ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່າ​ນ​ນາງ​ເມ ຕົກຢູ່​ພ​າຍ​ໃຕ້​ຄວາມ​ກົດ​ດັນ ໃຫ້​ຕ່າວ​ປີ້ນການ​ຕັດ​ສິນ​ໃຈ ​ໃຫ້​ບໍລິສັດຫົວ​ເຫວີຍ ມີ​ບົດ​ບາດ​ຢູ່ໃນ​ອັງ​ກິດ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທິ​ຣີ​ຊາ ເມ ກຳ​ລັງ​ອອກ​ມາ​ຈາກ​ໂບດ ໃນວັນ​ທີ 28 ເມ​ສາ 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທິ​ຣີ​ຊາ ເມ ກຳ​ລັງ​ອອກ​ມາ​ຈາກ​ໂບດ ໃນວັນ​ທີ 28 ເມ​ສາ 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທິ​ຣີ​ຊາ ເມ ກຳ​ລັງ​ຖືກ​ຊຸກຍູ້ໂດຍ​ບັນ​ດາ​ສະ​ມ​າຊິກ
ພັກ​ຕົນ​ເອງ ແລະ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ອາ​ວຸ​ໂສ ໃຫ້​ຕ່າວ​ປິ້ນກຳ​ນົດ​ການ​ຕັດ​ສິນ​ໃຈ​
ທີ່​ຈະ​ອະ​ນຸ​ຍາດ​ໃຫ້ບໍ​ລິ​ສັດ​ຍັກ​ໃຫຍ່​ຈີນຫົວ​ເຫວີຍ ໃຫ້​ມີ​ບົດ​ບາດ​ໃນ​ການ​ສ້າງ​ພ​າກ
​ສ່ວນ​ຂອງລະ​ບົບ​ໂທລະ​ສັ​ບ​ມື​ຖື G5 ຂອງ​ອັງ​ກິດ.

ເຂົາ​ເຈົ້າ​ຢ້ານ​ວ່າ ຖ້າປ່ອຍໃຫ້​ຫົວ​ເຫວີຍ ມີ​ບົດ​ບາດ​ຈຳ​ກັດ​ໃນ​ການ​ພັດ​ທະ​ນາ​ລຸ້ນ​ທີ່​ຫ້າ
​ຂອງ​ລະ​ບົບ​ວາຍ​ແລັ​ສ ສ່ຽງ​ຕໍ່​ອັນ​ຕະ​ລາຍ​ການ​ເຂົ້າ​ຮ່ວມ​ຂອງ​ອັງ​ກິດ​ຢູ່​ໃນ “Five Eyes”
ທີ່​ເປັນ​ການ​ຈັດ​ແຈງແບ່ງ​ປັນ​ການສືບ​ລັບ ທີ່​ສະ​ຫະ​ລັດນຳ​ພາກຸ່ມ​ສືບ​ລັບ Anglophone
ທີ່​ເຊື່ອມ​ໂຍງ​ກັບ​ອອ​ສ​ເຕ​ຣ​ເລຍ ກາ​ນາ​ດາ ນິວ​ຊີ​ແລນ ແລະ​ອັງ​ກິດ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອ​ມ​ພຽວ ກ່າວ​ຢູ່ກອງ​ປະ​ຊຸມ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ວັນ​ທີ 1 ກຸ​ມ​ພາ 2019.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອ​ມ​ພຽວ ກ່າວ​ຢູ່ກອງ​ປະ​ຊຸມ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ວັນ​ທີ 1 ກຸ​ມ​ພາ 2019.

ການ​ວິ້ງ​ເຕັ້ນ​ເພື່ອ​ໃຫ້​ຕ່າວ​ປີ້ນ​ຂອງ​ການ​ຕັດ​ສິນ​ໃຈທີ່ຈະ​ຮີບ​ຮ້ອນ ຫຼັງ​ຈາກ​ການ ເຜີຍ​ແຜ່
​ໃນ​ອາ​ທິດ​ນີ້ ຂອງ​ລ​າຍ​ງານທີ່​ເປັນ​ຄູ່​ຂຽນ​ໂດຍ​ສະ​ມາ​ຊິກ​ສະ​ພາຮັກ​ສາ ແນວ​ທາງ​ເດີມ
ແລະ​ອະ​ດີດ​ທີ່​ປຶກ​ສາ​ຄວາມ​ປອດ​ໄພ​ອັງ​ກິດທີ່​ໄດ້​ໂຕ້​ຖຽງ ເຖິງ​ແມ່ນ​ວ່າ ປັກ​ກິ່ງ​ໄດ້​ປະ​ຕິ​
ເສດ ບໍ​ລິ​ສັດ​ຫົວ​ເຫວີຍ ແນ່ນອນ​ວ່າຈະ​ເປັນ​ເຈົ້າ​ຂອງ​ໂດຍ​ປັກ​ກິ່ງ ແລະ​ເອກ​ກະ​ລັກ​ບອກ
​ໃຫ້​ເຫັນ​ວ່າ​ເປັນ “ເຄື່ອງ​ມືພັກ​ລັດ​ຖະ​ບານ​ຈີນ.”

ລາຍ​ງານ​ໂດຍ​ເຮັນ​ຣີ ແຈກ​ສັນ ທີ່​ມີ​ຫ້ອງ​ກາ​ນ​ໃນ​ນະ​ຄອນ​ລອນດອນ ກ່າວ​ວ່າ ການອະ​
ນຸ​ຍາດ​ ໃຫ້​ບໍ​ລິ​ສັດ​ເຂົ້າ​ຫາ​ລະ​ບົບ​ໂທ​ລະ​ສັບ​ມື​ຖື​ລຸ້ນ​ໃໝ່​ຂອງ​ອັງ​ກິດ ຈະ​ມີການປະ​ນີ​ປະ​ນອມກັນດ້ານ​ຄວາມ​ປອດ​ໄພ. ອີງ​ຕາມ​ລາຍ​ງານ ບໍ​ລິ​ສັດ​ຫົວ​ເຫວີຍ 99 ເປີ​ເຊັນ​ເປັນ​ເຈົ້າ​
ຂອງ​ໂດຍ​ຄະ​ນະ​ກຳ​ມະ​ການລົງ​ທຶນ​ຫົວ​ເຫວີຍ ແລະ​ສະຫ​ະ​ພ​າບ​ການ​ຄ້າ​ໂຮນ​ດິງ ທີ່​ເປັນ​
ພາກ​ສ່ວນ​ສະ​ຫະ​ພັນ​ຈີນ​ທັງ​ໝົດ​ຂອງ​ສະ​ຫະພັ​ນ​ການ​ຄ້າ ຊອງ​ລັດ​ຖະ​ບານ​ຈີນ​ທັງ​ໝົດ
ຊຶ່ງເປັນ​ອົງ​ການ​ຂອງ​ລັດ​ຖະ​ບານ.​

ອ່ານ​ຂ່າວ​ນີ້​ເພີ້ມເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG