ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງຫລາຍກວ່າ 200 ຄົນຖືກຈັບກຸມ ແລະອີກຫລາຍສິບຄົນບາດເຈັບ ທີ່ອັງກິດ


ການປະທ້ວງຕໍ່ຕ້ານການຕັດການໃຊ້ຈ່າຍຂອງລັດຖະບານອັງກິດ ທີ່ນະຄອນຫລວງລອນດອນ
ການປະທ້ວງຕໍ່ຕ້ານການຕັດການໃຊ້ຈ່າຍຂອງລັດຖະບານອັງກິດ ທີ່ນະຄອນຫລວງລອນດອນ


ທີ່​ປະ​ເທດ​ອັງກິດ ພວກປະທ້ວງທີ່ສວມໜ້າກາກໄດ້ປະທະ
ກັບຕໍາຫລວດປາບຈະລາຈົນ ແລະບຸກໂຈມຕີ ຮ້ານຄ້າ ທະນາຄານ ແລະໂຮງແຮມຫລາຍ
ແຫ່ງໃນນະຄອນຫລວງລອນດອນ ​ໃນວັນເສົາວານນີ້ ຊຶ່ງເປັນ​ເຫດການທີ່ບົດບັງການ
ປະທ້ວງຢ່າງສັນຕິກ່ອນໜ້ານີ້ໂດຍ ປະຊາຊົນອັງກິດຫລາຍກວ່າ ສອງແສນຫ້າໝື່ນຄົນ
ທີ່ຕໍ່ຕ້ານການຕັດການ ໃຊ້ຈ່າຍ ຕ່າງໆຂອງລັດຖະບານ.

ຕໍາຫລວດກ່າວວ່າ ປະຊາຊົນຫລາຍກວ່າ 200 ຄົນ ຖືກຈັບກຸມແລະອີກຫລາຍສິບຄົນ
ໄດ້ຮັບບາດເຈັບ ເວລາພວກປະທ້ວງພາກັນຂວ່າງຂວດແກ້ວ ປະທຸໄຟ ແລະວັດຖຸອື່ນໆ
ໃສ່ພວກຕໍາຫລວດ.

ການປະທະກັນແມ່ນໄດ້ຫັ​ນ​ເຫຄວາມສົນໃຈ ອອກ​ໄປຈາກການເດີນປະທ້ວງຢ່າງສັນຕິ
ທີ່​ມີ​ຂຶ້ນກ່ອນໜ້ານັ້ນ ເພື່ອປະທ້ວງການຕັດການໃຊ້ຈ່າຍ ຂອງຫລວງ​ເພື່ອ​ສາທາລະນະ
ປະ​ໂຫຍ​ດ ການເພີ່ມພາສີ ແລະການປະຕິຮູບ ລະບົບເບ້ຍບໍານານ.

ເວລານີ້ອັງກິດກໍາລັງປະເຊີນກັບການຕັດການໃຊ້ຈ່າຍດ້ານສາທາລະນະລົງຈໍານວນ 130
ພັນ ລ້ານໂດລາ ຂະນະ​ທີ່ລັດຖະບານກໍາລັງດິ້ນຮົນເພື່ອຈະລົດການຂາດດຸນງົບປະມານ
ຂອງປະ​ເທດລົງ.

ການປະທ້ວງແມ່ນຖືກຈັດຕັ້ງຂຶ້ນມາໂດຍສະພາສະຫະພັນກໍາມະບານ ທີ່ໂຕ້ແຍ້ງວ່າ ການ ຕັດການໃຊ້ຈ່າຍດັ່ງກ່າວຈະສ້າງຄວາມເສຍຫາຍໃຫ້ແກ່ການ ຟື້ນຕົວຄືນຂອງເສດຖະກິດ ແລະທໍາລາຍຊື່ສຽງຂອງອັງກິດ ການເດີນປະ ທ້ວງຄັ້ງນີ້ຖືວ່າໃຫຍ່ທີ່ສຸດໃນເມືອງຫລວງ ຂອງອັງກິດນັບຕັ້ງແຕ່ການປະທ້ວງ ຕໍ່ຕ້ານສົງຄາມອີຣັກ ​ໃນປີ 2003 ​ເປັນ​ຕົ້ນ​ມາ.

XS
SM
MD
LG