ອາສາສະໝັກທີ່ມີສຸຂະພາບແຂງແຮງຈະຖືກເຮັດໃຫ້ ຕິດເຊື້ອໄວຣັສໂຄໂຣນາໂດຍຕັ້ງໃຈ ເພື່ອພະ ຍາຍາມທີ່ຈະເລັ່ງການພັດທະນາຢາວັກຊີນ, ພາຍໃຕ້ແຜນການຕ່າງໆທີ່ຖືກພັດທະນາຂຶ້ນ ໂດຍລັດຖະບານ ອັງກິດ ໃນອາທິດນີ້.
ການທົດລອງທີ່ວ່ານັ້ນ ຈະປະກອບມີອາສາສະໝັກທີ່ມີສຸຂະພາບແຂງແຮງອາຍຸ 18 ຫາ 30 ປີ.
ການທົດລອງຢາວັກຊີນໄວຣັສໂຄໂຣນາສ່ວນຫຼາຍທີ່ຖືກໃຊ້ກັບອາສາສະໝັກ ແມ່ນວັກຊີນທີ່ມີສັກກະຍະພາບ ຫຼືຢາປອມ ແລະຫຼັງຈາກນັ້ນຈະລໍຖ້າຈົນກວ່າເຂົາເຈົ້າໄດ້ສຳພັດກັບໄວຮັສຫຼາຍພໍ ຜ່ານການດຳລົງຊີວິດປະຈຳວັນຂອງເຂົາເຈົ້າ. ເຊິ່ງນັ້ນອາດໃຊ້ເວລາຫຼາຍເດືອນ ຫຼື ປີ.
ອັງກິດ ໄດ້ປະກາດໃນອາທິດນີ້ວ່າເຂົາເຈົ້າມີແຜນທີ່ຈະເລີ່ມໃນອັນທີ່ເອີ້ນວ່າ ການລົດລອງ “ສິ່ງທ້າທາຍຕໍ່ມະນຸດ” ໃນເດືອນພຶດສະພາ 2021 ເພື່ອເລັ່ງພັດທະນາຢາວັກຊີນຕ່າງໆ.
ຊາວໜຸ່ມຫຼາຍຄົນແມ່ນໄດ້ອາສາສະໝັກ, ນຶ່ງໃນນັ້ນແມ່ນນາງ ດານິກາ ມາຄອສ, ອາຍຸ 22 ປີ, ຈາກນະຄອນຫຼວງ ລອນດອນ ແລະ ຫາກໍຮຽນຈົບມະຫາວິທະຍາໄລເມື່ອບໍ່ດົນມານີ້.
ນາງ ດານິກາ ໄດ້ກ່າວຕໍ່ອົງການຂ່າວ AP ວ່າ “ຫຼາຍຄົນແມ່ນກຳລັງດີ້ນຮົນໃນເວລານີ້. ຂ້າພະເຈົ້າຢາກໃຫ້ໂຣກລະບາດນີ້ຈົບລົງ. ທຸກມື້ຜ່ານໄປ, ກໍລະນີກໍຍິ່ງເພີ່ມຂຶ້ນທຸກມື້, ປະຊາຊົນເສຍຊີວິດທຸກ ມື້. ແລະ ຖ້າການທົດລອງຢາວັກຊີນນີ້ອາດໝາຍເຖິງໄລຍະແຫ່ງຄວາມປວດຊໍ້າຂອງທົ່ວໂລກຈະຈົບລົງໃນໄວໆນີ້, ຂ້າພະເຈົ້າຢາກຊ່ວຍ. ຂ້າພະເຈົ້າຢາກເປັນສ່ວນນຶ່ງໃນນັ້ນ.”
ທ້າວ ອາລາສແຕ ເຟຣເຊີ ເອີກາດ (Alastair Fraser Urghart), ອາຍຸ 18 ປີ, ຈາກເມືອງ ສໂຕກ-ອອນ ເທຣັ້ນ (Stoke-on Trent) ໄດ້ກ່າວວ່າລາວຢາກປະກອບສ່ວນໃນຢາວັກຊີນ.
ລາວໄດ້ກ່າວວ່າ “ໂດຍສ່ວນຕົວແລ້ວ, ຂ້າພະເຈົ້າບໍ່ຢາກໃຫ້ໂອກາດນີ້ເພື່ອເຮັດບາງສິ່ງ, ເຮັດສິ່ງທີ່ແທ້ຈິງ, ຜ່ານຂ້າພະເຈົ້າໄປໃນເມື່ອຂ້າພະເຈົ້າແມ່ນຄົນທີ່ມີຄວາມສ່ຽງຕໍ່າກວ່າຄົນຜູ້ອື່ນ.”
ລັດຖະບານ ອັງກິດ ມີແຜນທີ່ຈະລົງທຶນຫຼາຍກວ່າ 43.4 ລ້ານໂດລາໃນການທົດລອງທີ່ທ້າທ້າຍນີ້. ອົງການອະນາໄມໂລກໄດ້ກ່າວວ່າມັນອາດຈະມີຄວາມໝາຍຫຼາຍ.