ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະຣາຊີນີ ເອລີຊາເບັດ ແຫ່ງອັງກິດ ຊົງ​ມີ​ຜົນ​ເປັນ​ບວກ ໃນ​ການກວດພະຍາດໂຄວິດ


ພະຣາຊີນີ ເອລີຊາເບັດ ແຫ່ງອັງກິດ ຊົງສະເດັດໄປເຖິງງານລ້ຽງຢູ່ທີ່ ສວນພະຣາຊະວັງ ບັກກິງແຮມ ໃນນະຄອນຫຼວງລອນດອນ, ເມື່ອວັນທີ 29 ພຶດສະພາ 2019.
ພະຣາຊີນີ ເອລີຊາເບັດ ແຫ່ງອັງກິດ ຊົງສະເດັດໄປເຖິງງານລ້ຽງຢູ່ທີ່ ສວນພະຣາຊະວັງ ບັກກິງແຮມ ໃນນະຄອນຫຼວງລອນດອນ, ເມື່ອວັນທີ 29 ພຶດສະພາ 2019.

ພະຣາຊະວັງ ບັກກິງແຮມ (Buckingham) ໄດ້ກ່າວໃນວັນອາທິດວານນີ້ ວ່າພະຣາຊີນີເອລີຊາເບັດ ທີ່ຊົງມີ​ພະ​ຊົນ​ມາຍຸໄດ້ 95 ປີ ​ແລ້ວນັ້ນ ໄດ້ມີ​ຜົນ​ກວດພະຍາດໂຄວິດ ເປັນບວກ ແລະຊົງ​ປະຊວນບໍ່ຮຸນແຮງ ແຕ່ຄາດວ່າ ຈະສືບຕໍ່ດຳເນີນພະຣາຊະ​ກໍ​ລະນີຍະກິດ​ແບບເບົາ​ ອີງຕາມລາຍງານຂອງອົງການຂ່າວ ຣອຍເຕີສ໌.

ພະຣາຊະວັງ ກ່າວວ່າ “ພະຣາຊີນີ ໄດ້ຊົງ​ກວດໂຄວິດ ມີ​ຜົນເປັນບວກ ໃນມື້ນີ້. ພະຣາ​ຊີ​ນີ ຊົງມີອາການຄືກັບເປັນຫວັດໜ້ອຍນຶ່ງ ແຕ່ຄາດວ່າ ຈະຊົງດຳເນີນ​ພະ​ຣາ​ຊະ​ກໍ​ລະ​ນີ​ຍະ​ກິດແບບເບົາຕໍ່ໄປ ຢູ່ທີ່ພະ​ຣາ​ຊະວັງວິນເຊີ ຕະຫຼອດອາທິດຈະມາເຖິງນີ້.”

ວັງບັກກິງແຮມໄດ້ກ່າວອີກວ່າ “ພະອົງຈະຊົງສືບຕໍ່ຮັບການຮັກສາປິ່ນປົວ ແລະຈະຊົງປະຕິບັດຕາມການຊີ້ນຳ ດ້ານການແພດ ທີ່ເໝາະສົມທຸກປະການ.”

ສ່ວນເຈົ້າຊາຍ​ຊາລສ໌ ​ທີ່ມີອາຍຸ 73 ປີແລ້ວນັ້ນ ​ແມ່ນ​ຜູ້​ທີ່​ຈະ​ສືບ​ທອດ​ບັນ​ລັງ ເມື່ອຕົ້ນເດືອນນີ້ ໄດ້ຊົງຖອນອອກຈາກງານ ຫຼັງຈາກທີ່ພະອົງໄດ້ຕິດໄວຣັສໂຄໂຣນາ ເປັນຄັ້ງທີສອງ. ແຫລ່ງຂ່າວຂອງພະຣາຊະວັງ ໄດ້ກ່າວວ່າ ພະອົງຊົງໄດ້ພົບກັບພະຣາຊີນີ ໃນພຽງບໍ່ເທົ່າໃດວັນກ່ອນໜ້ານີ້.

ສຸຂະພາບຂອງພະຣາຊີນີ ຊຶ່ງເປັນກະສັດທີ່ເກົ່າແກ່ທີ່ສຸດ ແລະຄອງຣາຊະບັນ ລັງມາຍາວນານທີ່ສຸດ ໄດ້ຮັບຄວາມສົນໃຈມາຕະຫຼອດ ນັບຕັ້ງແຕ່ພະອົງຊົງເຂົ້າ​ຮັບ​ການ​ປິ່ນ​ປົວຢູ່ໃນໂຮງໝໍເມື່ອເດືອນຕຸລາປີກາຍນີ້ ສຳລັບອາການເຈັບປ່ວຍທີ່ບໍ່ໄດ້ຖືກລະບຸ ແລະຕໍ່ຈາກນັ້ນມາ ບັນດາໝໍປະຈຳຕົວຂອງພະອົງ ໄດ້ແນະນຳໃຫ້ພັກຜ່ອນ.

ພະຣາຊີນີເອລີຊາເບັດ ໃນວັນພຸດຜ່ານມາ ຊົງ​ກ່າວວ່າ ພະອົງຊົງບໍ່ສາມາດສະເດັດໄດ້ຫຼາຍ ໃນຂະນະທີ່ພະອົງຊົງສະເດັດຮ່ວມ ໃນພິທີດ້ວຍພະອົງເອງ ນັບຕັ້ງແຕ່ເຈົ້າຊາຍຊາ​ລ​ສ໌ ໄດ້ກວດໂຄວິດ​ມີ​ຜົນເປັນບວກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG