ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Murdoch ຂໍຂະມາໂທດ ທີ່ປະເທດອັງກິດ (ເບິ່ງວີດີໂອ)


ໜັງສືພິມຕ່າງໆ ທີ່ວາງຂາຍຢູ່ບ່ອນຂາຍໜັງສືພິມໃນເຂດໃຈກາງກຸງລອນດອນ ຕ່າງມີການລົງໂຄສະນາ ການຂໍ ຂະມາໂທດ ຂອງອົງການສື່ມວນຊົນນາໆຊາດ News International (16 ກໍລະກົດ 2011)
ໜັງສືພິມຕ່າງໆ ທີ່ວາງຂາຍຢູ່ບ່ອນຂາຍໜັງສືພິມໃນເຂດໃຈກາງກຸງລອນດອນ ຕ່າງມີການລົງໂຄສະນາ ການຂໍ ຂະມາໂທດ ຂອງອົງການສື່ມວນຊົນນາໆຊາດ News International (16 ກໍລະກົດ 2011)

ທ່ານ Rupert Murdoch ນັກທຸລະກິດທີ່ລໍ້າລວຍແລະມີອິດທິພົນດ້ານສື່ມວນຊົນໄດ້ພິມ
ເຜີຍແຜ່ການຂໍຂະມາໂທດ ລົງໃນໜ້າໜັງສືພິມອັງກິດຕໍ່ພວກເຄາະຮ້າຍກ່ຽວກັບຂ່າວນອງ
ນັນ ໃນການລັກຟັງໂທລະສັບ ແລະການຊື້ຈ້າງຕຳຫຼວດ ຂອງໜັງສືພິມ News of the
World.

ຈົດໝາຍສະບັບນຶ່ງທີ່ລົງນາມໂດຍທ່ານ Murdoch ແລະພິມເຜີຍແຜ່ໃນວັນເສົາມື້ນີ້ເວົ້າ
ວ່າ ທ່ານເອງແລະບໍລິສັດສື່ມວນຊົນຍັກໃຫຍ່ນາໆຊາດ News Corpo ration ຂອງ
ທ່ານ ມີຄວາມເສຍໃຈກ່ຽວກັບການກະທຳຜິດຮ້າຍແຮງ ທີ່ໄດ້ເກີດຂຶ້ນ ແລະສ້າງຄວາມ ເຈັບປວດໃຫ້ແກ່ພວກທີ່ໄດ້ຮັບຜົນກະທົບ ຈາກການລັກຟັງໂທລະສັບ ໃນຂອບເຂດທີ່
ກວ້າງຂວາງ ແລະຊື້ຈ້າງຕຳຫຼວດ ເພື່ອໃຫ້ໄດ້ມາຊຶ່ງຂໍ້ມູນເຫຼົ່ານີ້ໂດຍນັກຂ່າວຂອງທ່ານ
ນັ້ນ.

ການຂໍຂະມາໂທດທີ່ວ່ານີ້ ມີຂຶ້ນຫຼັງຈາກທ່ານ Les Hinton ໄດ້ລາອອກຈາກຕຳແໜ່ງ
ຂອງທ່ານໃນຖານະຫົວໜ້າຂອງກຸ່ມສື່ມວນຊົນ Dow Jones ໃນສະຫະລັດ ໃນມື້ວັນ
ສຸກວານນີ້ລຸນຫຼັງທີ່ໄດ້ເກີດຂ່າວນອງນັນຂຶ້ນ.

Dow Jones ແມ່ນເປັນໜັງສືພິມຂອງບໍລິສັດສື່ມວນຊົນ News Corporation ຂອງ
ທ່ານ Murdoch. ແຕ່ການລາອອກຂອງທ່ານ Hinton ແມ່ນພົວພັນກັບບົດບາດໃນ
ເມື່ອກ່ອນຂອງທ່ານ ທີ່ເປັນຜູ້ກຳກັບນຳໜັງສືພິມຂອງບໍລິສັດ News Corporation
ຢູ່ອັງກິດ ຮວມທັງໜັງສືພິມ News of the World ຂະນະທີ່ພວກນັກຂ່າວຂອງໜັງ
ສືພິມດັ່ງກ່າວໄດ້ຮັບຂໍ້ມູນກ່ຽວກັບການສົນທະນາໂອ້ລົມທາງໂທລະສັບ.

XS
SM
MD
LG