ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອັງກິດ ຍົກຍ້ອງ ສຫລ ໃນ 'ການຕອບໂຕ້ ທີ່ເຂັ້ມແຂງ' ຕໍ່ການໂຈມຕີ ດ້ວຍສານພິດ ໃນອັງກິດ


ຮົ້ວປະຕູເຫຼັກອ້ອມບ້ານພັກຂອງກົງສຸນໃຫຍ່ຣັດເຊຍ ຢູ່ໃນນະຄອນ ສີແອໂຕລ ລັດວໍຊິງຕັນ, ວັນທີ 26 ມີນາ 2018.
ຮົ້ວປະຕູເຫຼັກອ້ອມບ້ານພັກຂອງກົງສຸນໃຫຍ່ຣັດເຊຍ ຢູ່ໃນນະຄອນ ສີແອໂຕລ ລັດວໍຊິງຕັນ, ວັນທີ 26 ມີນາ 2018.

ຄະນະກຳມະການພິທັກກົດໝາຍຂອງຣັດເຊຍ ກຳລັງຮ້ອງຂໍໃຫ້ອັງກິດ ສະໜອງການ
ຊ່ອຍເຫຼືອທາງດ້ານກົດໝາຍ ໃນກໍລະນີການວາງສານພິດໃສ່ ນາງ ຢູເລຍ ສກຣິບປາລ.

ນາງ ແລະພໍ່ຂອງນາງ ຜູ້ທີ່ເປັນອະດີດສາຍລັບ ໃຫ້ສອງຝ່າຍ ຂອງຣັດເຊຍ ຄື ທ່ານ
ເຊີຣເກ ສກຣິບປາລ ໄດ້ລົ້ມປ່ວຍ ເມື່ອຕົ້ນເດືອນນີ້ ຫຼັງຈາກທີ່ໄດ້ຖືກວາງສານພິດ
ທຳລາຍລະບົບປະສາດ ຢູ່ໃນເມືອງໂຊລສເບີຣີຂອງອັງກິດ. ພວກເຂົາເຈົ້າ ທັງສອງ
ຍັງຢູ່ໃນອາການສາຫັດ.

ຄະນະກຳມະການຂອງຣັດເຊຍ ກຳລັງຂໍໃຫ້ພວກເຈົ້າໜ້າທີ່ສືບສວນຂອງອັງກິດ ເອົາ
ມາດຕະການຈຳນວນນຶ່ງ ເພື່ອແນໃສ່ ການຊອກຫາເຫດຜົນຕ່າງໆຂອງການວາງ
ສານພິດ ແລະ ເພື່ອສະໜອງສຳເນົາຂອງເອກກະສານບາງຢ່າງຈາກການສືບສວນ
ສອບສວນ ນັ້ນ.

ບັນດາເຈົ້າໜ້າທີ່ຂອງອັງກິດ ໄດ້ຖິ້ມໂທດໃສ່ຣັດເຊຍ ໃນການໂຈມຕີນັ້ນ ໂດຍກ່າວວ່າ
ມັນພົວພັນກັບສານທຳລາຍລະບົບປະສາດ ທີ່ເອີ້ນວ່າ ໂນວີຈຊົກ (Novichok) ຊຶ່ງໄດ້
ຜະລິດຂຶ້ນມາຄັ້ງທຳອິດ ໂດຍກອງທັບໂຊຫວຽດ.

ຣັດເຊຍ ໄດ້ປະຕິເສດວ່າ ຕົນບໍ່ໄດ້ຮັບຜິດຊອບ ແລະໄດ້ກ່າວຫາວ່າ ການໂຈມຕີ ໄດ້
ດຳເນີນການໂດຍໜ່ວຍສືບລັບຂອງອັງກິດ ເພື່ອທີ່ຈະເຮັດໃຫ້ພາບພົດຂອງຣັດເຊຍ
ເສຍຫາຍ. ອັງກິດ ກໍໄດ້ປະຕິເສດ ຕໍ່ຂໍ້ກ່າວຫາດັ່ງກ່າວນັ້ນ.

ຕຳຫຼວດອັງກິດ ໄດ້ໃຫ້ລາຍລະອຽດຂອງການສືບສວນ ທີ່ມີການປັບປຸງໃໝ່ ໃນວັນພຸດ
ວານນີ້ ໂດຍກ່າວວ່າຫຼັງຈາກກວດສອບຫຼັກຖານດ້ານວິທະຍາສາດແລ້ວ ພວກນັກສືບ
ສວນ ເຊື່ອວ່າ ຄອບຄົວ ສກຣິບປາລ ໄດ້ສຳພັດກັບສານພິດຄັ້ງທຳອິດ ຢູ່ທີ່ປະຕູດ້ານ
ນອກບ້ານພັກຂອງພວກເຂົາເຈົ້າ. ພວກນັກສືບສວນເຕືອນວ່າ ພວກຄົນທີ່ອາໄສ ຢູ່ໃນ
ຄຸ້ມບ້ານນັ້ນ ຈະໄດ້ເຫັດການຄົ້ນຫາມີຂຶ້ນ ຢູ່ທີ່ແຫ່ງນັ້ນຕໍ່ໄປ ແຕ່ວ່າ ຄວາມສ່ຽງຕໍ່
ມະຫາຊົນ ແມ່ນຍັງຄົງຕ່ຳຢູ່.

ມາເຖິງປັດຈຸບັນນີ້ ຕຳຫຼວດກ່າວວ່າ ພວກເພິ່ນ ໄດ້ຊອກເບິ່ງ ກ້ອງວີດີໂອ ວົງຈອນປິດ
5,000 ກ້ອງແລ້ວ ໄດ້ກວດສອບ ຫຼາຍກວ່າ 1,350 ສິ່ງຂອງຕ່າງໆທີ່ເກັບກຳມາໄດ້
ແລະ ໄດ້ສຳພາດພວກເຫັນເຫດການ ຫຼາຍຮ້ອຍຄົນ.

ໃນການໂທລະສັບໄປລົມກັບ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ນັ້ນ ນາຍົກ
ລັດຖະມົນຕີ ອັງກິດ ທ່ານນາງ ເທີຣີຊາ ເມ ໄດ້ຍ້ອງຍໍ “ການຕອບໂຕ້ທີ່ເຂັ້ມແຂງຫຼາຍ”
ໂດຍສະຫະລັດ ທີ່ໄດ້ສັ່ງໃຫ້ ມີການຂັບໄລ່ນັກການທູດຂອງຣັດເຊຍ ຈຳນວນ 60 ຄົນ
ອອກຈາກປະເທດ ຫຼັງຈາກທີ່ມົສກູ ໄດ້ຖືກກ່າວໂທດ ສຳລັບການໂຈມຕີນັ້ນ.

Britain US Russia
please wait
Embed

No media source currently available

0:00 0:01:28 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG