ຄວາມຮຸນແຮງໄດ້ເກີດຂຶ້ນໃນອີກ 2 ຫົວເມືອງ ໃນຂະນະທີ່ກຸງລອນດອນປະເຊີນກັບການ
ກໍ່ການຈະລາຈົນເປັນຄືນທີສາມລຽນຕິດ. ຕໍາຫລວດໃນເມືອງ Birmingham ແລະເມືອງ
Liverpool ລາຍງານວ່າ ມີໄຟໄໝ້ແລະການລັກຂະໂມຍສິ່ງຂອງຕາມຮ້ານຄ້າ.
ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ໄດ້ຕັດເວລາໄປພັກຜ່ອນຂອງທ່ານທີ່
ປະເທດອີຕາລີລົງ ແລະຟ້າວເດີນທາງກັບຄືນສູ່ກຸງລອນດອນ ເພື່ອຮັບມືກັບການກໍ່ຄວາມ
ວຸ້ນວາຍທີ່ຮ້າຍແຮງທີ່ສຸດໃນກຸງລອນດອນໃນຮອບຫລາຍປີຜ່ານມາ.
ພວກຕຶກອາຄານ ລົດລາແລະປ້າຍຢຸດລົດເມໄດ້ຖືກຈູດເຜົາ ແລະຕໍາຫລວດໄດ້ຕໍ່ສູ້ກັບພວກ
ເຍົາວະຊົນເປັນຄືນທີສາມລຽນຕິດໃນຄືນວັນຈັນວານນີ້ ຢູ່ໃນຫລາຍໆຄຸ້ມໃນກຸງລອນດອນ
ພວກຮ້ານຄ້າຮ້ານຂາຍແລະຮ້ານກິນດື່ມໄດ້ຖືກລັກຂະໂມຍເອົາສິ່ງຂອງໄປ ແລະຕໍາຫລວດ
ກໍຖືກໂຈມຕີດ້ວຍລະເບີດນໍ້າມັນເຊື້ອໄຟ.
ຄວາມວຸ້ນວາຍດັ່ງກ່າວໄດ້ເກີດຂຶ້ນຫລັງຈາກຕໍາຫລວດຍິງຜູ້ຊາຍຄົນນຶ່ງ ໄວ 29 ປີຕາຍໃນ
ຄຸ້ມ Tottenham ຂອງພວກຄົນທຸກທີ່ປະເຊີນກັບບັນຫາດ້ານເສດຖະກິດໃນກຸງລອນດອນ
ໃນທ້າຍສັບປະດາຜ່ານມາ. ການເດີນຂະບວນປະທ້ວງຢ່າງສັນຕິຂອງປະຊາຊົນເພື່ອສະແດງ
ຄວາມບໍ່ພໍໃຈນໍາການຕາຍຂອງຜູ້ກ່ຽວໂດຍນໍ້າມືຂອງຕໍາຫລວດນັ້ນ ໄດ້ກັບກາຍເປັນຄວາມ
ຮຸນແຮງໃນວັນເສົາຜ່ານມາ ເວລາພວກປະທ້ວງພາກັນແກວ່ງກ້ອນຫິນໃສ່ຕໍາຫລວດ ພ້ອມ
ທັງທຸບປ່ອງຢ້ຽມຮ້ານຄ້າຮ້ານຂາຍໃຫ້ແຕກຊະຊາຍ ແລະເອົາໄຟຈູດລົດລາແລະລົດເມ
ຫລາຍຄັນ.
ພວກຊາວເມືອງໃນກຸງລອນດອນຫລາຍຄົນກ່າວວ່າ ຄວາມວຸ້ນວາຍດັ່ງກ່າວໄດ້ເກີດມາຈາກ
ຄວາມໂມໂຫໂທໂສນໍາສະພາບເສດຖະກິດທີ່ມືດມົນໃນພາກເໜືອຂອງກຸງລອນດອນ ຮວມ
ທັງອັດຕາຄົນຫວ່າງງານສູງແລະການໃຫ້ການບໍລິການແກ່ປະຊາຊົນໜ້ອຍລົງ.