ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັງກິດ ເລີ້ມຕົ້ນສັກວັກຊີນ ກັນໄວຣັສໂຄໂຣນາ ແອສຕຣາເຊເນກາ ໃນວັນຈັນ ມື້ນີ້


ຄົນຢືນລຽນແຖວກັນ ເພື່ອລໍຖ້າກວດ COVID-19 ຢູ່ສູນກາງກວດພະຍາດໃຫຍ່ຢູ່ສະໂມສອນບານເຕະ Charlton Athletic ຂະນະທີ່ໄວຣັສໂຄໂຣນາກໍາລັງແຜ່ຜາຍໄປທົ່ວໃນນະຄອນລອນດອນ ຂອງອັງກິດ, ວັນທີ 3 ມັງກອນ, 2021.
ຄົນຢືນລຽນແຖວກັນ ເພື່ອລໍຖ້າກວດ COVID-19 ຢູ່ສູນກາງກວດພະຍາດໃຫຍ່ຢູ່ສະໂມສອນບານເຕະ Charlton Athletic ຂະນະທີ່ໄວຣັສໂຄໂຣນາກໍາລັງແຜ່ຜາຍໄປທົ່ວໃນນະຄອນລອນດອນ ຂອງອັງກິດ, ວັນທີ 3 ມັງກອນ, 2021.

ອັງກິດກຳລັງກະກຽມຈັດການສັກຢາຄັ້ງທຳອິດ ຂອງວັກຊີນກັນໄວຣັສໂຄໂຣນາແອສຕຣາເຊເນກາ (AstraZeneca) ໃນວັນຈັນມື້ນີ້.

ຢາວັກຊີນແອສຕຣາເຊເນກາ (AstraZeneca) ແມ່ນມີລາຄາຖືກ ແລະຂົນສົ່ງງ່າຍກ່ວາວັກຊີນໄຟເຊີ-ໄບໂອເອັນເທັກ (Pfizer-BioNTech) ເພາະວ່າມັນບໍ່ຈຳເປັນຕ້ອງຮັກສາໄວ້ ໃນອຸນຫະພູມເຢັນຫລາຍ. ຢາວັກຊີນໄຟເຊີ (Pfizer) ໄດ້ຖືກສັກໃຫ້ແກ່ຜູ້ຊ່ຽວຊານດ້ານສຸຂະພາບຫຼາຍຄົນໃນອັງກິດແລະສະຫະລັດ.

ອີງຕາມລັດຖະມົນຕີສາທາລະນະສຸກຂອງປະເທດ, ອັງກິດຈະເລີ້ມຕົ້ນສັກຢາໃຫ້ປະຊາຊົນຢູ່ໂຮງໝໍ 6 ແຫ່ງໃນທົ່ວປະເທດໃນວັນຈັນມື້ນີ້. ໃນວັນອາທິດວານນີ້, ອິນເດຍໄດ້ອະນຸມັດຢາວັກຊີນອັນດຽວກັນນີ້ ເພື່ອໃຫ້ນຳໃຊ້ແບບສຸກເສີນ.

ຂ່າວດີໄດ້ມີຂຶ້ນໃນຂະນະທີ່ອັງກິດມີຂີດໝາຍການເພີ້ມຂຶ້ນຂອງກໍລະນີຄົນຕິດໄວ ຣັສໂຄໂຣນາ, ໂດຍສະເພາະແມ່ນສາຍພັນທີ່ການປ່ຽນແປງໃໝ່ ທີ່ນັກວິທະຍາສາດເຊື່ອວ່າ ມັນແຜ່ລາມໄດ້ໄວກວ່າ.

ນາຍົກລັດຖະມົນຕີອັງກິດ, ທ່ານບໍຣີສ ຈອນສັນ (Boris Johnson) ໄດ້ກ່າວເຕືອນໃນວັນອາທິດວານນີ້ວ່າ ຈະມີມາດຕະການການປິດເມືອງອອກມາຢູ່ທົ່ວປະເທດ.

ທ່ານຈອນສັນກ່າວຕໍ່ຜູ້ສື່ຂ່າວ BBC ວ່າ "ພວກເຮົາໄດ້ຍອມຮັບນໍາກັນໝົດແລ້ວວ່າ ຈະເຮັດທຸກສິ່ງທຸກຢ່າງເພື່ອໃຫ້ຄວບຄຸມໄວຣັສນີ້ໄດ້ ຊຶ່ງອາດຈະກ່ຽວຂ້ອງກັບການເອົາມາດຕະການທີ່ເຂັ້ມງວດກວ່າເກົ່າໃນຫລາຍອາທິດຂ້າງໜ້ານີ້ກໍເປັນໄດ້"

ກະຊວງສາທາລະນະສຸກຂອງປະເທດກຣີສ ໄດ້ຢືນຢັນວ່າມີ 4 ກໍລະນີທີ່ຕິດໄວຣັສສາຍພັນໃໝ່ໃນວັນອາທິດວານນີ້ ຊຶ່ງເຂົາເຈົ້າໄດ້ເດີນທາງໄປຍັງອັງກິດເມື່ອມໍ່ໆນີ້.

ສະຫະລັດ ແມ່ນມີຄົນຕິດເຊື້ອກວມເອົານຶ່ງສ່ວນສີ່ ຂອງຈໍານວນຄົນຕິດເຊື້ອທັງ ໝົດທົ່ວໂລກ ໄດ້ນຳໜ້າໂລກ ໂດຍມີຫລາຍກວ່າ 20.6 ລ້ານ ກໍລະນີ ແລະມີຜູ້ເສຍຊີວິດໄປແລ້ວ 351,000 ຄົນ. ປະເທດອິນເດຍ ແມ່ນເປັນອັນດັບສອງ, ໂດຍທີ່ມີຈຳນວນຜູ້ຕິດເຊື້ອ ທີ່ໄດ້ຮັບການຢືນຢັນ ແລະມີຄົນເສຍຊີວິດເທົ່າກັບປະມານເຄິ່ງນຶ່ງຂອງຈໍານວນນັ້ນ, ອີງຕາມມະຫາວິທະຍາໄລຈອນສ໌ ຮອບຄິນສ໌ທີ່ກຳລັງຕິດຕາມເບິ່ງການລະບາດຂອງພະຍາດນີ້ໃນລະດັບໂລກ.

ອ່ານຂ່າວນີ້ເພິ້ມເປັນພາສາອັງກິດ

XS
SM
MD
LG