ນາຍົກລັດຖະມົນຕີອັງກິດ ທ່ານ ບໍຣິສ ຈອນສັນ ວາງແຜນທີ່ຈະປະກາດໃນວັນຈັນມື້ນີ້ ວ່າ “ຈະມີການປ່ຽນແປງລະບົບຂັ້ນພື້ນຖານ ເພື່ອຮັບມືກັບພວກກະທຳຄວາມຜິດໃນຄະດີກໍ່ການຮ້າຍ ຫຼັງຈາກທີ່ ມີເຫດການແທງຄົນຕາຍຢູ່ໃນນະຄອນຫຼວງ ລອນດອນ.
ຕຳຫຼວດອັງກິດ ໃນວັນອາທິດວານນີ້ ໄດ້ຍິງຊາຍຄົນນຶ່ງຕາຍ ຊຶ່ງພວກເຂົາເຈົ້າກ່າວວ່າ ໄດ້ໃສ່ອຸປະກອນຕິດໂຕທີ່ເປັນລະເບີດປອມ ແລະໄດ້ເອົາມີດແທງສອງຄົນ ຢູ່ຖະໜົນສາຍນຶ່ງທີ່ເຕັມໄປດ້ວຍຜູ້ຄົນ ໃນຄຸ້ມ Streatham ຢູ່ກ້ຳໃຕ້ຂອງນະຄອນຫຼວງ ລອນດອນ.
ຮອງຜູ້ບັນຊາການຕຳຫຼວດ ທ່ານນາງ ລູຊີ ດໍຣຊີ ໄດ້ກ່າວວ່າ ເຈົ້າໜ້າທີ່ຕຳຫຼວດ ເຊື່ອໝັ້ນວ່າ ຜູ້ຕ້ອງສົງໄສ ແມ່ນ ທ້າວ ຊູເດັສ ອາມມານ ຜູ້ທີ່ໄດ້ຖືກປ່ອຍໂຕ ຈາກຄຸກ ເມື່ອບໍ່ດົນມານີ້ ສຳລັບ “ການກະທຳຜິດທີ່ກ່ຽວຂ້ອງກັບການກໍ່ການຮ້າຍ.”
ຊາຍຜູ້ເຄາະຮ້າຍຄົນນຶ່ງ ຜູ້ຖືກແທງໄດ້ຮັບບາດແຜສາຫັດທີ່ເປັນໄພຕໍ່ຊີວິດນັ້ນ ມາເຖິງເວລານີ້ ໄດ້ພົ້ນຈາກອັນຕະລາຍແລ້ວ. ສ່ວນແມ່ຍິງອີກຄົນນຶ່ງ ຜູ້ທີ່ໄດ້ຖືກແທງ ກໍໄດ້ອອກຈາກໂຮງໝໍແລ້ວເຊັ່ນກັນ. ສ່ວນຜູ້ທີສາມ ໄດ້ຮັບບາດເຈັບເລັກນ້ອຍ ຈາກສະເກັດຂອງແຜ່ນແກ້ວແຕກ ເມື່ອຕຳຫຼວດຍິງສັງຫານຜູ້ຕ້ອງສົງໄສ.
ທ່ານຈອນສັນ ໄດ້ກ່າວໃນຖະແຫລງການວ່າ ຈິດໃຈຂອງທ່ານ ແມ່ນຢູ່ກັບຜູ້ທີ່ໄດ້ຮັບບາດເຈັບ ໃນຂະນະທີ່ທ່ານ ຂອບອົກຂອບໃຈ ເຈົ້າໜ້າທີ່ຕຳຫຼວດ ແລະບັນດາພະນັກງານສຸກເສີນທັງຫຼາຍ.
ເຈົ້າຄອງນະຄອນຫຼວງ ລອນດອນ ທ່ານ ຊາດິກ ຄານ ໄດ້ກ່າວວ່າ “ພວກກໍ່ການຮ້າຍ ຫາທາງທີ່ຈະແບ່ງແຍກພວກເຮົາ ແລະທຳລາຍ ຊີວິດການເປັນຢູ່ຂອງພວກເຮົາ. ຢູ່ນະທີ່ນີ້ໃນນະຄອນຫຼວງ ລອນດອນ ພວກເຮົາຈະບໍ່ຍອມໃຫ້ພວກມັນປະສົບຜົນສຳເລັດຢ່າງເດັດຂາດ.”
ພວກທີ່ເຫັນເຫດການ ລາຍງານວ່າ ເຫັນເຈົ້າໜ້າທີ່ຕຳຫຼວດ ແລ່ນໄລ່ຕາມຜູ້ຕ້ອງສົງໄສ ໃນເຂດຮ້ານຄ້າແຫ່ງຫຼັກຂອງຄຸ້ມ Streatham ໂດຍຮ້ອງໃສ່ຊາຍຜູ້ຕ້ອງສົງໄສໃຫ້ຢຸດ ກ່ອນທີ່ຜູ້ກ່ຽວຈະຖືກຍິງສາມເທື່ອ. ຕຳຫຼວດ ໄດ້ກຳນົດວ່າ ອຸປະກອນລະເບີດທີ່ຜູ້ກ່ຽວໃສ່ຕິດໂຕນັ້ນ ແມ່ນຂອງປອມ.
ເຫດການແທງກັນໃນວັນອາທິດວານນີ້ ໄດ້ເກີດຂຶ້ນ ຫຼັງຈາກທີ່ ສານໄດ້ຕັດສິນລົງໂທດ ທ້າວ ອຸສມານ ຄານ ໃນຖານເປັນຜູ້ກໍ່ການຮ້າຍ ແລະຜູ້ກ່ຽວໄດ້ຖືກປ່ອຍໂຕອອກຈາກຄຸກກ່ອນກຳນົດ ມາໄດ້ກາຍສອງເດືອນເທົ່ານັ້ນ ຜູ້ກ່ຽວກໍໄດ້ຄາດຕະກຳສອງຄົນ ແລະເຮັດໃຫ້ອີກສາມຄົນບາດເຈັບ ໃນການໂຈມຕີແທງຄົນ ຢູ່ຂົວນະຄອນລອນດອນ ກ່ອນທີ່ຜູ້ກ່ຽວຈະຖືກຍິງຕາຍໂດຍຕຳຫຼວດ.