ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງ​ກິດ ພະ​ຍາ​ຍາມ​ທີ່​ຈະ​ຕອບ​ໂຕ້​ ໄພ​ຂົ່ມ​ຂູ່​ຈາກ ຣັດ​ເຊຍ ແລະ ຈີນ ທ່າມ​ກາງ​ພາ​ວະເສດ​ຖະ​ກິດ​ຕົກ​ຕ່ຳ​ໃນ​ປະ​ເທດ


ອັງ​ກິດ ໄດ້​ເປີດ​ເຜີຍ​ແຜນ​ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ປະ​ເທດ​ທີ່​ໄດ້​ຮັບ​ການປັບ​ປຸງ​ໃໝ່, ​ເຊິ່ງ​ຖືກ​ກະ​ຕຸ້ນ​ໂດຍ​ການ​ບຸກ​ລຸກ ຢູ​ເຄ​ຣນ ຂອງ ຣັດ​ເຊຍ ແລະ ສິ່ງ​ທ້າ​ທາຍ​ຈາກ ຈີນ, ໃນ​ຂະ​ນະ​ທີ່ ອັງ​ກິດ​ພະ​ຍາ​ຍາມ​ທີ່​ຈະ​ດຸ່ນ​ດຽງ​ໄພ​ຂົ່ມ​ຂູ່​ດ້ານ​ຍຸດ​ທະ​ສາດ​ດ້ວຍ​ຂໍ້​ຈຳ​ກັດ​ດ້ານ​ການ​ເງິນ​ຢູ່​ໃນ​ປະ​ເທດ.

ເອ​ກະ​ສານ​ທີ່​ຊື່​ວ່າ ການ​ປະ​ສົມ​ປະ​ສານ​ການ​ທົບ​ທວນ​ໃໝ່ 2023, ໄດ້​ປັບ​ປຸງ​ການ​ທົບ​ທວນ​ແຜນ​ຍຸດ​ທະ​ສາດ​ໃນ​ຄັ້ງ​ທີ່​ຜ່ານ​ມາ ທີ່​ຖືກ​ປະ​ກາດ​ເມື່ອ​ສອງ​ປີ​ແລ້ວນີ້.

ເອ​ກະ​ສານ​ໃໝ່​ດັ່ງ​ກ່າວ, ເຊິ່​ງ​ຖືກ​ເຜີຍ​ແຜ່​ໃນ​ວັນ​ຈັນ​ທີ່​ຜ່ານ​ມານັ້ນ, “ໄດ້​ບັງ​ຄັງ​ໃຫ້​ເພັ່ງ​ເລັງ​ຄືນ​ໃໝ່​ໃສ່​ການ​ຮັກ​ສາ​ຄວາມ​ປອດ​ໄພ ຢູ​ໂຣບ,” ທ່ານ ເດ​ວິດ ລໍ​ເຣັນ​ສ໌, ນັກ​ຄົ້ນ​ຄວ້າ​ຢູ່​ອົງ​ການ ຊາ​ແຕັມ ຮາວ​ສ໌ ທີ່​ມີ​ຫ້ອງ​ການ​ຕັ້ງ​ນະ​ຄອນຫຼວງ ລອນດອນ, ໄດ້​ກ່າວ​ຕໍ່​ວີ​ໂອ​ເອ.

ທ່ານ​ໄດ້​ກ່າວ​ວ່າ “ໃນ​ການ​ທົບ​ທວນ​ດັ້ງ​ເດີມ, ມັນ​ໄດ້​ມີ​ການ​ກ່າວ​ຢ້ຳ​ນີ້ ກ່ຽວ​ກັບ ການ​ອຽງ​ໄປ​ເຂດ​ອິນ​ໂດ​-ປາ​ຊີ​ຟິກ… ມັນ​ເບິ່ງ​ຄື​ວ່າ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ຢາກ​ຫຍັບ​ອອກ​ຈາກ​ການ​ເຮັດ​ໃຫ້​ການ​ຮັກ​ສາ​ຄວາມ​ປອດ​ໄພ​ເປັນ​ຂອບ​ເຂດອິດ​ທິ​ພົນຫຼັກ​ຂອງ​ເຂົາ​ເຈົ້າ.”

ທ່ານ ລໍ​ເຣັນ​ສ໌ ກ່າວ​ວ່າ “ນັ້ນ​ໄດ້​ປ່ຽນ​ແປງ​ຢ່າງ​ສິ້ນ​ເຊີງ, ເພາະ​ວ່າ​ການ​ບຸກ​ລຸກ ຢູ​ເຄ​ຣນ ໂດຍ ຣັດ​ເຊຍ ໄດ້​ບັງ​ຄັບ​ໃຫ້ ສະ​ຫະ​ຣ​າ​ຊະ​ອາ​ນາ​ຈັກ ຮັບ​ຮູ້​ວ່າໄພ​ຂົ່ມ​ຂູ່​ທີ່​ໂດຍ​ກົງ​ທີ່​ສຸດ​ແມ່ນ​ມາ​ຈາກ​ບ່ອນ​ທີ່​ໃກ້​ປະ​ເທດ​ທີ່​ສຸດ. ແລະ ແທ້​ຈິງ​ແລ້ວ, ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ແມ່ນ​ຢູ່​ໃນ​ຕຳ​ແໜ່ງ​ທີ່​ແຂງ​ແກ່ນຫຼາຍ ດັ່ງ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ປີ​ກາຍນີ້ ເພື່ອ​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ທາງ​ທະ​ຫານ​ໃຫ້​ພັນ​ທະ​ມິດ​ໃນ ຢູ​ໂຣບ, ໂດຍ​ສະ​ເພາະ​ເຂດ​ຕາ​ເວັນ​ອອກ​ຂອງ ຢູ​ໂຣບ.”

ການ​ທົບ​ທວນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ແມ່ນ​ໄດ້​ເປີດ​ເຜີຍ​ໃນ​ອາ​ທິດ​ດຽວ​ກັນ​ກັບ​ງົບ​ປະ​ມານ​ປະ​ຈຳ​ປີ​ຂອງ​ລັດ​ຖະ​ບານ, ຫຼື ຖະ​ແຫຼງ​ການ​ລະ​ດູ​ບານ​ໃໝ່. ອັງ​ກິດ ແມ່ນ​ໄດ້​ຄາດ​ຄະ​ເນ​ວ່າ​ຈະ​ມີ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ທີ່​ຕ່ຳ​ທີ່​ສຸດ​ໃນ​ປີນີ້​ຈາກ​ສະ​ມາ​ຊິກ​ທຸກ​ປະ​ເທດ​ຂອງ​ກຸ່ມ 7 ປະ​ເທດ​ທີ່​ຮັ່ງ​ມີ​ທີ່​ສຸດ.

ແນວ​ໃດ​ກໍ່​ຕາມ, ທ່ານ ເຈ​ເຣ​ມີ ຮັ້ນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ໄດ້​ປະ​ກາດ​ໃນ​ວັນ​ພຸດ​ວານນີ້​ ກ່ຽວ​ກັບ ການ​ເພີ່ມ​ຂຶ້ນ​ຂອງ​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງນີ້. ນອກ​ຈາກ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ​ປະ​ຈຳ​ປີ 58 ຕື້​ໂດ​ລາ​ຂອງ ອັງ​ກິດ ແລ້ວ, ທ່ານ ຮັ້ນ ໄດ້​ເພີ່ມ​ເງິນ​ຕື່ມ​ອີກ 11 ຕື້​ໂດ​ລາ ໃນ​ 5 ປີ​ຕໍ່​ໜ້າ.

ການ​ຈັດ​ຫາ​ເງິນ ສອງ​ພັນ​ສາມ​ຮ້ອຍ​ລ້ານ​ໂດ​ລາ ຈະ​ຖືກ​ໃຊ້​ໃນ​ສອງ​ປີ​ຂ້າງ​ໜ້າ​ເພື່ອ​ເສີມ​ຄັງ​ລູກ​ປືນ​ທີ່​ໄດ້​ໝົດ​ໄປ​ຜ່ານ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ທີ່​ໄດ້​ສະ​ໜອງ​ໃຫ້ ຢູ​ເຄ​ຣນ. ອັງ​ກິດ ແມ່ນ​ຜູ້​ບໍ​ລິ​ຈາ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ທີ່​ໃຫຍ່​ເປັນ​ອັນ​ດັບ​ສອງ​ຕໍ່ ກີ​ຢິບ ຮອງ​ຈາກ ສະ​ຫະ​ລັດ, ໂດຍ​ໄດ້​ສະ​ໜອງ​ອຸ​ປະ​ກອນ​ມູນ​ຄ່າ ສອງ​ພັນ​ແປ​ດ​ຮ້ອຍ​ລ້ານ​ໂດ​ລາ ໃນ​ປີ 2022.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG