ກະຊວງສາທາລະນະສຸກຂອງອັງກິດ ໄດ້ປະກາດໃນວັນອາທິດວານນີ້ ວ່າ ຕົນຈະຕ່າວປີ້ນ ການຕັດສິນໃຈຂອງຕົນ ທີ່ວ່າຈະຕ້ອງໃຫ້ມີ ‘ໜັງສືການສັກຢາວັກຊີນ ຫຼື vaccine passport’ ສໍາລັບຊາວອັງກິດ ເມື່ອເຂົ້າຮ້ານບັນເທີງ ແລະຮ້ານກິນດື່ມທັງຫຼາຍ.
ລັດຖະມົນຕີກະຊວງສາທາລະນະສຸກ ທ່ານຊາຈິດ ຈາວິດ ໄດ້ກ່າວໃນວັນອາທິດວານນີ້ວ່າ ຄວາມຄິດດັ່ງກ່າວ ຊຶ່ງໄດ້ຮັບການຄັດຄ້ານຈາກບັນດາສະມາຊິກສະພາຫົວອະນຸລັກນິຍົມນັ້ນ ໄດ້ຖືກໂຈະໄວ້ຫາກແຕ່ຈະຖືກນຳມາພິຈາລະນາຄືນຖ້າອັດຕາຂອງການຕິດພະຍາດໂຄວິດ-19, ອັນເປັນການເຈັບປ່ວຍທີ່ເກີດຍ້ອນໄວຣັສໂຄໂຣນາ, ເພີ້ມຂຶ້ນຫຼາຍສົມຄວນ.
ຄາດກັນວ່າ ອັງກິດຈະປະກາດແຜນການຂອງຕົນໃນອາທິດນີ້ ສຳລັບການສັກຢາວັກຊີນ ໃຫ້ແກ່ພວກຊາວໜຸ່ມອາຍຸ 12 ຫາ 15 ປີ ໃນການຕໍ່ສູ້ຕ້ານໄວຣັສດັ່ງກ່າວ. ການລົນນະລົງຢາວັກຊີນ ມີແນວໂນ້ມຈະເລີ້ມຂຶ້ນ ໃນທ້າຍເດືອນນີ້.
ສ່ວນໃນແຫ່ງອື່ນໆ ຢູ່ປະເທດບັງກລາແດັສ ໄດ້ເລີ້ມເປີດໂຮງຮຽນຄືນໃໝ່ໃນວັນອາທິດ ຫຼັງຈາກໄດ້ປິດມາເປັນເວລາ 500 ວັນ ໃນຂະນະທີ່ລັດຖະບານ ໄດ້ລາຍງານວ່າ 97 ເປີເຊັນຂອງພວກນາຍຄູໃນທົ່ວປະເທດໄດ້ຮັບການສັກຢາວັກຊີນຄົບຖ້ວນແລ້ວ.
ພວກເດັກນ້ອຍຍັງຄົງຕ້ອງໃສ່ໜ້າກາກຢູ່ໃນໂຮງຮຽນແລະລັດຖະບານໄດ້ເຕືອນບໍ່ໃຫ້ຜ່ອນເບົາ ໃນມາດຕະການປ້ອງກັນຄວາມປອດໄພ. ສຳລັບດຽວນີ້ ພວກນັກຮຽນໃນແຕ່ລະຊັ້ນຈະເຂົ້າໂຮງຮຽນນຶ່ງມື້ຕໍ່ອາທິດ.
ຫຼາຍກວ່າ 50 ເປີເຊັນຂອງປະຊາກອນຍີ່ປຸ່ນ ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ອີງຕາມລັດຖະບານຂອງຍີ່ປຸ່ນ. ລັດຖະມົນຕີກະຊວງເສດຖະກິດ ທ່ານຢາຊູໂຕຊິ ນີຊີມູຣະ ໄດ້ກ່າວໃນການໃຫ້ສຳພາດທາງໂທລະພາບເມື່ອວັນອາທິດວານນີ້ ວ່າ ອັດຕາການສັກຢາວັກຊີນ ແມ່ນຄາດໝາຍວ່າ ຈະບັນລຸເຖິງ 60 ເປີເຊັນພາຍໃນທ້າຍເດືອນກັນຍາ.
ມຽນມາ ພວມຕໍ່ສູ້ກັບຄື້ນການລະບາດຮອບສາມ ຂອງໂຄວິດ-19 ໃນເວລາທີ່ຄວາມເຄັ່ງຕຶງທາງດ້ານການເມືອງເພີ້ມຂຶ້ນນັບມື້. ອີງຕາມຂໍ້ມູນຂອງອົງການອະນາໄມໂລກ ຫຼື WHO ຫຼາຍກວ່າ 400,000 ຄົນໄດ້ຕິດເຊື້ອໄວຣັສໂຄວິດ-19 ຢູ່ໃນມຽນມາ ໂດຍມີຫຼາຍກວ່າ 160,000 ຄົນເສຍຊີວິດ. ເຖິງຢ່າງໃດກໍຕາມ ບັນດາເຈົ້າໜ້າທີ່ສາທາລະນະສຸກ ກ່າວວ່າ ພວກເຂົາເຈົ້າເຊື່ອວ່າ ໂຕເລກດັ່ງກ່າວ ແມ່ນຍັງນັບບໍ່ຄົບຖ້ວນຢ່າງກວ້າງຂວາງເທື່ອ.
ໜັງສືພິມ The Times of India ໄດ້ລາຍງານວ່າ ລັດມີໂຊຣາມ ຢູ່ທາງພາກຕາເວັນອອກສຽງເໜືອຂອງປະເທດ ໄດ້ນັບຈຳນວນຄົນຕິດເຊື້ອໂຄວິດ-19 ເຖິງ 70,000 ຄົນ ຫຼັງຈາກທີ່ມີກໍລະນີຕິດເຊື້ອໃໝ່ 1,089 ທີ່ໄດ້ຖືກບັນທຶກໃນວັນອາທິດວານນີ້ ໃນຈຳນວນນີ້ ລວມມີເດັກນ້ອຍ 245 ຄົນ.