ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະ​ສັດ ຊາ​ລ​ສ໌ ທີ​ສາມ ຖືກກວດ​ພົບ​ໂຣກ​ມະ​ເຮັງ


ກະ​ສັດ​ ຊ​າ​ລ​ສ໌ ຂອງ​ອັງ​ກິດ ຢືນ​ຖ່າຍ​ຮູບ​ໃນ​ລະ​ຫວ່າງ​ການ​ອັດ​ສຽງ​ອວຍ​ພອນ​ວັນ ຄ​ຣິ​ສ​ມາ​ສ ຢູ່​ພະ​ຣາ​ຊະ​ວັງ ບັກ​ຄິງ​ແຮມ, ນະ​ຄອນຫຼວງ ລອນດອນ, 7 ທັນ​ວາ 2023.
ກະ​ສັດ​ ຊ​າ​ລ​ສ໌ ຂອງ​ອັງ​ກິດ ຢືນ​ຖ່າຍ​ຮູບ​ໃນ​ລະ​ຫວ່າງ​ການ​ອັດ​ສຽງ​ອວຍ​ພອນ​ວັນ ຄ​ຣິ​ສ​ມາ​ສ ຢູ່​ພະ​ຣາ​ຊະ​ວັງ ບັກ​ຄິງ​ແຮມ, ນະ​ຄອນຫຼວງ ລອນດອນ, 7 ທັນ​ວາ 2023.

ກະ​ສັດ​ ຊາ​ລ​ສ໌ ທີ​ສາມ ຖືກກວດ​ພົບ​ໂຣກ​ມະ​ເຮັງ ແລະ ໄດ້​ເລີ່​ມ​ການ​ປິ່ນ​ປົວ ແລ້ວ, ອີງ​ຕາມ​ການ​ກ່າວ​ຂອງ​ພະ​ຣາ​ຊະ​ວັງ ບັກ​ຄິງ​ແຮມ ໃນ​ວັນ​ຈັນ​ວານນີ້ ໂດຍບໍ່​ໄດ້​ອະ​ທິ​ບາຍ​ຊະ​ນິດ​ຂອງ​ໂຣກ​ມະ​ເຮັງ​ທີ່​ກະ​ສັດ​ ​ຂຶ້ນ​ຄອງ​ບັນ​ລັງ​ໃໝ່ໆ​ຂອງ​ອັງ​ກິດ​ຖືກກວດ​ພົບ​.

ບໍ່​ເຖິງ 18 ເດືອນ​ໃນ​ການ​ຄອງ​ບັນ​ລັງ​ຂອງ​ເພິ່ນ, ກະ​ສັດ ຊາ​ລ​ສ໌ ອາ​ຍຸ 75 ປີ​ຈະ​ຢຸດ​ການ​ປະ​ຕິ​ບັດ​ໜ້າ​ທີ່ ​ໃນ​ສາ​ທາ​ລະ​ນະ​ຂອງ​ເພິ່ນ​ຊົ່ວ​ຄາວ ແຕ່​ຈະ​ສືບ​ຕໍ່​ໃນ​ການ​ເຮັດ​ທຸ​ລະ​ກິດ​ລັດ ແລະ ຈະ​ບໍ່​ມອບ​ບົດ​ບາດ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ເພິ່ນ​ໃນ​ຖາ​ນະ​ເປັນ​ປະ​ມຸກ​ລັດ, ຖະ​ແຫຼງ​ການ​ຂອງ​ພະ​ຣາ​ຊະ​ວັງ ບັກ​ຄິງແຮມ ໄດ້​ກ່າວ.

ການ​ກວດ​ພົບ​ໂຣກ​ມະ​ເຮັງ​ໄດ້​ມີ​ຂຶ້ນຫຼັງ​ຈາກ​ກະ​ສັດ ຊາ​ລ​ສ໌ ໄດ້​ເຂົ້າ​ໂຮງ​ໝໍ​ສາມ​ຄືນ​ ເມື່ອ​ເດືອນ​ແລ້ວນີ້ ​ສຳ​ລັບ​ການ​ຮັກ​ສາ​ລຳ​ໄສ້​ອ່ອນ​ຂະ​ຫຍາຍ​ຕົວ.

ພະ​ຣາ​ຊະ​ວັງ​ໄດ້​ກ່າວ​ວ່າ​ ບັນ​ຫາ​ທີ່​ໜ້າ​ເປັນ​ຫ່ວງ​ຕ່າງ​ຫາກ ​ຖືກກວດ​ພົບ​ ໃນ​ລະ​ຫວ່າງ​ການ​ຢູ່​ໂຮງ​ໝໍ​ນັ້ນ ແຕ່ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ​ນອກ​ຈາກ​ເວົ້າ​ວ່າ ການ ກວດໄດ້​ເປີດ​ເຜີຍ​ວ່າ​ກະ​ສັດ​ມີ “ໂຣກ​ມະ​ເຮັງ​ຊະ​ນິດ​ໃດ​ຊະ​ນິດ​ນຶ່ງ.”

ຖະ​ແຫຼງ​ການ​ອ່ານ​ວ່າ “ກວດໂຣກ​ໄດ້​ລະ​ບຸ​ໃຫ້​ເຫັນ​ໂຣກ​ມະ​ເຮັງຊະ​ນິດ​ໃດ​ຊະ​ນິດ​ນຶ່ງ.”

ນັບ​ຕັ້ງ​ແຕ່​ນັ້ນ​ມາ, ກະ​ສັດ​ກໍ​ໄດ້​ເດີນ​ທາງ​ກັບ​ບ້ານ ແລະ ທຳ​ການ​ປິ່ນ​ປົວຢູ່ນອກ​ໂຮງ​ໝໍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG