ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກສຶກສາອັງກິດປະທ້ວງ ການຂື້ນຄ່າຮຽນ


ເຈົ້າຊາຍ Charles ແຫ່ງອັງກິດ ກັບພະມະເຫສີ Camilla ສະແດງຄວາມຕົກໃຈ ເວລາລົດພະທີ່ນັ່ງ ຖືກພວກນັກສຶກສາໂຈມຕີ ທີ່ລອນດອນ ເມື່ອວັນທີ 9 ທັນວາ 2010. (AP Photo/Matt Dunham)
ເຈົ້າຊາຍ Charles ແຫ່ງອັງກິດ ກັບພະມະເຫສີ Camilla ສະແດງຄວາມຕົກໃຈ ເວລາລົດພະທີ່ນັ່ງ ຖືກພວກນັກສຶກສາໂຈມຕີ ທີ່ລອນດອນ ເມື່ອວັນທີ 9 ທັນວາ 2010. (AP Photo/Matt Dunham)

ທີ່​ປະ​ເທດ​ອັງກິດ ​ວັນພະຫັດວານນີ້ ພວກສຶກສາທີ່ໂມໂຫ
ຕໍ່ການຂຶ້ນຄ່າຮຽນ ​ໄດ້ພາກັນ​ໂຈມ​ຕີລົດພະທີ່ນັ່ງ Rolls
Royce ຄັນນຶ່ງ ທີ່ມີເຈົ້າຟ້າຊາຍ Charles ຜູ້ທີ່ຈະສືບ
ທອດລາດຊະບັນລັງອັງກິດຄົນ​ຕໍ່ໄປນັ້ນ ປະ​ທັບ​ໄປ​ນໍາ
ພ້ອມ​ກັບມະເຫສີ Camilla ແຕ່ທັງສອງ​ພະ​ອົງບໍ່ໄດ້ຮັບ ອັນຕະລາຍໃດໆໃນການ​ໂຈມ​ຕີນີ້.

ພວກປະທ້ວງໄດ້ໃຊ້ເວລາເກືອບວ່າໝົດມື້ຂອງວັນພະຫັດ
ວານນີ້ ປະເຊີນໜ້າກັບພວກເຈົ້າໜ້າທີ່ຕໍາຫລວດປາບຈະ
ລາຈົນ ຢູ່ນອກສະພາ​ແຫ່ງ​ຊາດ ບ່ອນທີ່ພວກຜູ້​ແທນ​ໄດ້
ຮັບຜ່ານມະຕິທີ່​ເປັນ​ຫົວຂໍ້ຂັດແຍ້ງກັນສະບັບນຶ່ງ ທີ່ຂື້ນ
ຄ່າຮຽນໃນມະຫາວິທະຍາໄລໃນອັງກິດ ເກືອບຮອດສາມເທົ່າຕົວ.

ໃນຕອນນຶ່ງນັ້ນ ພວກຕໍາຫລວດມ້າ ໄດ້ບຸກເຂົ້າໄປໃນທ່າມກາງ​ພວກນັກສຶກສາທີ່ໂມໂຫ
ຮ້າຍຈຸນຶ່ງ ທີ່ພາກັນແກ່ງໄມ້ໃສ່ພວກເຈົ້າໜ້າທີ່ຕໍາຫລວດ ແລະຈູດລະເບີດຄວັນ.

ພວກເຈົ້າໜ້າທີ່ລັດຖະບານອັງກິດໄດ້ກ່າວວ່າ ການຂຶ້ນຄ່າຮຽນ ອັນ​ເປັນພາກ​ສ່ວນ​ນຶ່ງ​ຂອງ​
ແຜນການ​ປະ​ຍັດ​ຮັ​ດ​ເຂັມຄັດ​ຂອງ​ລັດຖະບານ​ນັ້ນ ​ແມ່ນ​ເປັນ​ສິ່ງ​ຈໍາ​ເປັນ ​ເພື່ອ​ຮັກສາ​ໄວ້​ຊຶ່ງ​
ຄຸນ​ນະພາ​ບອັນສູງ​ຂອງ​ການ​ສຶກສາ ຢູ່​ໃນມະຫາ​ວິທະຍາ​ໄລ.



XS
SM
MD
LG