຕໍ່​ໄປ ​ດ້ວຍ​ຫົວ​ຂໍ້​ຂ່າວ​ຜ່ານ​ທາງ Twitter ​ເຊັ່ນພວກ​ເຮົາ​ໄດ້​ເຮັດ​ຫຍັງ​ລົງ​ໄປ. ການ​ລົງ​ຂ່າວ​ແມ່ນ​ຮວມທັງ​ຮູບ​ກາ​ຕູນ ສະ​ແດງ​ໃຫ້​ເຫັນ​ວ່າ​ ເກາະ​ອັງກິດ ມີຢູ່​ພຽງ ລຳພັງ​ໃນ​ໂລກ ທີ່​ຂຽນ​ຂໍ້ຄວາມ​ວ່າ ມີ​ສິດ​ເສລີພາບໃນ​ທີ່​ສຸດແລະຈະ​ຖິ້ມ​ໂທດ​ໃສ່​ໃຜກ່ຽວ​ກັບ​ບັນຫາ​ຂອງ​ເຮົາ​ໃນ​ເວລາ​ນີ້.“

Brexit Vote Plunges Global Markets Into Uncharted Territory
please wait

No media source currently available

0:00 0:02:05 0:00

ສື່​ມວນ​ຊົນ​ບາງ​ສະບັບ ​ໄດ້​ໃຊ້​ຄຳ​ສັບທີ່ແຕ່ງຂຶ້ນ​ໃໝ່ ​ເປັນ​ພາສາ​ອັງກິດ​ວ່າ regrexit ​ໂດຍ​ອ້າງ​ຄຳ​ເວົ້າຂອງ​ພວກ​ປ່ອນ​ບັດ ທີ່​ເຫັນ​ພ້ອມ​ ກັບ​ການ​ໃຫ້​ອັງກິດ​ຖອນ​ໂຕ​ ​ໂດຍກ່າວ​ວ່າ ​ພວກ​ເຂົາ​ເຈົ້າ​ໃນ​ເວລາ​ນີ້ຮູ້ສຶກ​ເສຍ​ໃຈ ​ໃນ​ການ​ຕັດສິນ​ໃຈ​ຂອງ​ເຂົາ​ເຈົ້າ ຫຼັງ​ຈາກ​ໄດ້​ເຫັນ​ຜົນ​ກະທົບ​ທີ່​ເກີດ​ຂຶ້ນ​ໃນ​ທັນທີ.

ຄວາມ​ຮູ້ສຶກ ຊຶ່ງ​ຈຳນວນ​ນຶ່ງ​ແມ່ນ​ຢາກຮ້າຍ​ກ່ຽວ​ກັບ​ເລື້ອງຄົນ​ເຂົ້າ​ເມືອງແລະ​ອະທິປະ​ໄຕ ພາ​ໃຫ້​ຫລາຍໆ​ຄົນ​ລົງ​ຄະ​ແນນ​ສຽງ​ໃຫ້​ຖອນ​ໂຕ. ດ້ວຍ​ການ​ຢັ່ງ​ຫາງ​ສຽງ ກ່ອນ​ການ​ປ່ອນ​ບັດສະ​ແດງ​ໃຫ້​ເຫັນ​ວ່າ ​ເຂົາ​ເຈົ້າ​ເປັນ​ຝ່າຍ​ເສຍປຽບ​ ພວກ​ລົງ​ຄະ​ແນນ​ສຽງ​ເພື່ອ​ໃຫ້​ຖອນ​ໂຕຍັງ​ບໍ່​ເຊື່ອ​ວ່າ​ ພວກ​ເຂົາ​ເຈົ້າ​ເປັນ​ຜູ້​ຊະນະ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG