ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອັງກິດ ສຫລ ເປັນຫ່ວງ ອາດມີການໃຊ້ ອາວຸດເຄມີ ຢູ່ຊີເຣຍ (ສະໄລດ໌/ວີດີໂອ)


ນາຍົກລັດຖະມົນຕີອັງກິດ ທ່ານ David Cameron (ຂວາ)
ນາຍົກລັດຖະມົນຕີອັງກິດ ທ່ານ David Cameron (ຂວາ)
ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ກ່າວວ່າ ມີ
ຫລັກຖານຫຼາຍຂຶ້ນເລື້ອຍໆທີ່ສະແດງໃຫ້ເຫັນວ່າລັດຖະບານຊີ
ເຣຍໄດ້ໃຊ້ອາວຸດເຄມີ ຕໍ່ພວກຕໍ່ຕ້ານລັດຖະບານ ຊຶ່ງເປັນການ
ໃຫ້ຄວາມສະໜັບສະໜຸນ ຕໍ່ລາຍງານຂອງບັນດາໜ່ວຍສືບລັບ
ສະຫະລັດ.

ນາຍົກລັດຖະມົນຕີ Cameron ໃນວັນສຸກມື້ນີ້ເອີ້ນການເຄື່ອນ
ໄຫວດັ່ງກ່າວນີ້ວ່າ ເປັນທີ່ລົບກວນຈິດໃຈຫຼາຍແລະກ່າວຕື່ມວ່າ
ມັນທໍ່ກັນ ກັບເປັນການ ກໍ່ອາດຊະຍາກຳສົງຄາມ ແລະຄວນຖື
ເປັນ “ເສັ້ນແດງ” ສຳລັບປະຊາຄົມນາໆຊາດ.

ໃນວັນພະຫັດວານນີ້ທຳນຽບຂາວເວົ້າວ່າ ບັນດາໜ່ວຍສອດແນມຂອງສະຫະລັດເຊື່ອໝັ້ນ ໃນຫຼາຍໆລະດັບທີ່ແຕກຕ່າງກັນວ່າ ລັດຖະບານຊີເຣຍໄດ້ໃຊ້ແກັສຊາຣິນ ໃນຂອບເຂດທີ່ ບໍ່ກວ້າງຂວາງປານໃດ ຕໍ່ພວກຕໍ່ຕ້ານລັດຖະບານທີ່ພະຍາຍາມຫາທາງໂຄ່ນລົ້ມປະທານາ
ທິບໍດີ Bashar al-Assad.

ແຕ່ລາຍງານການເປີດເຜີຍຂອງສະຫະລັດເວົ້າວ່າ ຫຼັກຖານແມ່ນຍັງບໍ່ທັນເປັນຂໍ້ສະຫຼຸບຂັ້ນ ສຸດທ້າຍໄດ້ຢ່າງພຽງພໍ ທີ່ຈະຫັນປ່ຽນການຕັດສິນໃຈຂອງສະຫະລັດຕໍ່ບັນຫາດັ່ງກ່າວ.



ສະມາຊິກລັດຖະສະພາສະຫະລັດບາງທ່ານແມ່ນໄດ້ສະແດງຄວາມເຫັນ ຫຼາຍໄປກວ່ານີ້ໃນ ການຮຽກຮ້ອງໃຫ້ສະຫະລັດ ເຂົ້າແຊກແຊງທາງທະຫານໃນບັນຫາຂັດແຍ້ງຢູ່ຊີເຣຍ ທີ່ເຮັດ ໃຫ້ມີປະຊາຊົນເສຍຊີວິດໄປແລ້ວບໍ່ຕໍ່າກວ່າ 70,000 ຄົນນັບຕັ້ງແຕ່ຄວາມວຸ້ນວາຍໄດ້ເລີ້ມ ຂຶ້ນໃນເດືອນມີນາປີ 2011.

ຂະນະດຽວກັນ ການສູ້ລົບຍັງດຳເນີນຢູ່ຕໍ່ມາ ທີ່ນະຄອນຫຼວງດາມັສກັສໃນວັນສຸກມື້ນີ້. ກຸ່ມ ສິ້ງຊອມສິດທິມະນຸດໃນຊີເຣຍ ກ່າວວ່າ ໄດ້ເກີດການປະທະກັນຢ່າງໜັກ ລະຫວ່າງພວກຕໍ່ ຕ້ານ ແລະທະຫານລັດຖະບານທີ່ຄຸ້ມ Barzeh ທາງກໍ້າເໜືອຂອງນະຄອນຫຼວງດາມັສກັສ.

ກຸ່ມສິ້ງຊອມສິດທິມະນຸດທີ່ມີສຳນັກງານຢູ່ປະເທດອັງກິດກຸ່ມນີ້ ຍັງເວົ້າວ່າ ພວກຕໍ່ຕ້ານແລະ ທະຫານລັດຖະບານຍັງໄດ້ຕໍ່ສູ້ກັນທີ່ເມືອງ Jobar ທາງກໍ້າຕາເວັນອອກຂອງນະຄອນຫຼວງ ຕະຫຼອດທັງບາງເຂດທີ່ຢູ່ທາງໃຕ້ຂອງນະຄອນດາມັສກັສ. ກຸ່ມດັ່ງກ່າວຊຶ່ງເກັບກຳຂ່າວຄາວ ຈາກຕາໜ່າງພວກນັກເຄື່ອນໄຫວ ແລະນັກລົບ ຢູ່ໃນເຂດຕ່າງໆເວົ້າວ່າ ມີຜູ້ເສຍຊີວິດຢ່າງ ໜ້ອຍ 130 ຄົນ ໃນການສູ້ລົບກັນ ໃນມື້ວັນພະຫັດວານນີ້.

XS
SM
MD
LG