ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ກ່າວວ່າ ຂໍ້ຕົກລົງນິວເຄລຍ ກັບອີຣ່ານ ສາມາດຮັກສາ ໄວ້ໄດ້


ທ່ານເຈີເຣີມີ ຮັ້ນ, ຜູ້ສະໝັກທີ່ນຳໜ້າ ຈາກພັກອານຸລັກນິຍົມ ຂອງອັງກິດ, ເຂົ້າຮ່ວມໃນງານ ທີ່ເມືອງ ວາຍບອັສຕັນ ຂອງອັງກິດ, ວັນທີ 13 ກໍລະກົດ 2019.
ທ່ານເຈີເຣີມີ ຮັ້ນ, ຜູ້ສະໝັກທີ່ນຳໜ້າ ຈາກພັກອານຸລັກນິຍົມ ຂອງອັງກິດ, ເຂົ້າຮ່ວມໃນງານ ທີ່ເມືອງ ວາຍບອັສຕັນ ຂອງອັງກິດ, ວັນທີ 13 ກໍລະກົດ 2019.

ລັດຖະມົນຕີວ່າການຕ່າງປະເທດຂອງອັງກິດ ທ່ານເຈີເຣີມີ ຮັ້ນ ໄດ້ກ່າວໃນວັນຈັນມື້ນີ້
ວ່າ ຂໍ້ຕົກລົງສາກົນກ່ຽວກັບໂຄງການນິວເຄລຍຂອງອີຣ່ານນັ້ນ “ແມ່ນຍັງບໍ່ທັນຕາຍ
ເທື່ອ” ແລະວ່າ ໃນຂະນະດຽວກັນ ໂອກາດທີ່ຈະຫາຂໍ້ແກ້ໄຂຕໍ່ວິກິດການ ໃນປັດຈຸບັນ
ທີ່ກ່ຽວພັນກັບຂໍ້ຕົກລົງນັ້ນ ແມ່ນຫຍັບໃກ້ເຂົ້າມາແລ້ວ ມັນຍັງເປັນໄປໄດ້ ທີ່ຈະຮັກສາ
ມັນໃຫ້ມີຊີວິດຢູ່ຕໍ່ໄປ.

ທ່ານໄດ້ກ່າວ ກ່ອນໜ້າການເຈລະຈາ ກັບບັນດາລັດຖະມົນຕີວ່າການຕ່າງປະເທດ
ຈາກສະຫະພາບຢູໂຣບ ທ່ານອື່ນໆ ໃນນະຄອນຫຼວງບຣັສເຊີລສ໌ ບ່ອນທີ່ພວກເພິ່ນ
ໄດ້ວາງແຜນທີ່ຈະປຶກສາຫາລືກັນ ເລື້ອງສະຖານະການຂອງອີຣ່ານ.

ແຜນປະຕິບັດງານຮ່ວມຮອບດ້ານປີ 2015 ຫຼືເອີ້ນຫຍໍ້ວ່າ JCPOA ນັ້ນ ໄດ້ຕົກລົງ
ເຫັນດີ ໂດຍອີຣ່ານ ແລະກຸ່ມປະເທດມະຫາອຳນາດ ທີ່ປະກອບດ້ວຍ ອັງກິດ ຝຣັ່ງ
ເຢຍຣະມັນ ຣັດເຊຍ ແລະ ສະຫະລັດ ເພື່ອລະງັບຄວາມກັງວົນໃດໆ ກ່ຽວກັບວ່າ
ອີຣ່ານ ກຳລັງພັດທະນາອາວຸດນິວເຄລຍ.

ອີຣ່ານໄດ້ກ່າວມາເປັນເວລາຍາວນານ ວ່າ ໂຄງການນິວເຄລຍຂອງຕົນ ແມ່ນເພື່ອ
ຈຸດປະສົງທາງດ້ານສັນຕິເທົ່ານັ້ນ ແລະຕົນຕ້ອງການຫຼາຍທີ່ສຸດ ກໍຄືການຜ່ອນຜັນ
ຈາກມາດຕະການລົງໂທດ ເພື່ອແລກປ່ຽນກັບການຈຳກັດກິດຈະກຳ ທາງດ້ານນິວ
ເຄລຍຂອງຕົນ ໃຫ້ຫຼຸດລົງຕ່ຳສຸດ ເຖິງຂັ້ນທີ່ຈະຕ້ອງການໃນການເຮັດອາວຸດ.

ທ່ານຮັ້ນ ໄດ້ກ່າວໃນວັນຈັນມື້ນີ້ວ່າ ອີຣ່ານ ແມ່ນເຫຼືອອີກພຽງນຶ່ງປີເທົ່ານັ້ນ ທີ່ຈະມີ
ຄວາມອາດສາມາດ ສ້າງວັດຖຸນິວເຄລຍໄດ້.

ຄວາມເຫັນດັ່ງກ່າວ ໄດ້ມີຂຶ້ນນຶ່ງວັນ ຫຼັງຈາກ ໂທລະເລກລັບ ຈາກອະດີດເອກອັກ
ຄະລັດຖະທູດ ອັງກິດ ປະຈຳສະຫະລັດ ທ່ານຄິມ ດາຣອັຄ ຜູ້ທີ່ໄດ້ກ່າວຕຳໜິ ການ
ຕັດສິນໃຈຖອນໂຕອອກຈາກຂໍ້ຕົກລົງນິວເຄລຍ ເມື່ອປີກາຍນີ້ ຂອງປະທານາທິບໍດີ
ສະຫະລັດ ທ່ານດໍໂນລ ທຣຳ ນັ້ນ ໄດ້ຖືກພິມອອກເຜີຍແຜ່.

ໃນໂທລະເລກລັບ ເມື່ອເດືອນພຶດສະພາ ປີ 2018 ນັ້ນ ທ່ານດາຣອັຄ ໄດ້ຂຽນວ່າ ລັດ
ຖະບານທ່ານທຣຳ ໃນການຍົກເລີກ ຕໍ່ຂໍ້ຕົກລົງກັບອີຣ່ານ ໃນປີກາຍນີ້ “ເປັນການກຳ
ນົດໄວ້ ເຖິງການກະທຳແບບຕັ້ງໃຈທຳລາຍທາງການທູດ ເບິ່ງຄືວ່າ ເພື່ອເຫດຜົນທາງ
ດ້ານອຸດົມການ ແລະເລື້ອງສ່ວນບຸກຄົນ---ຊຶ່ງມັນເປັນຂໍ້ຕົກລົງຂອງທ່ານໂອບາມາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG