ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອັງກິດ ກັບຣັດເຊຍ ຈັດສົ່ງ ປະຊາຊົນຂອງຕົນ ຈາກອີຈິບ ກັບບ້ານ ເພີ່ມເຕີມ


ນັກທ່ອງທ່ຽວພ້ອມກັບຫີບເຄື່ອງ ຂອງພວກເຂົາເຈົ້າ ຍ່າງໄປທາງເຂົ້າຂອງສະໜາມບິນ Sharm el-Sheikh ໃນປະເທດ ອີຈິບ. 7 ພະຈິກ 2015.
ນັກທ່ອງທ່ຽວພ້ອມກັບຫີບເຄື່ອງ ຂອງພວກເຂົາເຈົ້າ ຍ່າງໄປທາງເຂົ້າຂອງສະໜາມບິນ Sharm el-Sheikh ໃນປະເທດ ອີຈິບ. 7 ພະຈິກ 2015.

ນັກທ່ອງທ່ຽວ ຣັດເຊຍ ແລະ ອັງກິດ ອີກຫຼາຍຄົນ ມີກຳນົດວ່າຈະ ເດີນທາງອອກຈາກເມືອງຣີສອດ Sharm el-Sheik ໃນປະເທດ
ອີຈິບ ວັນຈັນມື້ນີ້ ໃນຂະນະທີ່ບັນດານັກສືບສວນສອບສວນສືບຕໍ່
ເຮັດວຽກ ເພື່ອຫາບົດສະຫຼຸບ ກ່ຽວກັບສິ່ງທີ່ເປັນສາເຫດ ຂອງໄພ ພິບັດທາງອາກາດທີ່ໄດ້ເຮັດໃຫ້ຜູ້ໂດຍສານ 224 ຄົນເສຍຊີວິດ
ໃນວັນທີ 31 ຕຸລາທີ່ຜ່ານມາ.

ມີຖ້ຽວບິນຢ່າງໜ້ອຍສິບກວ່າຖ້ຽວ ໄດ້ຖືກກຳນົດໃຫ້ເດີນທາງ ອອກຈາກປະເທດໃນຕອນບ່າຍຂອງວັນຈັນມື້ນີ້ ຈາກນະໜາມບິນ ນາໆຊາດ Sharm el-Sheik ຫາ ມົສກູ ແລະ ສະໜາມບິນອີກ ຫຼາຍແຫ່ງໃນອັງກິດ.

ສະຖານທູດ ອັງກິດ ໃນນະຄອນຫຼວງ Cairo ໄດ້ແບ່ງປະເພດຂອງການເດີນທາງຢ່າງລະມັດ ລະວັງ ເຊິ່ງບໍ່ແມ່ນການຍົກຍ້າຍຜູ້ຄົນ ແຕ່ເປັນນັກທ່ອງທ່ຽວເດີນທາງ ກັບບ້ານໃນບັ້ນທ້າຍ ຂອງການເດີນທາງຂອງພວກເຂົາເຈົ້າ. ແມ່ນແຕ່ໃນຂະນະນີ້, ຫ້ອງການຕ່າງປະເທດແມ່ນ ໄດ້ແນະນຳຕໍ່ “ທຸກໆການເດືອນທາງໆອາກາດ” ເຊິ່ງມີຈຸດໝາຍຫາ ຫຼື ຈາກທະເລແດງ ຍ້ອນ ວ່າ “ມີຄວາມເປັນໄປໄດ້ສູງ” ວ່າເຮືອບິນ Metrojet ຂອງ ຣັດເຊຍ ໄດ້ຕົກຍ້ອນວັດຖຸລະເບີດ.

ໂສກນາດຕະກຳ ໄດ້ກະຕຸ້ນໃຫ້ສາຍການບິນ ຢູໂຣບ ບາງບໍລິສັດລະງັບ ຫຼື ຕັດຖ້ຽວບິນໄປຍັງ ສະຖານທີ່ດຶງດູດການທ່ອງທ່ຽວຢູ່ໃຕ້ສຸດຂອງແຫຼມ Sinai.

ລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ Philip Hammond ໄດ້ກ່າວໃນຕອນແລງຂອງ ວັນອາທິດວານນີ້ວ່າ ນັກທ່ອງທ່ຽວ ອັງກິດ 5,000 ຄົນແມ່ນຄວນໄດ້ເດີນທາງອອກຈາກ ທະເລແດງໄປແລ້ວ.

ປະທານາທິບໍດີ ຣັດເຊຍ ທ່ານ ວະລາດິເມຍ ປູຕິນ ໄດ້ອອກຄຳສັ່ງໃຫ້ລັດຖະບານຂອງທ່ານ ອຳນວຍຄວາມສະດວກໃນການນຳສົ່ງນັກທ່ອງ ຣັດເຊຍ ຈາກ ອີຈິບ ໃນສັບປະດາທີ່ຜ່ານມາ. ຮອງນາຍົກລັດຖະມົນຕີ ທ່ານ Arkady Dvokovich ໄດ້ກ່າວໃນວັນເສົາທີ່ຜ່ານມາວ່າ ປະຊາ ຊົນ ຣັດເຊຍ ໄປຢ້ຽມຢາມປະເທດດັ່ງກ່າວຫຼາຍເຖິງ 80,000 ຄົນ, ເຊິ່ງຫຼາຍເຖິງສອງເທົ່າ ຈາກການຄາດໝາຍໃນຄັ້ງທີ່ຜ່ານມາ. ໃນວັນອາທິດວານນີ້, ເຈົ້າໜ້າທີ່ ຣັດເຊຍ ຄົນໜຶ່ງໄດ້ ກ່າວວ່າ ນັກທ່ອງທ່ຽວປະມານ 11,000 ຄົນຕອນນີ້ໄດ້ເດີນທາງກັບຮອດບ້ານແລ້ວ.

ພວກຫົວຮຸນແຮງທີ່ອ້າງຄວາມຈົງຮັກພັກດີກັບກຸ່ມ ລັດອິສລາມ ໄດ້ກ່າວວ່າພວກເຂົາເປັນຜູ້ ດຳເນີນການໂຈມຕີ, ແນວໃດກໍຕາມ ຫົວໜ້າໜ່ວຍງານສືບສວນສອບສວນຂອງ ອີຈິບ ກ່າວ ວ່າຂໍ້ສະຫຼຸບນີ້ແມ່ນຍັງບໍ່ທັນໄດ້ບັນລຸເທື່ອວ່າສິ່ງໃດເຮັດໃຫ້ເຮືອບິນລຳດັ່ງກ່າວຕົກ. ເຈົ້າໜ້າທີ່ ສະຫະລັດ ແລະ ອັງກິດ ໄດ້ກ່າວວ່າມັນມີຄວາມເປັນໄປໄດ້ວ່າ ລະເບີດອາດໄດ້ທຳລາຍເຮືອ ບິນລຳດັ່ງກ່າວ.

ສຽງທີ່ບໍ່ສາມາດອະທິບາຍໄດ້ໃນລະຫວ່າງ ການບັນທຶກສຽງຄັ້ງສຸດທ້າຍຈາກຫ້ອງຄົນຂັບ ໄດ້ ດຶງດູດຄວາມສົນໃຈຢ່າງເຂັ້ມຂຸ້ນ, ແຕ່ຫົວໜ້າໜ່ວຍສືບສວນສຶບສວນຂອງ ອີຈິບ ທ່ານ Ayman al-Muqaddam ໄດ້ກ່າວວ່າໜ່ວຍງານຂອງທ່ານບໍ່ໄດ້ຖືວ່າສຽງດັ່ງກ່າວ ນັ້ນເປັນ ສັນຍານຂອງລະເບີດຫຼືບໍ່.

ນັກທ່ອງທ່ຽວ ອັງກິດ ຄົນໜຶ່ງຢືນເບິ່ງຈໍຂໍ້ມູນຖ້ຽວບິນ ທີ່ສະໜາມບິນ Sharm el-Sheikh. 7 ກໍລະກົດ. 2015.
ນັກທ່ອງທ່ຽວ ອັງກິດ ຄົນໜຶ່ງຢືນເບິ່ງຈໍຂໍ້ມູນຖ້ຽວບິນ ທີ່ສະໜາມບິນ Sharm el-Sheikh. 7 ກໍລະກົດ. 2015.

XS
SM
MD
LG