ຕໍາຫລວດໃນກຸງລອນດອນໄດ້ທໍາການຈັບກຸມປະຊາຊົນຢ່າງໜ້ອຍ 40 ຄົນໄວ້ ຫລັງຈາກ
ເກີດຄວາມວຸ້ນວາຍຄັ້ງຮ້າຍແຮງທີ່ສຸດທີ່ໄດ້ເຫັນຢູ່ໃນເມືອງຫລວງຂອງອັງກິດ ໃນຮອບ
ຫລາຍປີຜ່ານມາ.
ໄດ້ມີການສົ່ງຕໍາຫລວດໃນຈໍານວນຫລາຍພິເສດໄປປະຕິບັດໜ້າທີ່ໃນວັນອາທິດວານນີ້ໃນ
ຄຸ້ມ Tottenham ໃນເຂດເໜືອຂອງລອນດອນ ບ່ອນທີ່ມີການກໍ່ການຈະລາຈົນຂຶ້ນໃນຄືນ
ວັນເສົາ ທີ່ສືບເນື່ອງມາຈາກການທີ່ຕໍາຫລວດໄດ້ຍິງຄົນທ້ອງຖິ່ນຄົນນຶ່ງຕາຍ. ບັນດາເຈົ້າ
ໜ້າທີ່ກ່າວວ່າ ຕໍາຫລວດ 26 ຄົນໄດ້ຮັບບາດເຈັບໃນຄວາມວຸ້ນວາຍຄັ້ງນີ້.
ສະຖານະການໃນຄຸ້ມດັ່ງກ່າວ ງຽບສະຫງົບໃນມື້ວານນີ້ ແຕ່ກໍຍັງເຄັ່ງຕຶງຢູ່ ນຶ່ງມື້ຫລັງຈາກ
ເກີດຄວາມວຸ້ນວາຍ. ແຕ່ກໍໄດ້ເກີດເຫດການວຸ້ນວາຍຂຶ້ນອີກ ໃນຄຸ້ມ Enfield ທາງກໍ້າ
ເໜືອຂອງຄຸ້ມ Tottenham ໃນແລງວັນອາທິດວານນີ້. ລາຍງານຂ່າວໂທລະພາບສະແດງ
ໃຫ້ເຫັນພາບປ່ອງຢ້ຽມຂອງຮ້ານຄ້າຈໍານວນນຶ່ງຖືກທັບແຕກ ແລະລົດຕໍາຫລວດຄັນນຶ່ງ
ຖືກທໍາລາຍເສຍຫາຍ. ໄດ້ມີການນໍາເອົາຕໍາຫລວດປາບການຈະລາຈົນເຂົ້າມາເຝົ້າຍາມໃນ
ຄຸ້ມ ເພື່ອປ້ອງກັນບໍ່ໃຫ້ມີການສ້າງຄວາມເສຍຫາຍຂຶ້ນອີກ.
ໃນເຫດວຸ້ນວາຍທີ່ເກີດຂຶ້ນເມື່ອວັນເສົາຜ່ານມານັ້ນ ການເດີນຂະບວນຢ່າງສັນຕິ ປະທ້ວງ
ການທີ່ຕໍາຫລວດໄດ້ສັງຫານຊາຍຄົນນຶ່ງໄວ 29 ປີໃນຕົ້ນສັບປະດານັ້ນ ໄດ້ກັບກາຍເປັນ
ຄວາມຮຸນແຮງ ເວລາພວກປະທ້ວງພາກັນແກວ່ງກ້ອນຫິນໃສ່ຕໍາຫລວດ ພ້ອມທັງທັບປ່ອງ
ຢ້ຽມຮ້ານ ຄ້າຮ້ານຂາຍ ແລະເອົາໄຟຈູດເຜົາລົດຫລາຍຄັນ. ຕຶກອາຄານຫລາຍຫລັງແລະ
ລົດເມສອງຊັ້ນຄັນນຶ່ງ ໄດ້ຖືກໄຟເຜົາເຊ່ນກັນ.
ພວກຊາວເມືອງບາງຄົນກ່າວກັບຕໍາຫລວດວ່າ ການກໍ່ຈະລາຈົນນັ້ນ ເປັນຜົນສືບເນື່ອງ
ມາຈາກຄວາມໂມໂຫໂກດແຄ້ນທີ່ມີມາຕັ້ງແຕ່ດົນນານແລະຄ່ອຍໆຮຸນແຮງຂຶ້ນ ກ່ຽວກັບ
ສະພາບການເສດຖະກິດທີ່ມືດ ມົນໃນເຂດເໜືອຂອງກຸງລອນດອນ ທີ່ມີອັດຕາຫວ່າງ
ງານສູງແລະການໃຫ້ບໍລິການແກ່ປະຊາຊົນຖືກລົດຜ່ອນລົງນັ້ນ.