ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ນາ​ຍົກ ອັງ​ກິດ ປະ​ກາດ ຂໍ້​ຕົກ​ລົງ ຖອນ​ໂຕ ຂອງ ​ອັງ​ກິດ ອອກ​ຈາກ ອີ​ຢູ


ປະ​ທານ​ກຳ​ມາ​ທິ​ການ​ຢູ​ໂຣບ ທ່ານ​ຊັງ ຄ​ລາວ​ດ໌ ຈັງ​ເກີ (ຂວາ) ຕ້ອນ​ຮັບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເທ​ຣີ​ຊາ ເມ ແຫ່ງ​ອັງ​ກິດ ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ທີ່​ນະ​ຄອນ​ບ​ຣັ​ສ​ເຊີ​ລ​ສ໌. (21 ພະ​ຈິກ 2018)
ປະ​ທານ​ກຳ​ມາ​ທິ​ການ​ຢູ​ໂຣບ ທ່ານ​ຊັງ ຄ​ລາວ​ດ໌ ຈັງ​ເກີ (ຂວາ) ຕ້ອນ​ຮັບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເທ​ຣີ​ຊາ ເມ ແຫ່ງ​ອັງ​ກິດ ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ທີ່​ນະ​ຄອນ​ບ​ຣັ​ສ​ເຊີ​ລ​ສ໌. (21 ພະ​ຈິກ 2018)

ອັງ​ກິດ​ກ່າວ​ວ່າ ​ຕົນ​ໄດ້​ບັນ​ລຸ​ການ​ຕົກ​ລົງ ໃນ​ການ​ເຈ​ລະ​ຈາ​ເມື່ອ​ຄືນ​ແລ້ວນີ້ ກັບສະ​ຫ​ະ​ພາບ​ຢູ​ໂຣບ ​ຫຼື​ອີ​ຢູ ກ່ຽວ​ກັບ ​ຮ່າງຄຳປະ​ກາດ ​ທາງ​ການ​ເມືອງ ກ່າວ​ເຖິງ​ເງື່ອນ​ໄຂ​ຕ່າງໆ ໃນ​ການ​ຖອນ​ໂຕອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ ​ຂອງ​ອັງ​ກິດ “ຢ່າງ​ລາບລື່ນ​ແລະ​ເປັນ​ລະ​ບຽບ.”

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເທ​ຣີ​ຊາ ເມ ໄດ້​ປະ​ກາດ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ຊຶ່ງ​ຍັງ​ຈະຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດຈາກ​ພວກ​ຜູ້​ນຳ​ຂອງ​ສະ​ຫະ​ພາບ​ຢູ​ໂຣບໃນ​ມື້​ວັນ​ອາ​ທິດຢູ່​ຕໍ່​ໜ້າ​ບ້ານ​ພັກເລກ​ທີ 10 ຖະ​ໜົນ​ດາວນີ້ງ​ຂອງ​ທ່ານ​ນາງ ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ວານນີ້.

ທ່ານ​ນາງ​ກ່າວ​ວ່າ ຂໍ້​ຕົກ​ລົງ​ນີ້ “ນຳ​ສະ​ເໜີ” ຄວາມ​ປະ​ສົງ​ຂອງ​ປະ​ຊາ​ຊົນ​ອັງ​ກິດ ດັ່ງ​ທີ່​ໄດ້​ສະ​ແດງ​ອອກ​ໃນ​ການ​ລົງ​ປະ​ຊາ​ມະ​ຕິ ເມື່ອ​ເດືອນ​ພຶດ​ສະ​ພາ​ ປີ 2016. “ມັນ​ເຮັດ​ໃຫ້​ພວກ​ເຮົາ​ສາ​ມາດ​ຄວບ​ຄຸມ​ຄືນ​ອີກຊາຍ​ແດນ​ຂອງ​ພວກ​ເຮົາ ເງິນ​ຄຳ ແລະ​ກົດ​ໝາຍ​ຂອງ​ພວກ​ເຮົາ ແລະ​ມັນ​ໄດ້​ມີ​ຂຶ້ນ​ໂດຍ​ໃຫ້​ການ​ປົກ​ປ້ອງວຽກ​ເຮັດງານ​ທຳ​ຂອງ​ພວກ​ເຮົາ ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ຂອງ​ພວກ​ເຮົາແລະ​ປົກ​ປ້ອງ​ກຽດ​ສັກ​ສີ​ຂອງ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ​ອັງ​ກິດ.”

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ​ແຫ່ງ​ຊາດ​ໃນ​ເວ​ລາ​ຕໍ່​ມານັ້ນ ທ່ານ​ນາງ​ເມ​ກ່າວ​ວ່າ ປະ​ຊາ​ຊົນ​ອັງ​ກິດ “ຕ້ອງ​ການ​ທີ່​ຈະ​ຈັດ​ແຈງ​ໃຫ້​ແລ້ວ ​ກ່ຽວ​ກັບ​ເລື້ອງ​ການ​ຖອນ​ຕົວ ເຂົາ​ເຈົ້າ​ຕ້ອງ​ການ​ຂໍ້​ຕົກ​ລົງ​ທີ່​ດີ ເພື່ອ​ກຳ​ນົດ​ທິດ​ທາງ​ໃຫ້​ພວກ​ເຮົາ​ກ້າວ​ໄປ​ສູ່​ອະ​ນາຄົດ​ທີ່​ແຈ່ມ​ໃສ​ກວ່າ​ເກົ່າ. ຂໍ້​ຕົກ​ລົງ​ທີ່​ສາ​ມາ​ດ​ຊຸກ​ຍູ້​ໃຫ້​ພວກ ​ສາ​ມາດ​ເຮົາ​ດຳ​ເນີນ​ການ​ສິ່ງນີ້ ແມ່ນ​ໃນ​ປັດ​ຈຸ​ບັນ​ພາຍ​ໃຕ້​ການ​ຍາດ​ເອົາ​ໂອ​ກາດ​ຂອງ​ພວກ​ເຮົາ. ໃນໄລ​ຍະ​ທີ່​ສຳ​ຄັນ 72 ຊົ່ວ​ໂມງ​ຕໍ່​ໜ້ານີ້ ຂ້າ​ພະ​ເຈົ້າ​ຈະ​ເຮັດ​ທຸກ​ສິ່ງ​ຢ່າງ​ທີ່​ເປັນ​ໄປ​ໄດ້ ເພື່ອ​ນຳ​ເອົາ​ສິ່ງນີ້​ມາ​ໃຫ້​ປະ​ຊາ​ຊົນ​ອັງ​ບ​ກິດ.”

ການ​ເຈ​ລະ​ຈາ​ໃນ​ຄືນ​ແລ້ວ ມີ​ຂຶ້ນ​ຫລັງ​ຈາກ​ການ​ປະ​ຊຸມ​ໃນ​ວັນ​ອັງ​ຄານ ລະ​ຫວ່າງທ່ານ​ນາງ​ເມແລ​ະ​ທ່ານ​ຊັງ-ຄ​ລາວ​ດ໌ ຈັງ​ເກີ ປະ​ທານ​ກຳ​ມາ​ທິ​ການ​ຢູ​ໂຣບ. ທ່ານນາງ​ເມ​ກ່າວ​ວ່າ ພວກ​ທ່ານ​ທັງ​ສອງ​ໄດ້​ສັ່ງ​ໃຫ້​ຄະ​ນະ​ເຈ​ລະ​ຈາ​ຂອງ​ຕົນ ເຮັດ​ວຽກຕະ​ຫຼອດ​ຄືນ ຖ້າ​ຫາກ​ຈຳ​ເປັນ ເພື່ອ​ໃຫ້​ບັນ​ລຸ​ການ​ຕົກ​ລົງ​ກັນ.

ຂໍ້​ຕົກ​ລົງ​ດັ່ງ​ກ່າວນີ້ ຍັງ​ຈະ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ ໂດຍ​ພວກ​ຜູ້​ນຳ​ແຕ່​ລະ​ປະເທດ​ໃນ​ສະ​ຫະ​ພາບ​ຢູ​ໂຣບ ໃນກອງ​ປະ​ຊຸມ​ພິ​ເສດ​ຂອງ​ສະ​ພາບ​ຢູ​ໂຣບ​ໃນ​ວັນ​ອາທິດ​ຈະ​ມານີ້. ທ່ານ​ນາງ​ເມ​ຍັງ​ປະ​ເຊີນ​ກັບ​ການ​ທ້າ​ທາຍ ໃນ​ການ​ທີ່​ຈະ​ຮັບ​ຜ່ານ​ຂໍ້ຕົກ​ລົງ​ໂດຍ​ສະ​ພາ​ແຫ່ງ​ຊາດ ບ່ອນ​ທີ່​ສະ​ມາ​ຊິກ​ຫຼາຍໆ​ຄົນ​ຍັງ​ມີ​ຄວາມ​ຮູ້​ສຶກວ່າ​ບໍ່ໄດ້​ດຳ​ເນີນ​ການ​ພຽງ​ພໍ ເພື່ອ​ຕັດ​ຄວາມ​ສຳ​ພັນ​ກັບ​ທະ​ວີບ​ຢູ​ໂຣບນັ້ນ.

ອ່ານ​ຂາວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG