ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານອັງກິດ ປະຕິເສດ ທີ່ຈະສົ່ງ ຜູ້ກໍ່ຕັ້ງເວັບໄຊ ວິກີລີກສ໌ ທ. ຈູລຽນ ອາສຊານຈ໌ ມາໃຫ້ສະຫະລັດ ຍ້ອນຢ້ານລາວ ຈະຂ້າໂຕຕາຍ


ທ່ານນາງ ສແຕລລາ ມໍຣິສ ແຟນສາວຂອງທ້າວ ຈູລຽນ ອາສຊານຈ໌, ກ່າວຕໍ່ສື່ມວນຊົນ ຫຼັງຈາກທີ່ລາວ ບໍ່ໄດ້ຖືກສົ່ງໂຕໄປໃຫ້ສະຫະລັດ, ຢູ່ດ້ານນອກສານ Old Bailey ໃນນະຄອນຫຼວງລອນດອນ, ວັນທີ 4 ມັງກອນ 2021.
ທ່ານນາງ ສແຕລລາ ມໍຣິສ ແຟນສາວຂອງທ້າວ ຈູລຽນ ອາສຊານຈ໌, ກ່າວຕໍ່ສື່ມວນຊົນ ຫຼັງຈາກທີ່ລາວ ບໍ່ໄດ້ຖືກສົ່ງໂຕໄປໃຫ້ສະຫະລັດ, ຢູ່ດ້ານນອກສານ Old Bailey ໃນນະຄອນຫຼວງລອນດອນ, ວັນທີ 4 ມັງກອນ 2021.

ຜູ້ພິພາກສາຂອງອັງກິດ ໄດ້ຕັດສິນວ່າ ທ້າວຈູລຽນ ອາສຊານຈ໌ ຜູ້ກໍ່ຕັ້ງເວັບໄຊ ວິກີລີກສ໌ (WikiLeaks) ທີ່ແຈ້ງການກະທຳຜິດຂອງເຈົ້າໜ້າທີ່ລັດ ບໍ່ສາ ມາດຖືກສົ່ງ ໃນຖານະຜູ້ຮ້າຍຂ້າມແດນ ໄປໃຫ້ສະຫະລັດ ຍ້ອນວ່າ ມີຄວາມສ່ຽງທີ່ລາວອາດຈະຂ້າໂຕຕາຍໃນລະຫວ່າງການຄວບຄຸມຕົວຂອງສະຫະລັດ.

ຜູ້ພິພາກສາສານເມືອງ ທ່ານນາງວາເນັສຊາ ບາຣາຍເຊີ ໄດ້ປະກາດຄຳພິ ພາກສາໃນວັນຈັນວານນີ້. ທ່ານນາງບາຣາຍເຊີ ໄດ້ກ່າວຕໍ່ສານວ່າ “ຂ້າພະ ເຈົ້າ ພໍໃຈວ່າ ລະບຽບການຕ່າງໆທີ່ອະທິບາຍໂດຍສະຫະລັດ ຈະບໍ່ປ້ອງກັນໃຫ້ທ້າວອາສຊານຈ໌ ຫາທາງທີ່ຈະຂ້າໂຕຕາຍໄດ້ ແລະດ້ວຍເຫດຜົນນີ້ ຂ້າ ພະເຈົ້າ ຈຶ່ງໄດ້ຕັດສິນວ່າ ການສົ່ງຜູ້ຮ້າຍຂ້າມແດນ ຈະເປັນການກົດຂີ່ຂົ່ມເຫັງຍ້ອນເຫດຜົນຂອງໄພອັນຕະລາຍຕໍ່ສະພາບຈິດ ແລະຂ້າພະເຈົ້າ ສັ່ງໃຫ້ປົດປ່ອຍລາວ.”

ທ້າວອາສຊານຈ໌ ປະເຊີນກັບຂໍ້ຫາອາຍາ ມາດຕາ 18 ຂອງສະຫະລັດ ໃນການຖືກກ່າວຫາວ່າ ລັກເຈາະຂໍ້ມູນ ລັກຂະໂມຍສິ່ງທີ່ເປັນຄວາມລັບ ແລະໄດ້ເປີດເຜີຍຕົວຕົນພວກຜູ້ໃຫ້ຂໍ້ມູນຂອງສະຫະລັດ. ບັນດາໄອຍະການ ໄດ້ ຂໍອຸທອນໄປແລ້ວ ຕໍ່ຄຳຕັດສິນດັ່ງກ່າວ.

ພວກສະໜັບສະໜຸນທ້າວອາສຊານຈ໌ ໄດ້ພາກັນສະເຫຼີມສະຫຼອງ ຢູ່ດ້ານນອກສານອາຍາ ໂອລດ໌ ແບລີ (Old Bailey) ໃນຂະນະທີ່ຄຳຕັດສິນກຳລັງຖືກອ່ານອອກໄປຢູ່ນັ້ນ. ຄູ່ຮ່ວມງານຂອງທ້າວອາສຊານຈ໌ ທ່ານນາງ ສແຕລລາ ມໍຣິສ (Stella Morris) ໄດ້ຮຽກຮ້ອງໃຫ້ສະຫະລັດ ຍົກເລີກຂໍ້ຫາທັງຫຼາຍ.

ທ່ານນາງມໍຣິສ ໄດ້ກ່າວ ຕໍ່ບັນດານັກຂ່າວວ່າ “ໄຊຊະນະໃນມື້ນີ້ ແມ່ນບາດ ກ້າວທຳອິດທີ່ຈະນຳໄປສູ່ຄວາມຍຸຕິທຳໃນຄະດີນີ້. ພວກເຮົາແມ່ນເພິ່ງພໍໃຈທີ່ສານ ໄດ້ຮັບຮູ້ເຖິງຄວາມຮ້າຍແຮງ ແລະຄວາມຂາດມະນຸດສະທຳ ຂອງສິ່ງທີ່ລາວ ໄດ້ທົດທຸກ ແລະສິ່ງທີ່ລາວປະເຊີນຕ່າງໆນາໆ. ແຕ່ ຢ່າລືມວ່າ ການແຈ້ງຂໍ້ຫາຢູ່ໃນສະຫະລັດ ຍັງບໍ່ໄດ້ຖືກຍົກເລີກ. ພວກເຮົາມີຄວາມເປັນຫ່ວງຢ່າງສູງ ທີ່ວ່າ ລັດຖະບານສະຫະລັດ ໄດ້ຕັດສິນໃຈຂໍອຸທອນຕໍ່ຄຳຕັດສິນນີ້. ຂ້າພະເຈົ້າຂໍຮ້ອງຕໍ່ປະທານາທິບໍດີ ສະຫະລັດ ໃຫ້ຍຸຕິມັນດຽວນີ້.”

ຜູ້ພິພາກສາ ບາຣາຍເຊີ ໄດ້ສະຫລຸບວ່າ ທ່ານອາສຊານຈ໌ ຈະໄດ້ຮັບການພິ ຈາລະນາຄະດີຢ່າງເປັນທຳ ຢູ່ສານປະຈຳເຂດຂອງສະຫະລັດ ໃນເມືອງອາແລັກແຊນເດຣຍ ລັດເວີຈີເນຍ ແລະວ່າ ທ່ານຄວນຕອບຕໍ່ຂໍ້ກ່າວຫາຂອງການລັກເຈາະຂໍ້ມູນ ການລັກຂະໂມຍ ແລະການເປີດເຜີຍຕົວຕົນຂອງຜູ້ໃຫ້ຂໍ້ມູນສະຫະລັດ. ທ່ານນາງ ບາຣາຍເຊີ ໄດ້ກ່າວອີກວ່າ ເຖິງຢ່າງໃດກໍດີ ທ່ານນາງ ໄດ້ບັນລຸຄຳພິພາກສາ ຫຼັງຈາກທີ່ໄດ້ພິຈາລະນາຫຼັກຖານຈາກບັນດາຈິດ
ຕະແພດ ຜູ້ທີ່ໄດ້ກ່າວວ່າ ທ້າວອາສຊານຈ໌ໄດ້ວາງແຜນທີ່ຈະຂ້າໂຕຕາຍ ຖ້າ ວ່າ ລາວຖືກສົ່ງໂຕໃຫ້ສະຫະລັດ. ທ່ານນາງໄດ້ກ່າວຕື່ມວ່າ ໃນສະພາບການ ດັ່ງກ່າວ ຊຶ່ງລາວຈະຖືກຂັງຢູ່ໃນຄຸກ ໃນການຄຸມຂັງທີ່ໂດດດ່ຽວ ຊຶ່ງໝາຍຄວາມວ່າ ລະບົບຄຸກຂອງສະຫະລັດ ອາດຈະບໍ່ປ້ອງກັນໃຫ້ລາວ ເອົາຊີວິດຂອງລາວໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG