ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ້າວ Chris Froome ຈາກ ອັງກິດ ໄດ້ຊະນະ ການແຂ່ງຂັນ Tour De France ອີກຄັ້ງໜຶ່ງ


ຜູ້ຊະນະເລີດ ການແຂ່ງຂັນລົດຖີບ Tour de France 2016 ທ້າວ Chris Froome ຈາກ ອັງກິດ ສະເຫຼີມສະຫຼອງຢູ່ເທິງເວທີຮັບຖ້ວຍລາງວັນ ຫຼັງຈາກການ ແຂ່ງຂັນຄັ້ງທີ 21 ແລະ ໄລຍະສຸດທ້າຍ ຂອງລາຍການແຂ່ງຂັນລົດຖີບ Tour de France ໃນນະຄອນຫຼວງ ປາຣີ, ຝຣັ່ງ, 24 ກໍລະກົດ, 2016.
ຜູ້ຊະນະເລີດ ການແຂ່ງຂັນລົດຖີບ Tour de France 2016 ທ້າວ Chris Froome ຈາກ ອັງກິດ ສະເຫຼີມສະຫຼອງຢູ່ເທິງເວທີຮັບຖ້ວຍລາງວັນ ຫຼັງຈາກການ ແຂ່ງຂັນຄັ້ງທີ 21 ແລະ ໄລຍະສຸດທ້າຍ ຂອງລາຍການແຂ່ງຂັນລົດຖີບ Tour de France ໃນນະຄອນຫຼວງ ປາຣີ, ຝຣັ່ງ, 24 ກໍລະກົດ, 2016.

ນັກແຂ່ງລົດຖີບຈາກປະເທດ ອັງກິດ ທ້າວ Chris Froome ໄດ້ປ້ອງກັນຕຳແໜ່ງແຊັ້ມ ການແຂ່ງຂັນລົດຖີບ Tour de France ໄດ້ ຢ່າງປະສົບຜົນສຳເລັດໃນວັນອາທິດວານນີ້, ແລະ ມາຮອດຕອນນີ້ລາວໄດ້ຊະນະການແຂ່ງຂັນຫຼາຍລະດັບ 3 ຄັ້ງພາຍໃນ 4 ປີ.

ທ້າວ Froome ເປັນນັກກິລາເຊື້ອສາຍ ເຄັນຢາ ໄດ້ນຳໜ້ານັກແຂ່ງຂັນຈາກ ຝຣັ່ງ ທ້າວ Romain Bardet ຫຼາຍກວ່າ 4 ນາທີ ເຂົ້າສູ່ໄລຍະສຸດທ້າຍ ແລະ ເປັນຄັ້ງທີ 21 ໃນການ ແຂ່ງຂັນທີ່ນະຄອນຫຼວງ ປາຣີ ເຊິ່ງສ່ວນໃຫຍ່ເປັນພິທີການສະເຫຼີມສະຫຼອງ. ລາວໄດ້ຂີ່ ລົດຖີບເຂົ້າເສັ້ນໄຊກອດແຂນ ແລະ ຄຽງຂ້າງກັນກັບເພື່ອນຮ່ວມທີມຂອງລາວຈາກ Sky team. ພວກເຂົາເຈົ້າໄດ້ຈົບການແຂ່ງຂັນໃນພາກສ່ວນດ້ານຫຼັງຂອງນັກຂີ່ລົດຖີບກຸ່ມຫຼັກ ເຊິ່ງນັກຂີ່ລົດຖີບທັງໝົດຈຳນວນ 169 ຄົນໄດ້ຖືກຈັດໃຫ້ມີເວລາທີ່ຄືກັນ ຕາມຫຼັງຜູ້ຊະນະ ເລີດຂອງໄລຍະການແຂ່ງຂັນນັ້ນ ເຊິ່ງແມ່ນທ້າວ Andre Greipel ຈາກປະເທດ ເຢຍລະມັນ.

ພວກນັກຂີ່ລົດຖີບໄດ້ຖີບລົດ 113 ກິໂລແມັດ ເລີ່ມຈາກເມືອງ Chantilly ພ້ອມດ້ວຍການ ຈົບຕາມປະເພນີທີ່ອານຸສາວະລີ Champs Elysees ຫຼັງຈາກການຖີບ 9 ຮອບອ້ອມໃຈ ກາງຂອງນະຄອນຫຼວງ ປາຣີ ພາຍໃນເວລາ 2 ຊົ່ວໂມງ, 43 ນາທີ, 8 ວິນາທີ. ທ້າວ Greipel ໄດ້ເອົາຊະນະແຊັ້ມໂລກຈາກປະເທດ Slovakia ທ້າວ Peter Sagan ໃນການ ແຂ່ງຂັນໄລຍະສັ້ນ. ນັກແຂ່ງຈາກ ນໍເວ ທ້າວ Alexander Kristoff ໄດ້ເຂົ້າເສັ້ນໄຊເປັນ ອັນດັບທີ 3 ໃນວັນອາທິດວານນີ້.

ທ້າວ Froome ອາຍຸ 31 ປີໄດ້ທຳເວລາລວມໃນ​ 3 ສັບປະດາທີ່ຜ່ານມາຂອງການແຂ່ງ ຂັນເກືອບ 90 ຊົ່ວໂມງ. ທ້າວ Bardet ຕຳແໜ່ງຮອງຊະນະເລີດ ມີເວລາຕາມຫຼັງ 4 ນາທີ, 4 ວິນາທີ, ແລະ ນັກປັ່ນຈາກ ໂຄລົມເບຍ ທ້າວ Nairo Quintana ຈົບທີ່ອັນດັບ 3 ດ້ວຍ ເວລາຕາມຫຼັງທ້າວ Froome 4 ນາທີ, 21 ວິນາທີ.

ທ້າວ Froome ໄດ້ກ່າວວ່າ “ມັນກໍຄືກັບຄັ້ງທຳອິດ, ມັນສຸດຍອດ. ມັນມີຄວາມພິເສດ ທຸກໆເທື່ອ.”

ໃນລະຫວ່າງພິທີມອບຂັນ ລາວໄດ້ກ່າວຕໍ່ຝູງຄົນເປັນພາສາ ຝຣັ່ງ ວ່າ, “ຂອບໃຈກັບ ຄວາມເມດຕາຂອງພວກທ່ານໃນເວລາທີ່ມີຄວາມຫຍຸ້ງຍາກນີ້. ພວກທ່ານມີການແຂ່ງ ຂັນທີ່ສວຍງາມທີ່ສຸດໃນໂລກ. ການແຂ່ງຂັນຈົ່ງໝັ້ນຍືນ. ຝຣັ່ງ ຈົ່ງໝັ້ນຍຶນ.”

ທ້າວ Froome ໄດ້ແຂ່ງຂັນດ້ວຍລົດຖີບສີເຫຼືອງທີ່ພິເສດ ເພື່ອໃຫ້ມັນເຂົ້າກັບເສື້ອ, ໝວກ ກັນນັອກ, ຖົງມື ແລະ ເກີບທີ່ເປັນສີເຫຼືອງຂອງຜູ້ນຳທີ່ລາວໃສ່ນັ້ນ. ເພື່ອນຮ່ວມທີມຂອງ ລາວ ໃສ່ເສື້ອລາຍສີຟ້າຕາມປົກກະຕິ, ໃສ່ຖົງມືລາຍສີເຫຼືອງ ພ້ອມກັບເຂົາລົດສີເຫຼືອງ.

ຫຼັງຈາກຮູ້ວ່າລາວໄດ້ນຳໜ້າໃນການແຂ່ງຂັນຢ່າງສະບາຍ ຈາກການຂີ່ໃນຕອນເລີ່ມຕົ້ນ ຂອງໄລຍະສຸດທ້າຍແລ້ວ, ທ້າວ Froome ກໍໄດ້ດື່ມເບຍ ແລະ ເຫຼົ້າແຊັມເປນສະຫຼອງ ຮ່ວມກັບເພື່ອນຮ່ວມທີມຂອງລາວ.

XS
SM
MD
LG