ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ກຽມຮັບມືກັບ ການຕໍ່ສູ້ກັນ ດ້ານການເມືອງ ທີ່ຈະລະເບີດຂຶ້ນ ໃນສັບປະດານີ້


Britain Set For Explosive Week Ahead In Brexit Showdown
please wait

No media source currently available

0:00 0:02:57 0:00

ອັງກິດ ກຳລັງກຽມຮັບມືກັບ ການຕໍ່ສູ້ກັນດ້ານການເມືອງ ທີ່ຈະລະເບີດຂຶ້ນໃນສັບປະ-
ດານີ້ ຊຶ່ງອາດຈະພິສູດໃຫ້ເຫັນເຖິງຄວາມສຳຄັນ ໃນຂໍ້ສະເໜີການຖອນໂຕອອກຈາກ ສະຫະພາບຢູໂຣບຂອງອັງກິດ ແລະການກຳນົດຊະຕາກຳຂອງນາຍົກລັດຖະມົນຕີຄົນ
ໃໝ່ ທ່ານບໍຣິສ ຈອນຊັນ.

ມີການປະທ້ວງຕໍ່ຕ້ານການຕັດສິນໃຈ ຂອງທ່ານຈອນຊັນ ເກີດຂຶ້ນໃນທົ່ວປະເທດ ເມື່ອ
ສອງສາມວັນມໍ່ໆມານີ້ ທີ່ຈະປິດສະໄໝກອງປະຊຸມຂອງສະພາ ຫຼື ໂຈະມັນໄວ້ ຊຶ່ງມີກຳ
ນົດຈະມີຜົນບັງຄັບໃຊ້ ໃນເວລາບໍ່ເທົ່າໃດອາທິດ.

ການກັບຄືນມາຂອງບັນດາສະມາຊິກສະພາ ຈາກການພັກລະດູຮ້ອນ ໃນວັນອັງຄານ
ມື້ອື່ນນີ້ ໃນເວລານັ້ນ ບັນດາສະມາຊິກສະພາບາງສ່ວນ ຈະພະຍາຍາມຍຶດເອົາການ ຄວບຄຸມສະພາແຫ່ງຊາດ ເພື່ອປ້ອງກັນບໍ່ໃຫ້ອັງກິດຖອນໂຕອອກຈາກສະຫະພາບ
ຢູໂຣບ ໂດຍປາດສະຈາກຂໍ້ຕົກລົງ. ນັກວິເຄາະ ທ່ານໂທນີ ທຣາເວີສ໌ ຈາກມະຫາ
ວິທະຍາໄລ ເສດຖະສາດແລະລັດຖະສາດ ທີ່ລອນດອນ ກ່າວໄປ ຫຼັງຈາກມີການຫລົບ
ຫຼີກມາໄດ້ຫຼາຍເດືອນແລ້ວ ວ່າ ການປະເຊີນໜ້າກັນ ໃນທີສຸດ ກໍໄດ້ມາເຖິງແລ້ວ.

ທ່ານທຣາເວີສ໌ ເວົ້າວ່າ “ກຸ່ມບັນດາສະມາຊິກສະພາກຸ່ມນຶ່ງ ຈາກທຸກພັກຝ່າຍ ອາດຈະ
ລວມທັງ ບັນດາຜູ້ອາວຸໂສຫົວອະນຸລັກ ນຳດ້ວຍ ຈະພະຍາຍາມເຂົ້າມາຮ່ວມກັນ ເພື່ອ
ຄວບຄຸມກິດຈະກຳຕ່າງໆໃນສະພາຕ່ຳ ຕໍ່ຈາກນັ້ນ ກໍຈະຮັບຜ່ານຮ່າງກົດໝາຍ ຊຶ່ງຈະ
ຕ້ອງໄດ້ຜ່ານສະພາຕ່ຳ ແລະສະພາສູງ ເພື່ອຕັດອອກການບໍ່ມີຂໍ້ຕົກລົງ ໃນການຖອນໂຕ
ອອກຈາກສະຫະພາບຢູໂຣບ.” ຫຼື Brexit ນັ້ນ.

ທ່ານທຣາເວີສ໌ ກ່າວຕື່ມວ່າ ແຕ່ຝ່າຍຄ້ານຕໍ່ການບໍ່ມີຂໍ້ຕົກລົງ ຈະປະເຊີນກັບບັນຫາທ້າ
ທ້າຍທີ່ໃຫຍ່ຫຼວງ.

ທ່ານເວົ້າວ່າ “ພວກເຂົາເຈົ້າ ຈະຕ້ອງໄດ້ປຸ້ມລຸມກຸ່ມພັກພັນທະມິດໃໝ່ນີ້ໄວ້ ອັນເປັນພັນ- ທະມິດທີ່ແຕກຕ່າງກັນແທ້ໆເລີຍ ໂດຍມີກຸ່ມຄົນທີ່ຢູ່ຝ່າຍຊາຍສຸດ ຂອງຜູ້ນຳພັກແຮງງານ
ແລະກຸ່ມຄົນບາງສ່ວນ ຢູ່ຝ່າຍກາງຫາຂວາ ຂອງພັກອານຸລັກນິຍົມ.”

ສ່ວນນາຍົກລັດຖະມົນຕີ ບໍຣິສ ຈອນຊັນ ກ່າວວ່າ ການກີດກັ້ນ ບໍ່ໃຫ້ມີຂໍ້ຕົກລົງນັ້ນ ຈະ
ເຮັດໃຫ້ຝ່າຍສະຫະພາບຢູໂຣບ ໄດ້ປຽບ.

ທ່ານຈອນຊັນ ໄດ້ກ່າວໃນວັນເສົາຜ່ານມານີ້ ວ່າ “ຖ້າພວກເຂົາເຈົ້າຄຶດວ່າ ແບຣກຊິດ
ສາມາດກີດກັ້ນໄດ້ໃນທາງໃດທາງນຶ່ງ ພວກເຂົາເຈົ້າ ຈະບໍ່ໃຫ້ຂໍ້ຕົກລົງແກ່ພວກເຮົາ
ທີ່ພວກເຮົາຕ້ອງການ. ແລະສະນັ້ນ ຄວາມກັງວົນຂອງຂ້າພະເຈົ້າ ກໍແມ່ນວ່າ ສິ່ງທີ່ກຳ
ລັງເກີດຂຶ້ນຢູ່ໃນສະພາ ແທ້ຈິງແລ້ວ ສາມາດບ່ອນທຳລາຍ ທາທີການເຈລະຈາກຂອງ
ອັງກິດ ກໍເປັນໄດ້. ແຕ່ພວກເຮົາ ຈະຕ້ອງເດີນໜ້າ ແລະເຮັດໄປ.”

ນາຍົກລັດຖະມົນຕີອັງກິດ ໄດ້ຂົ່ມຂູ່ວ່າ ສະມາຊິກສະພາໃນພັກອານຸລັກຂອງທ່ານ ຜູ້ໃດ ທີ່ລົງຄະແນນກີດກັນ ການບໍ່ມີຂໍ້ຕົກລົງ ສຳລັບແບຣກຊິດ ດ້ວຍການຍົກເລີກການເລືອກ
ເມື່ອການເລືອກຕັ້ງຮອບຕໍ່ໄປ ຊຶ່ງເປັນສິ່ງທີ່ອາດຈະເກີດຂຶ້ນໄດ້ ໃນໄວໆນີ້ ຖ້າຫາກກຸ່ມ
ຝ່າຍຄ້ານ ຈັດຕັ້ງການລົງຄະແນນສຽງ ບໍ່ໄວ້ວາງໃຈ ໃນລັດຖະບານ ອີງຕາມການກ່າວ
ຂອງທ່ານນາງ ແກມມາ ລູມສ໌ ຈາກມະຫາວິທະຍາໄລ ຄີລ.

ອ່ານຂ່າວນີ້ຕື່ີມ ເປັນພາສາອັງກິດ

XS
SM
MD
LG