ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອັງ​ກິດ ແລະ ເກົາຫຼີ​ໃຕ້ ຮ່ວມ​ກັນ​ຈັດ​ກອງ​ປະ​ຊຸມ​ສຸດຍອດ AI ໃນ ເກົາຫຼີ​ໃຕ້


ຈໍ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ​ການ​ປະ​ກາດ ກ່ຽວ​ກັບ ກອງ​ປະ​ຊຸມ​ສຸດຍອດ AI Seoul, ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້, 21 ພຶດ​ສະ​ພ 2024.
ຈໍ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ​ການ​ປະ​ກາດ ກ່ຽວ​ກັບ ກອງ​ປະ​ຊຸມ​ສຸດຍອດ AI Seoul, ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້, 21 ພຶດ​ສະ​ພ 2024.

ກອງ​ປະ​ຊຸມ​ສຸດຍອດ​ສາ​ກົນສອງວັນ​ທີ່​ແນ​ເປົ້າ​ໃສ່​ການ​ຮ່າງ​ຂໍ້​ຕົກ​ລົງ​ໃໝ່​ເພື່ອ​ພັດ​ທະ​ນາ ແລະ ສົ່ງ​ເສີມ​ໂອ​ກາດ​ທີ່​ເປັ​ນ​ແງ່ບວກ​ຂອງ​ປັນ​ຍາ​ປະ​ດິດ ຫຼື AI ຈະ​ໄຂ​ຂຶ້ນ​ໃນ​ວັນ​ອັງ​ຄານມື້ນີ້​ໃນ​ປະ​ເທດ ເກົາຫຼີ​ໃຕ້.

ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ຢູນ ຊຸກ ຢອ​ລ໌ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ ຣິ​ຊີ ຊູ​ນາກ ຈະ​ກ່າວ​ຄຳ​ປາ​ໄສ​ເປັນ​ຕົວ​ແທນ​ໃຫ້​ບັນ​ດາ​ປະ​ເທດ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ຂອງ​ໂລກ​ຜ່ານ​ການ​ປະ​ຊຸມ​ທາງ​ໄກ ​ໃນ​ບົດ​ບາດ​ຂອງ​ພວກ​ເພິ່ນ​ດັ່ງ​ກັບ​ຜູ້​ຮ່ວມ​ຈັດ​ກອງ​ປະ​ຊຸມສຸດຍອດ Seoul AI.

ເວັບ​ໄຊ້​ຂອງກອງ​ປະ​ຊຸມ​ນັ້ນ​ເວົ້າ​ວ່າ ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ຈະ​ແນ​ເປົ້າ​ສຳ​ລັບ​ການ​ຕົກ​ລົງ​ ກ່ຽວ​ກັບ ສາມ​ອົງ​ປະ​ກອບ​ທີ່​ສຳ​ຄັນ​ຄື, ຄວາມ​ປອດ​ໄພ, ນະ​ວັດ​ຕະ​ກຳ​ໃໝ່ ແລະ ການກວມ​ລວມ.

ບັນ​ດາ​ຜູ້​ນຳ​ຂອງ 7 ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ທີ່​ໃຫຍ່​ທີ່​ສຸດ​ລວມ​ມີ, ກາ​ນາ​ດາ, ຝ​ຣັ່ງ, ເຢຍ​ຣະ​ມັນ, ອິ​ຕາ​ລີ, ຍີ່​ປຸ່ນ ແລະ ອັງ​ກິດ, ແມ່ນ​ໄດ້​ຖືກ​ເຊື້ອ​ເຊີນ​ໄປ​ຮ່ວມ​ເປີດກອງ​ປະ​ຊຸມ​ສຸດຍອດ​ດັ່ງ​ກ່າວ, ພ້ອ​ມ​ກັບ​ບັນ​ດາ​ຜູ້​ນຳ​ຈາກ ອອ​ສ​ເຕ​ຣ​ເລຍ ແລະ ສິງ​ກະ​ໂປ.

ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ເວົ້າ​ວ່າ ຈີນ ຈະ​ສົ່ງ​ຜູ້​ແທນ​ຄົນ​ນຶ່ງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ດ້ວຍ​ຕົນ​ເອງ ທີ່​ຈະ​ເລີ່ມ​ຂຶ້ນ​ໃນ​ວັນ​ພຸດມື້​ອື່ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG