ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລະບົບລົດໄຟໃຕ້ດິນໃນລອນດອນ ຢຸດຊະງັກລົງໃນມື້ນີ້


ປະຊາຊົນຈຳນວນຫຼາຍລ້ານຄົນທີ່ນະຄອນຫຼວງອັງກິດ
ພວມດີ້ນຮົນຂົນຂວາຍຊອກຫາຊ່ອງທາງໃນການເດີນທາງ
ໄປມາ ໃນວັນອັງຄານມື້ນີ້ ຫຼັງຈາກພວກຄົນງານທີ່ພາກັນ
ນັດຢຸດງານໄດ້ບັງຄັບໃຫ້ລະບົບລົດໄຟໃຕ້ດິນ ທີ່ກຸງລອນ
ດອນຢຸດຊະງັກລົງເປັນສ່ວນໃຫຍ່.

ພວກຄົນງານລົດໄຟໃຕ້ດິນຫລາຍ​ພັນ​ຄົນໄດ້ເລີ້ມພາກັນ
ຢຸດເຮັດວຽກໃນຕອນບ່າຍຂອງມື້ວັນຈັນວານນີ້ໃນການນັດ
ຢຸດງານເປັນເວລາ 24 ຊົ່ວໂມງເພື່ອປະທ້ວງຕໍ່ແຜນການ
ທີ່ຈະຕັດໜ້າວຽກລົງ 800 ວຽກ.

ພວກຄົນງານເວົ້າວ່າ ການຕັດວຽກການເຫຼົ່ານີ້ລົງຈະເປັນໄພອັນຕະລາຍຕໍ່ຄວາມປອດໄພ.

ຕາມປົກກະຕິແລ້ວລະບົບລົດໄຟໃຕ້ດິນໃນກຸງລອນດອນໃຫ້ບໍລິການແກ່ປະຊາຊົນ 3 ລ້ານ
ຄົນໃນແຕ່ລະມື້.

ໃນວັນອັງຄານມື້ນີ້ ພວກ​ໄປ​ລ້າໄປການຕ້ອງໄດ້ຫັນ​ໄປຂີ່ລົດປະຈຳທາງເຮືອ ຫຼືບໍ່ກໍລົດຖີບ
ແລະລົດສ່ວນໂຕຂະນະທີ່ລະບົບລົດໄຟໃຕ້ດິນແລ່ນບໍລິການຢ່າງຈຳກັດ.

XS
SM
MD
LG