ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄວາມວຸ້ນວາຍໃນອັງກິດ ໄດ້ແຜ່ລາມໄປຍັງ Manchester ​ແລະ​ Birmingham (ເບິ່ງວີດີໂອ)


ຮ້ານກາເຟ Starbucks ແຫ່ງນຶ່ງ ທີ່ໄດ້ຮັບຄວາມເສຍຫາຍ ໃນລອນດອນ, ວັນອັງຄານ ທີ 9 ສິງຫາ.
ຮ້ານກາເຟ Starbucks ແຫ່ງນຶ່ງ ທີ່ໄດ້ຮັບຄວາມເສຍຫາຍ ໃນລອນດອນ, ວັນອັງຄານ ທີ 9 ສິງຫາ.

ສະຖານະ​ການ​ໃນ​ກຸງ​ລອນ​ດອນ ​ສ່ວນ​ໃຫຍ່​ແລ້ວ​ງຽບ​ສະຫງົບ​ໃນ​ວັນ​ພຸດມື້​ນີ້ ​ແຕ່​ຄວາມ
​ວຸ້ນ​ວາຍ​ທີ່​ຄອບ​ງໍາ​ນະຄອນຫລວງ​ຂອງ​ອັງກິດ ​ມາ​ເປັນ​ເວລາ​ສອງ​ສາມ​ຄືນ​ຜ່ານ​ມາ​ນີ້ໄດ້
​ແຜ່​ລາມ​ອອກ​ໄປ​ຍັງ​ຫົວ​ເມືອງ​ອື່ນໆ ຮວມທັງ​ເມືອງ Manchester ​ແລະ​ Birmingham ນໍາ.

ຕໍາຫລວດ​ເມືອງ Birmingham ກ່າວ​ວ່າ​ ຜູ້​ຊາຍ 3 ຄົນ​ເສຍ​ຊີວິດ ເວລາ​ເຂົາ​ເຈົ້າ​ຖືກ​ລົດ
​ຄັນ​ນຶ່ງ​ຕໍາ​ ໃນ​ລະຫວ່າງ​ເກີດ​ຄວາມ​ວຸ້ນວາຍ​ນັ້ນ. ຊາຍ​ທັງ 3 ຄົນ​ນີ້​ໄດ້​ພະຍາຍາມ​ປົກ
​ປ້ອງ​ປະຊາ​ຄົມ​ຂອງ​ເຂົາ​ເຈົ້າ​ ຈາກພວກ​ຄົນ​ຂະ​ໂມ​ຍສິ່ງ​ຂອງ. ຕໍາຫລວດ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​
ໄສ​ຄົນ​ນຶ່ງ ແລະການ​ສືບສວນ​ ສອບ​ສວນກ່ຽວ​ກັບ​ການ​ຄາດ​ຕະກໍາ​ບຸກຄົນ​ເຫລົ່າ​ນີ້​ພວມ​
ດໍາ​ເນີນ​ໄປ.

ພວກ​ເຫັນ​ເຫດການ​ກ່າວ​ວ່າ ພວກ​ຊາວ​ໜຸ່ມ ​ທີ່​ພາກັນ​ແລ່ນ​ອາ​ລະວາ​ດ​ໄປ​ທົ່ວ ຈໍານວນ
​ຫລາຍ​ຮ້ອຍ​ຄົນ​ພາກັນ​ທັບ​ປ່ອງຢ້ຽມ ລັກ​ເອົາ​ສິ່ງ​ຂອງ​ໃນ​ຮ້ານຄ້າ​ຮ້ານ​ຂາຍ​ ແລະ​ຈູດ​ເຜົາ
​ຕຶກ​ອາຄານ ຫລາຍ​ຫລັງໃນ​ Manchester ​ເມືອງ​ໃຫຍ່ອັນ​ດັບ 3 ຂອງ​ອັງກິດ. ຕໍາຫລວດ​
ໄດ້ຈັບ​ກຸມ 47 ຄົນ ​ທີ່​ພົວພັນ​ກັບ​ກັບ​ການ​ກໍ່​ຄວາມ​ວຸ້ນວາຍ​ ໃນ​ຄັ້ງ​ຫລ້າ​ສຸດ​ນີ້.

ເບິ່ງວີດີໂອ ການກໍ່ຈະລາຈົນໃນລອນດອນ:

ສະຖານະ​ການ​ແມ່ນ​ງຽບ​ສະຫງົບ​ກວ່າ ໃນ​ກຸງ​ລອນ​ດອນ ​ບ່ອນທີ່​ພວກ​ຕໍາຫລວດຈໍານວນ
16 ພັນ​ຄົນ ອອກ​ປະຕິບັດ​ງານ​ຢູ່ເຕັມ​ຖະໜົນ​ຫົນທາງ. ຮ້ານ​ຄ້າ​ຫລາຍຮ້ານພາກັນ​ອັດ​ລົງ
​ແຕ່​ເວັນ ​ແລະ​ພວກ​ໃຊ້​ລະ​ບົບຂົນ​ສົ່ງມວນ​ຊົນ ​ພາກັນ​ຟ້າວ​ອອກ​ຈາກ​ໃນ​ເມືອງ​ໄປ​ ກ່ອນ
​ຕາເວັນຕົກດິນຫລັງ​ຈາກ​ເລີກ​ການ​ແລ້ວ.

ຄວາມ​ວຸ້ນວາຍ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ ຫລັງ​ຈາກ​ຕໍາຫລວດ​ຍິງ​ຜູ້​ຊາຍ​ຄົນ​ນຶ່ງ ​ໄວ 29 ປີຕາຍ
ຊຶ່ງ​ຜູ້ກ່ຽວມີ​ລູກ 4 ຄົນ​ ​ໃນ​ຄຸ້ມ Tottenham ຂອງ​ພວກ​ຄົນ​ທຸກ ທີ່​ປະ​ເຊີນ​ກັບບັນຫາ​ດ້ານ
​ເສດຖະກິດ​ໃນ​ກຸງ​ລອນ​ດອນເມື່ອທ້າຍ​ສັບປະດາ​ຜ່ານ​ມາ.

ລາຍ​ງານ​ຂ່າວ​ບາງ​ສະບັບ​ກ່າວ​ວ່າ ຊາຍ​ຄົນ​ນີ້​ຍິງ​ປືນ​ສັ້ນ​ໃສ່​ຕໍາຫລວດ ເວລາເຂົາ​ເຈົ້າ​ຢຸດລົດ
​ຕັກ​ຊີ​ຂອງ​ລາວ. ​ແຕ່​ລາຍ​ງານ​ການ​ສືບສວນ​ຂອງ​ຕໍາຫລວດ​ໃນ​ວັນ​ອັງຄານ​ວານ​ນີ້​ເວົ້າ​ວ່າ
ປືນ​ສັ້ນ​ທີ່​ໄດ້​ພົບ​ເຫັນ​ໃນ​ບ່ອນ​ເກີດ​ເຫດ​ ​ຍັງ​ບໍ່​ທັນ​ໄດ້​ຍິງອອກ​ມາ​ເທື່ອ. ​ເຫດຜົນ​ທີ່ວ່າ​ເປັນ
​ຫຍັງຕໍາຫລວດ​ ຈຶ່ງ​ຍິງຊາຍ​ຄົນ​ນີ້​ຕາຍ ຍັງ​ບໍ່​ຈະ​ແຈ້ງ​ເທື່ອ.

ເບິ່ງວີດີໂອ ກ່ຽວກັບຄວາມເສບຫາຍ ໃນລອນດອນ:

XS
SM
MD
LG