ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອັງກິດ ຈະຊ່ວຍ ຕູນີເຊຍ ປ້ອງກັນ ເຂດເຊຍແດນ ຕິດກັບ ປະເທດ ລີເບຍ


ແຜນທີ່ປະເທດ ຕູນີເຊຍ ສະແດງໃຫ້ເຂດເຂດຊາຍແດນຕິດກັບປະເທດ ລີເບຍ
ແຜນທີ່ປະເທດ ຕູນີເຊຍ ສະແດງໃຫ້ເຂດເຂດຊາຍແດນຕິດກັບປະເທດ ລີເບຍ

ລັດຖະມົນຕີປ້ອງກັນປະເທດ ອັງກິດ ທ່ານ Michael Fallon ໄດ້ ກ່າວໃນວັນຈັນວານນີ້ວ່າ ທ່ານກຳລັງສົ່ງພວກ​ຝຶກ​ແອບຈຳນວນ 20 ຄົນໄປປະເທດ ຕູນີເຊຍ ເພື່ອຊ່ວຍປ້ອງກັນ ​ບໍ່​ໃຫ້ຄົນລັກລອບເຂົ້າ ປະເທດຢ່າງຜິດກົດໝາຍ ຈາກປະເທດ ລີເບຍ ທີ່ຢູ່ໃກ້ຄຽງນັ້ນ.

ພວກນັກຮົບລັດ ອິສລາມ ໄດ້ຂະຫຍາຍການເຂົ້າໄປມີໜ້າຂອງ ພວກເຂົາເຈົ້າຢູ່ໃນປະເທດ ລີເບຍ ໃນຂະນະທີ່ສອງລັດຖະບານຄູ່ ແຂ່ງບໍ່ສາມາດບັນລຸຄວາມພະຍາຍາມ ໃນການທີ່ຈະລວມເຂົ້າກັນ ແລະສ້າງ ຕັ້ງອຳນາດການປົກຄອງກາງ ເພື່ອຍຶດຄືນເຂດແດນ ຈາກພວກຫົວຮຸນແຮງ. ສິ່ງດັ່ງກ່າວໄດ້ກໍ່ໃຫ້ມີຄວາມເປັນຫ່ວງ ກ່ຽວ ກັບ ພວກລັດອິສລາມ ເປີດການໂຈມຕີຈາກປະເທດ ລີເບຍ ແລະ ໃຊ້ເຂດຊາຍແດນເພື່ອເດີນທາງເຂົ້າປະເທດ ຕູນີເຊຍ, ເຊິ່ງປະເທດດັ່ງກ່າວໄດ້ປະສົບກັບການ ໂຈມຕີດ້ວຍ​ອາວຸດ​ປືນ ແລະ ລະເບີດຢ່າງຮ້າຍແຮງ ໂດຍເພັ່ງເລັງໃສ່ບັນດານັກທ່ອງ ທ່ຽວ ແລະ ເຈົ້າໜ້າທີ່ລັດຖະບານ.

ທ່ານ Fallon ໄດ້ກ່າວຕໍ່ສະພາແຫ່ງຊາດວ່າ ອັງກິດ ແມ່ນພ້ອມແລ້ວທີ່ຈະສະ ໜອງການຝຶກ​ແອບ ແລະ ການຊີ້ນຳທາງການທະຫານຕໍ່ ລີເບຍ, ແຕ່ປະຈຸບັນຍັງ ບໍ່ມີແຜນການທີ່ຈະສົ່ງ ທະຫານພາກພື້ນດິນເພື່ອໄປປະຕິບັດການຕໍ່ສູ້ໃນປະ ເທດດັ່ງກ່າວ.

ທ່ານໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ການຂະຫຍາຍຕົວຂອງພວກ ລັດອິສລາມ ຕາ​ມ​ເຂດຊາຍຝັ່ງຂອງປະເທດ ລີເບຍ ແລະ ໄດ້ກ່າວວ່າ ຍ້ອນແນວນັ້ນ ອັງກິດ ຈຶ່ງ “ກຳລັງ​ໃຫ້ ການຊ່ວຍເຫຼືອ ​ໃນການສ້າງຕັ້ງລັດຖະບານໃໝ່ ລີເບຍ ຢ່າງຮີບດ່ວນ.”

XS
SM
MD
LG