ຕໍາຫລວດອັງກິດໄດ້ເລີ້ມເຂົ້າກວດຄົ້ນຕາມບ້ານເຮືອນ ໃນກຸງລອນດອນໃນວັນພະຫັດມື້ນີ້
ເພື່ອຊອກຈັບພວກຕ້ອງສົງໄສທີ່ໄດ້ກໍ່ຄວາມວຸ້ນວາຍທີ່ໄດ້ຄອບງໍາປະເທດເປັນເວລາສ່ວນ
ໃຫຍ່ໃນສັບປະດາຜ່ານມານີ້.
ທ່ານ Steve Kavanagh ຮອງຜູ້ຊ່ອຍຫົວໜ້າຕໍາຫລວດກ່າວວ່າ ພວກເຈົ້າໜ້າທີ່ຕໍາ
ຫລວດໄດ້ເລີ້ມໄປເຄາະປະຕູບ້ານເຮືອນຕ່າງໆ ເພື່ອທໍາການຈັບຜູ້ຄົນໃນທົ່ວໂຕເມືອງ
ໃນຫລາຍຊົ່ວໂມງໃນເຊົ້າວັນພະຫັດມື້ນີ້ ແລະກ່າວວ່າ ຈະມີການປະຕິບັດຕາມໝາຍຈັບ
ຜູ້ຄົນຫລາຍກວ່າ100 ຄົນ ໃນອີກຫລາຍຊົ່ວໂມງແລະຫລາຍມື້ຕໍ່ໜ້ານີ້.
ໃນຕອນບ່າຍວັນພະຫັດມື້ນີ້ ນາຍົກລັດຖະມົນຕີອັງກິດທ່ານ David Cameron ຈະ
ກ່າວຕໍ່ກອງປະຊຸມສະໄໝສຸກເສິນຂອງລັດຖະພາກ່ຽວກັບຄວາມວຸ້ນວາຍ ຊຶ່ງສ່ວນ
ໃຫຍ່ແລ້ວ ກໍໄດ້ຜ່ອນຄາຍລົງແດ່ແລ້ວ ໃນຄືນວັນພຸດວານນີ້.
ທ່ານ Cameron ໄດ້ປະເຊີນກັນການຕໍາໜິຕິຕຽນກ່ຽວກັບແຜນການຂອງທ່ານ ທີ່ຈະ
ລົດຜ່ອນງົບປະມານສໍາລັບຕໍາຫລວດລົງ 20 ເປີເຊັນນັ້ນ.
ອັງກິດໄດ້ມີຄືນທີ່ງຽບສະຫງົບໃນຄືນຜ່ານມານີ້ເປັນເທື່ອທໍາອິດ ຫລັງຈາກປະເຊີນ
ກັບຄວາມວຸ້ນວາຍມາ 4 ຄືນລຽນຕິດ. ຕໍາຫລວດແລະພວກເຫັນເຫດການແຈ້ງວ່າ
ມີເຫດການເລັກໆນ້ອຍໆເກີດຂຶ້ນພຽງບໍ່ເທົ່າໃດບ່ອນ ໃນຂະນະທີ່ພວກຕໍາຫລວດ
ປາບການຈະລາຈົນຫລາຍພັນຄົນອອກປະຕິບັດງານ ຢູ່ຕາມຖະໜົນຫົນທາງສາຍ
ຕ່າງໆໃນກຸງລອນດອນ ເມືອງ Manchester, ເມືອງ Liverpool ແລະເມືອງ
Birmingham.
ຕໍາຫລວດໄດ້ຈັບກຸມຄົນຫລາຍກວ່າ 1 ພັນ 100 ຄົນນັບແຕ່ຄວາມວຸ້ນວາຍໄດ້ເລີ້ມ
ຂຶ້ນມາຕັ້ງແຕ່ວັນເສົາແລ້ວນີ້. ຄວາມວຸ້ນວາຍເລີ້ມເກີດຂຶ້ນພາຍຫລັງຕໍາຫລວດຍິງຊາຍ
ຄົນນຶ່ງ ໄວ 29 ປີຕາຍໃນເຂດເສດຖະກິດຕົກຕໍ່າໃນຄຸ້ມ Tottenham ໃນກຸງລອນ
ດອນນັ້ນ.
ເບິ່ງວີດີໂອລາຍງານພາສາອັງກິດ ກ່ຽວກັບຄວາມວຸ້ນວາຍທີ່ອັງກິດ: