ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທຣຳ ພົບປະ ກັບ ນາຍົກ ອັງກິດ ທ່ານນາງ ເທຣີຊາ ເມ


ນາຍົກລັດຖະມົນຕີອັງກິດ ທ່ານນາງ ເທຣີຊາ ເມ ຍ່າງຄຽງຂ້າງ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄປຍັງບ່ອນ ຖະແຫຼງຂ່າວ ທີ່ບ້ານເຊັກເກີ້. (ວັນທີ 13 ກໍລະກົດ 2018)
ນາຍົກລັດຖະມົນຕີອັງກິດ ທ່ານນາງ ເທຣີຊາ ເມ ຍ່າງຄຽງຂ້າງ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄປຍັງບ່ອນ ຖະແຫຼງຂ່າວ ທີ່ບ້ານເຊັກເກີ້. (ວັນທີ 13 ກໍລະກົດ 2018)

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນວັນສຸກມື້ນີ້ ກຳລັງພົບປະກັບນາຍົກ
ລັດຖະມົນຕີອັງກິດ ທ່ານນາງ ເທຣີຊາ ເມ ເພື່ອເຈລະຈາຫາລື ທີ່ໄດ້ຖືກບົດບັງ ໂດຍ
ການໃຫ້ສຳພາດແກ່ໜັງສືພິມເດິະຊັນ (The Sun) ຂອງອັງກິດໂດຍຜູ້ນຳສະຫະລັດ
ທີ່ກ່າວໂຈມຕີ ການຮັບມື ກັບການຖອນຕົວ ອອກຈາກສະຫະພາບຢູໂຣບ ຂອງທ່ານ
ນາງເມ ແລະກ່າວຍົກຍ້ອງ ອະດີດລັດຖະມົມຕີການຕ່າງປະເທດ ທ່ານບໍຣິສ ຈອນສັນ
ນັ້ນວ່າ ເປັນບຸກຄົນທີ່ດີທີ່ອາດແທນທານນາງໄດ້ແລະຖິ້ມໂທດໃສ່ພວກຄົນເຂົ້າເມືອງ ກ່ຽວກັບການກໍ່ອາຊະຍາກຳຢູ່ນະຄອນຫຼວງລອນດອນ.

ພວກຜູ້ນຳທັງສອງໄດ້ພົບປະກັນ ທີ່ບ້ານພັກເຊັກເກີ້ (Chequers)ບ່ອນທີ່ພວກທ່ານ
ໄດ້ຫາລືກັນກ່ຽວ ກັບນະໂຍບາຍການຕ່າງປະເທດ ຮວມທັງເລື້ອງພາກຕາເວັນອອກ
ກາງ ອີງຕາມເຈົ້າໜ້າທີ່ຂອງທຳນຽບຂາວ. ໃນການເລີ້ມຕົ້ນການຫາລືນັ້ນ ປະທານາ
ທິບໍດີໄດ້ກ່າວຕໍ່ພວກນັກຂ່າວວ່າ ຄວາມສຳພັນ ລະຫວ່າງ ອັງກິດ ກັບສະຫະລັດ ຍັງ
“ມີຄວາມເຂັ້ມແຂງເປັນພິເສດ.” ທ່ານບໍ່ໄດ້ກ່າວເຖິງ ການໃຫ້ສຳພາດ ແກ່ໜັງສືພິມ
ເດິະຊັນ.

ນອກນັ້ນ ທ່ານທຣຳ ຍັງໄປຢ້ຽມຢາມສະຖາບັນການທະຫານ ແຫ່ງຣາຊະອານາຈັກ
ທີ່ເມືອງແຊນເຮີທ ກ່ອນຈະໄປຢ້ຽມ ບ້ານພັກເຊັກເກີ້ ສະໄໝສັດຕະວັດທີ 16 ຂອງ
ນາຍົກລັດຖະມົນຕີຄົນປັດຈຸບັນ ຫລັງຈາກນັ້ນ ທ່ານທຣຳ ກໍມີໝາຍກຳນົດ ທີ່ຈະໄປ
ຢ້ຽມພະຣາຊະວັງວິນເຊີ ບ່ອນທີ່ພະຣາຊີນີ ເອລີຊາແບັດ ທີ 2 ຈະເປັນເຈົ້າພາ ຕ້ອນ
ຮັບປະທານາທິບໍດີ ແລະສະຕີໝາຍເລກນຶ່ງ ທ່ານນາງເມລາເນຍ ທຣຳ ດ້ວຍນ້ຳຊາ.

ທ່ານໄດ້ຂຶ້ນເຮືອບິນເຮີຣີຄອບເຕີ້ໄປຍັງສະຖານທີ່ຕ່າງໆ. ເອກອັກຄະລັດຖະທູດສະ
ຫະລັດ ທ່ານວູດດີ້ ຈອນສັນກ່າວວ່າ “ປະທານາທິບໍດີ ບໍໄດ້ຫລີກລຽງຫຍັງ ທ່ານອາ
ໄສເຮຣີຄອບເຕີ້ ແທນທີ່ຈະສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນໄປມາ ເທົ່າທີ່
ທ່ານເຮັດໄດ້ ໃນໄລຍະ 24 ຊົ່ວໂມງ.”

ແນວໃດກໍຕາມ ໄດ້ມີການປະທ້ວງຢູ່ຕາມຖະໜົນຫົນທາງ ຕໍ່ຕ້ານການຢ້ຽມຢາມປະ
ເທດອັງກິດ ເທື່ອທຳອິດຂອງທ່ານທຣຳ ນັບແຕ່ໄດ້ເຂົ້າຮັບຕຳແໜ່ງ ເມື່ອ 18 ເດືອນ
ກ່ອນ. ພວກປະທ້ວງກຸ່ມນຶ່ງແມ່ນໄດ້ຮັບອະນຸຍາດ ໃຫ້ນຳໃຊ້ໝາກປູມເປົ້າໃຫຍ່ເປັນ
ຮູບປະທານາທິບໍດີ ທີ່ມີເງົາເປັນສີໝາກກ້ຽງ ແລະນຸ່ງຜ້າອ້ອມ ທີ່ຮູ້ກັນໃນຊື່ “Trump
Baby Blimp” ຢູ່ເໜືອບໍລິເວນຈະຕຸລັດສວນສະພາແຫ່ງຊາດ.

ເຈົ້າຄອງນະຄອນລອນດອນ ທ່ານຊາດິກ ຄານ ກ່າວວ່າ ພວກເດີນຂະບວນບໍ່ໄດ້ຕໍ່
ຕ້ານອາເມຣິກັນ ແຕ່ໄດ້ສະແດງການຄັດຄ້ານຕໍ່ “ນັກການເມືອງທີ່ມີຄວາມຢ້ານກົວ
ແລະສິ້ນຫວັງ.”

ທ່ານທຣຳໄດ້ກ່າວມາເປັນເວລາດົນນານແລ້ວກ່ຽວກັບຄວາມປະສົງຂອງທ່ານທີ່ຢາກ
ພົບພໍ້ກັບພະຣາຊີນີ ແຕ່ສຳລັບພະນາງແລ້ວ ການພົບພໍ້ກັບປະທານາທິບໍດີສະຫະລັດ
ແມ່ນຖືເປັນເລື້ອງທຳມະດາເພາະພະນາງເຄີຍໄດ້ພົບປະກັບຜູ້ນຳຂອງອາເມຣິກັນມາ
ແລ້ວ 10 ຄົນ ນັບຕັ້ງແຕ່ໄດ້ຂຶ້ນສະເຫວີຍຣາດ ໃນປີ 1952.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG