ເຈົ້າຊາຍ William ແຫ່ງອັງກິດໄດ້ມອບແຫວນໝັ້ນຊຶ່ງ
ເປັນແຫວນຂອງມື້ລາງພະຊົນນີ ຫລືມານດາກໍຄືເຈົ້າຍິງ
Diana ນັ້ນ ໃຫ້ແກ່ເຈົ້າສາວໃນອະນາຄົດແລະເວົ້າວ່າ
ມັນເປັນວິທີຂອງພະອົງເພື່ອເຮັດແນ່ໃຈວ່າພະມານດາບໍ່
ໄດ້ຖືກຫຼົງ ລືມໃນວັນພິເສດນີ້.
ເຈົ້າໜ້າທີ່ຂອງພະລາດຊະວັງອັງກິດໄດ້ປະກາດໃຫ້ຊາບ
ກ່ຽວກັບພິທີໝັ້ນລະຫວ່າງເຈົ້າຊາຍ William ແລະຄົນ
ຮັກທີ່ຮູ້ຈັກກັນມາເປັນເວລາດົນນານ ນາງ Kate Mid-
dleton. ເຈົ້າໜ້າທີ່ກ່າວວ່າ ບຸກຄົນທັງສອງໄດ້ໝັ້ນກັນ
ໃນເດືອນແລ້ວນີ້ໃນລະຫວ່າງອັນທີ່ນາງ Kate ເອີ້ນວ່າ ການໄປພັກຜ່ອນທີ່ເຕັມໄປດ້ວຍ
ໂຣມັນຕິກ ຢູ່ເຄນຢາ.
ທ່າມກາງແສງແຟລັຊຂອງກ້ອງຖ່າຍຮູບເຈົ້າຊາຍແລະຄູ່ໝັ້ນ ໄດ້ປາກົດໂຕຕໍ່ສື່ມວນຊົນໃນ
ຕອນແລງຂອງວັນອັງຄານວານນີ້ ທີ່ພະລາດຊະວັງ St. James ໃນກຸງລອນດອນ.
ນາງ Middleton ທີ່ໃສ່ແຫວນນິນສີຟ້າເຂັ້ມ ອ້ອມດ້ວຍເພັດຂອງມື້ລາງເຈົ້າຍິງ Diana
ກ່າວວ່າການເຂົ້າເປັນສະມາຊິກໃນຄອບຄົວພະຍາດຕິວົງນັ້ນ ແມ່ນເປັນເລື່ອງທີ່ໜ້າຫວາດ
ຫວັ່ນຢ້ານກົວ ແຕ່ນາງເອງກໍຈະພະຍາຍາມກ້າວເດີນໄປຢ່າງລະມັດລະວັງ.
ເຈົ້າໜ້າທີ່ພະລາດຊະວັງກ່າວວ່າ ເຈົ້າຊາຍແລະເຈົ້າສາວຈະແຕ່ງງານກັນ ທີ່ກຸງລອນດອນ
ໃນປີໜ້າ.