ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາພັກຝ່າຍ ໃນອັງກິດ ໂຄສະນາ ມື້ສຸດທ້າຍ ກ່ອນລົງປະຊາມະຕິ


Britain Prepares for Historic EU Vote
please wait

No media source currently available

0:00 0:02:00 0:00

ການ​ອະພິປາຍ ​ຂອງບັນດາ​ພັກຝ່າຍ ໃນ​ອັງກິດ ​ກ່ຽວກັບ​ວ່າ ຈ​ະ​ເປັນ​ສະມາຊິກ​ຕໍ່​ໄປ​ໃນ ສະຫະພາບ​ຢູ​ໂຣບຫຼືບໍ່​ນັ້ນ ກຳລັງ​ພາກັນ​ໂຄສະນາ​ເປັນມື້ສຸດ​ທ້າຍ ກ່ອນໜ້າການ​ລົງ​ປະ ຊາ​ມະຕິ​ໃນ​ວັນ​ພະຫັດ​ມື້​ອຶ່ນນີ້.

ຫລາຍ​ກວ່າ 45 ລ້ານ​ຄົນ​ໄດ້​ລົງທະບຽນ​ເພື່ອ​ປ່ອນ​ບັດ ​ແລະ​ຜົນ​ຂອງ​ການ​ລົງ ປະຊາ​ມະ ຕິດັ່ງກ່າວຄາດ​ວ່າ​ຈະ​ຮູ້​ກັນ ໃນ​ຕອນ​ເຊົ້າ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້.

ບໍ່​ວ່າ​ໃນທາງ​ໃດ​ກໍ​ດີ ການ​ຕັດສິນ​ໃຈ​ທີ່​ຈະ​ຢູ່ ຫລື​ຈະ​ໄປ​ຈາກ​ກຸ່ມ​ທີ່​ຕົນ​ໄດ້​ຮ່ວມ​ໃນ​ປີ 1973 ນັ້ນ ຈະ​ເປັນ​ຜົນ​ກະທົບ​ຢ່າງ​ກວ້າງຂວາງ ​ຕໍ່ຄວາມ​ສຳພັນ​ ທາງ​ດ້ານ​ການ​ເມືອງ​ ແລະ​ເສດ ຖະກິດ​ ກັບ​ບັນ​ດາ​ປະ​ເທດຕ່າ​ບໆ​ໃນ​ຢູຸ​ໂຣບທັງ​ໝົດ.

ນາຍົກລັດຖະມົນຕີີອັງກິດ ທ່ານ David Cameron ​ສະໜັບສະໜູນ​ໃຫ້​ອັງກິ​ດຢູ່​ຕໍ່ໄປໃນ​ ສະຫະພາບ​ຢູ​ໂຣບຕໍ່​ໄປ ​ແລະ​ກ່າ​ວໃນ​ວັນ​ອັງຄານ​ວານ​ນີ້​ວ່າ ​ໃນຂະນະ ​ທີ່ສະຫະພາບ​ຢູ​ໂຣບບໍ່​ເປັນ​ທີ່​ດີ​ເລີດ “ອັງກິດ​ກໍ​ບໍ່​ຄວນ​ຖອນ​ໂຕ.” ທ່ານ​ກ່າວ​ວ່າ ຖ້າ​ຫາ​ກອັງກິດຖອນ​ອອກ​ໄປ ​ເວລາ​ນີ້​ບັນດາ​ເພື່ອນ​ບ້ານ​ຈະ​ເຮັດ​ການ​ຕັດສິນ​ໃຈ​ທີ່​ເປັນ​ຜົນ​ກະທົບ​ຕໍ່​ອັງກິດ ​ແຕ່​ປາດ​ສະ​ຈາກ​ຄວາມ​ເຫັນ​ຂອງ​ອັງກິດ.

ບ່ອນໄວ້ອາໄລຢູ່ຕາມທາງຍ່າງທົ່ວອັງກິດ ລະລຶກເຖິງຜູ້ແທນສະພາອັງກິດ ທ່ານນາງ Jo Cox ທີ່ໄດ້ຖືກສັງຫານອາທິດແລ້ວນີ້ ຈາກຂວາຈັດ ທີ່ມີບັນຫາໂລກຈິດ.
ບ່ອນໄວ້ອາໄລຢູ່ຕາມທາງຍ່າງທົ່ວອັງກິດ ລະລຶກເຖິງຜູ້ແທນສະພາອັງກິດ ທ່ານນາງ Jo Cox ທີ່ໄດ້ຖືກສັງຫານອາທິດແລ້ວນີ້ ຈາກຂວາຈັດ ທີ່ມີບັນຫາໂລກຈິດ.

ບັນດາ​ຜູ້ສະໜັບສະໜູນ​ໃຫ້​ຖອນ​ໂຕ ກ່າວ​ວ່າ ມັນ​ຈະ​ເຮັດ​ໃຫ້​ອັງກິດ​ຄວບ​ຄຸມ​ກິດ ຈະ​ການຂອງ​ຕົນ​ຫລາຍ​ຂຶ້ນ ​ໂດຍ​ສະ​ເພາະ​ນະ​ໂຍບາຍ​ຄົນ​ເຂົ້າ​ເມື​ອງ.

ບັນດາ​ຜູ້ນຳ​ຈາກ​ທັງ​ສອງ​ຝ່າຍ​ໄດ້​ເຂົ້າ​ຮ່ວມ​ການ​ໂຕ້​ວາ​ທີ​ທາງ​ໂທລະພາ​ບ​ໃນຕອນ​ແລງ​ວັນ​ອັງຄານ​ວານ​ນີ້ ບ່ອນ​ທີ່​ເຂົາ​ເຈົ້າຕ່າງ​ກໍ​ກ່າວ​ຫາຊຶ່ງ​ກັນ​ແລະ​ກັນ​ວ່າ​ຂີ້​ຕົວະ ​ແລະຄວາມ​ຢ້ານ​ກົວ​ເພື່ອ​ໃຫ້​ໄດ້​ຮັບ​ການ​ສະໜັບສະໜູນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG