ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫລວດອັງກິດຈັບ​ສາມ​ຄົນ ທີ່ສົງໄສວ່າວາງ​ແຜນ​ການ ກໍ່ການ​ຮ້າຍ


ຜູ້ຊາຍຄົນນຶ່ງກໍາລັງຕິດເຈ້ຍໃສ່ກາງຂໍ້ຄວາມທີ່ຂຽນ ຕໍ່ຕ້ານການ ໂຈມຕີທີ່ມີຂຶນໃນວັນເສົາທີ່ຜ່ານມາ ຢູ່ເທິງຝາໃກ້ຂົວ London ໃນນະຄອນຫລວງ London ໃນວັນທີ 8 ມິຖຸນາ, 2017.
ຜູ້ຊາຍຄົນນຶ່ງກໍາລັງຕິດເຈ້ຍໃສ່ກາງຂໍ້ຄວາມທີ່ຂຽນ ຕໍ່ຕ້ານການ ໂຈມຕີທີ່ມີຂຶນໃນວັນເສົາທີ່ຜ່ານມາ ຢູ່ເທິງຝາໃກ້ຂົວ London ໃນນະຄອນຫລວງ London ໃນວັນທີ 8 ມິຖຸນາ, 2017.

ເຈົ້າໜ້າທີ່​ຕໍາຫລວດ​ເວົ້າວ່າ ຜູ້​ຊາຍ​ສາມ​ຄົນ​ໄດ້​ຖືກ​ຈັບ​ກຸມ​ໃນຂະນະທີ່ມີ​ການ​ກວດ
ຄົ້ນບ້ານ​ເຮືອນຫລາຍໆບ່ອນ​ໃນ​ວັນ​ພຸດ​ຜ່ານ​ມາ ຢູ່​ທາງ​ທິດຕາ​ເວັນ​ອອກ​ຂອງ​ນະ
ຄອນ​ລອນ​ດອນ ຍ້ອນ​ຖືກ​ສົງ​ໄສ​ວ່າ​ໄດ້​ດໍາ​ເນີນ​ການ​ໃນ​ຂັ້ນສຸດ​ທ້າຍ​ຂອງ​ການວາງ​
ແຜນ​ໂຈມ​ຕີ​ໂດຍ​ການກໍ່ການ​ຮ້າຍ ຢູ່​ນະຄອນຫລວງ​ຂອງ​ອັງກິດ ທີ່​ມີ​ລັກສະນະ​ຄ້າຍ
​ກັນ​ກັບການກໍ່ຄວາມ​ຮຸນ​ແຮງສັງຫານ​ຄົນ​ທີ່​ໄດ້​ດໍາ​ເນີນ​ໄປ​ໃນ​ວັນ​ເສົາ​ແລ້ວນີ້ ທີ່​ຂົວ
​ລອນ​ດອນ.

ຕໍາຫລວດ​ເວົ້າອີກວ່າ ພວກ​ຜູ້​ຊາຍ​ດັ່ງ​ກ່າວທີ່​ມີ​ອາຍຸ 30 ປີ​ກວ່າ ບໍ່​ໄດ້​ມີ​ການ​ພົວພັນ​
ກັບ​ການ​ໂຈມ​ຕີ​ທີ່​ມີ​ຄົນ​ອອກ​ຈາກລົດ​ຕູ້ ​ແລະ​ການ​ໃຊ້​ມີດ​ແທງ​ຄົນຍ່າງໃນວັນ​ທ້າຍ​
ອາທິດ​ແລ້ວນີ້ ຢູ່​ເທິງ​ຂົວ​ລອນ​ດອນ ​ແລະ​ຢູ່​ເມືອງ Borough ຂອງ​ນະຄອນຫລວງ
​ ທີ່​ໄດ້​ເຮັດ​ໃຫ້ 8 ຄົນ​ເສຍ​ຊີວິດ ​ແລະ 48 ຄົນ​ໄດ້​ຮັບ​ບາດ​ເຈັບ​ນັ້ນແຕ່ຢ່າງໃດ.

ຂ່າວ​ກ່ຽວກັບ​ການ​ຈັບ​ກຸມ​ດັ່ງກ່າວ ​ແມ່ນ​ຖືກ​ເຜີຍ​ແຜ່​ອອກ​ມາ​ໃນ​ຂະນະ​ທີ່ມີ​ພາບ​ວີ​ດິ​ໂອ
ສະ​ແດງ​ໃຫ້​ເຫັນ​ວ່າຕໍາຫລວດ​ໄດ້​ຍິງພວກ​ໂຈມ​ຕີ​ຢູ່​ຂົວ​ລອນ​ດອນ​ໃນ​ວັນ​ເສົາ​ແລ້ວນີ້.
ມັນສະ​ແດງ​ໃຫ້​ເຫັນ​ວ່າ ພວກເຈົ້າໜ້າທີ່​ໂດດ​ອອກ​ຈາກລົດ​ຕໍາຫລວດທີ່​ກໍາລັງ​ແລ່ນ​ໄປ
​ຢູ່ ​ເພື່ອ​ຍິງ​ຜູ້​ຊາຍດັ່ງກ່າວ ພາຍ​ໃນ​ເວລາ​ບໍ່ພໍ​ເທົ່າ​ໃນ​ວິນາທີ ຫລັງ​ເກີດ​ເຫດ​ອັນ​ສະ
ຫຍອງ​ຂັວນນັ້ນ ຊຶ່ງ ​ໄດ້​ເຮັດ​ໃຫ້ການ​ຂ້າ​ຄົນ​ແບບ​ເປັນ​ກຸ່ມ​ໃຫຍ່​ທີ່​ດໍາ​ເນີນ​ໄປ​ເປັນ​ເວລາ
ແປດ​ນາ​ທີ່​ນັ້ນ ສິ້ນສຸດ​ລົງ. ​ພາບວີ​ດິ​ໂອ ທີ່​ຖ່ຍທໍາ​ໂດຍ​ຄົນ​ທີ່​ອາ​ໄສ​ຢູ່​ເຂດ​ນັ້ນ ​ໄດ້​ຖືກ​ນໍາ
​ສົ່ງຕໍ່ກັນ ​ແລະ​ສາຍ​ຢູ່​ທົ່ວເວັບ​ໄຊ ຂອງ​ສື່​ສັງຄົມອອນ​ລາຍ.

ພາບວີ​ດິ​ໂອ ອັນ​ອື່ນອີກ​ກໍ​ປະກົດໃຫ້​ເຫັນ​ວ່າ ພວກ​ໂຈມ​ຕີ​ຢູ່​ຂົວ​ລອນ​ດອນ 3 ຄົນ ຄື​ທ້າວ
Khuram Shazad Butt, Rachid Redouane ​ແລະ Youssef Zaghba ປະຊຸມ​ກັນ
ຢູ່​ນອກ​ບ່ອນ​ອອກ​ກໍາລັງ​ກາຍ ທີ່​ໃຊ້​ສະ​ເພາະ​ຊາວ​ມຸສລິ​ມ ຊຶ່ງ​ເປັນ​ບ່ອນ​ພົບ​ກັນ​ເລື້ອຍໆ
ຂອງ​ສາມ​ຄົນ​ຢູ່​ໃນ​ພາກຕາ​ເວັນ​ອອກ​ຂອງ​ນະຄອນ​ລອນ​ດອນ ​ໃນ​ໄລຍະ 5 ມື້ ກ່ອນ​ທໍາ​
ການ​ໂຈມ​ຕີນັ້ນ.

ຕາມພາບວີ​ດິ​ໂອ ທີ່​ອອກ​ມາ​ສາຍ​ໂດຍໜັງສື​ພິມ The Times newspaper ສະ​ແດງ​
ໃຫ້​ເຫັນ​ວ່າ ຜູ້ໍາຍສາມ​ຄົນ​ນັ້ນ ກອດ​ກັນ ​ແລ້ວ​ກໍ​ຫົວ​ຢູ່​ຂ້າງ​ນອກ​ສູນ​ອອກ​ກໍາລັງ​ກາຍ Ummah ຊຶ່ງ​ເປັນບ່ອນ​ທີ່ ທ້າ​ວ Butt ອາ​ໄສ​ຢູ່​ກັບ​ເມຍ​ຂອງ​ລາວ ​ແລະ​ລູກນ້ອຍ 2 ຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG