ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ອັງກິດ ເປີດສະຖານທູດ ຄືນໃໝ່ໃນ ອີຣ່ານ


ພະນັກງານສະຖານທູດ ຟັງລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ Philip Hammond ໃນລະຫວ່າງການໃຫ້ຄຳປາໄສເປີດຄືນ ສະຖານທູດອັງກິດ ໃນນະຄອນຫຼວງ ເທເຮຣ່ານ, ອີຣ່ານ, 23 ສິງຫາ, 2015.

ອັງ​ກິດ ​ໄດ້​ເປີ​ດຄືນ ​ສະຖານທູດ​ຂອງ​ຕົນ​ໃນ​ເມືອງ​ຫຼວງ​ຂອງ
ອີ​ຣ່ານ​ ​ໃນ​ວັນ​ອາທິດ​ມື້​ນີ, ​ພາຍ​ຫຼັງເວລາ​ເກື​ອບ 4 ປີ​ທີ່​ໄດ້​ຖືກ​ປິ​ດລົງ​ເຊິ່ງຕາມ​ມາ​ຈາກ​ການໂຈມ​ຕີ​ຂອງ​ພວກ​ປະ​ທ້ວງ​ທີ່​ໄດ້​ບຸກ​ເຂົ້າ​ໄປ​ໃນ​ຕຶກ​ສະຖານທູດດັ່ງ​ກ່າວ.

ລັດຖະ​ມົນຕີ​ການ​ຕ່າງ​ປະ​ເທດ ອັງກິດ ທ່ານ Philip Hammond ໄດ້​ເດີ​ນທາງ​ໄປ​ນະຄອນຫຼວງ ​ເທ​ເຮຣ່ານ ​ເພື່ອ​ເຂົ້າ​ຮ່ວມ​ພິທີ ​ເຊິ່ງ​ເປັນ​ບ່ອນ​ທີ່​ທ່ານ​ໄດ້​ປະກາດ​ການ​ເປີດ​ສະຖານທູດຂຶ້ນ.

ທ່ານ​ໄດ້​ເອີ້ນ​ການ​ຢ້ຽມ​ຢາມໃນ​ວັນ​ອາທິດ​ມື້​ນີ້​ວ່າ​ເປັນ “​ເວລາ​ແຫ່ງ​ປະຫວັດສາດ” ​ໃນ​ສາຍ​ພົວພັນ​ລະຫວ່າງ​ທັງ​ສອງ​ປະ​ເທດ, ແລະ ກ່າວ​ເຖິງຄວາມ​ສຳຄັນ​ວ່າ​ມັນເປັນ​ການ​ຢ້ຽມຢາມຄັ້ງ​ທຳ​ອິດ​ ໂດຍ​ບາງ​ຄົນ​ທີ່​ມີ​ຕຳ​ແໜ່​ງ​ສູງ​ລະ​ດັບທ່ານຕັ້ງ​ແຕ່​ປີ 2003 ​ເປັນຕົ້ນ​ມາ.

ກ່ອນ​ໜ້າ​ຂອງ​ພິທີ​ດັ່ງກ່າວ, ກະຊວງ​ການ​ຕ່າງປະ​ເທດ​ຂອງ ອັງ​ກິດ ​ໄດ້​ກ່າວ​ວ່າ ສະຖານທູດ​ຂອງ ອີ​ຣ່ານ ທີ່​ນະຄອນຫຼວງ ລອນ​ດອນ ກໍ​ຈະ​ໄດ້ໄຂຂຶ້ນ​ໃນ​ເວລາ​ດຽວ​ກັນ​ນີ້ເຊັ່ນ​ກັນ, ​ໃນ​ເບື້ອງ​ຕົ້ນ​ທີ່​ລະດັບ​ອຸປະ​ທູດ, ດ້ວຍ​ການ​ແນ​ໃສ່ການ​ຕັ້ງ​ບັນດາ​ເອກ​ອັກຄະ​ລັດຖະທູດ ຢູ່​ທັງ​ສອງແຫ່ງ​ໃນເດືອນ​ທີ່​ໃກ້​ຈະ​ມາ​ເຖິງ​ນີ້.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG